ຍາງແດງ / Keruing

ການນຳໃຊ້
ອາຫານ
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Dipterocarpus costatus C. F. Gaertn. / DIPTEROCARPACEAE
ຊື່ພ້ອງ
Dipterocarpus angustifolius Wight & Arn.
Dipterocarpus artocarpifolius Pierre ex Laness.
Dipterocarpus insularis Hance
Dipterocarpus lemeslei Vesque
Dipterocarpus parvifolius Heim
Ipterocarpus insularis Hance
ຊື່ອື່ນ
ໄທ: ຍາງປາຍ, ກະວູ, ຍາງກະເປື້ອງຖ້ວຍ, ຍາງແກນ, ຍາງບາຍ, ຍາງຮີ, ຍາງເປື້ອງຖ້ວຍ, ສະແຝງ, ຍາງດົງ ແລະ ຍາງ.
ອັງກິດ: Keruing.
ສະຖານະພາບການອະນຸລັກ
Endangered
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນຂະໜາດໃຫຍ່. ລຳຕົ້ນຕັ້ງຊື່, ສູງ 20-40 ມ, ປາຍຍອດຟຸ່ມໜາ, ກິ່ງອ່ອນມີຂົນສີນ້ຳຕານປົກຄຸມຢ່າງໜາແໜ້ນ, ເປືອກໜາ, ສີນ້ຳຕານປົນສີເທົາ ຫຼື ສີນ້ຳຕານເຂັ້ມ, ແຕກເປັນເກັດ. ໃບດ່ຽວ, ຮູບໄຂ່, ກວ້າງ 4-8 ຊມ, ຍາວ 8-14 ຊມ, ໂຄນໃບມົນກວ້າງ, ຂອບລຽບ ຫຼື ເປັນຄື້ນ, ປາຍແຫຼມ, ແຜ່ນໃບໜາ ແລະ ຫຍາບຊາ, ຜິວໃບດ້ານເທິງກ້ຽງ, ຜິວໃບດ້ານລຸ່ມມີຂົນອ່ອນນຸ້ມສີນ້ຳຕານກະຈາຍຕາເສັ້ນກາງໃບ, ໃບແກ່ສີນ້ຳຕານແດງ. ຊໍໍ່ດອກດອກສັ້ນ, ອອກຕາມປາຍກິ່ງ ຫຼື ງ່າມໃບໃກ້ກັບປາຍກິ່ງ. ດອກຍ່ອຍມີຈຳນວນຫຼາຍ, ສີບົວອ່ອນ ຫຼື ສີເຫຼືອງ, ມີກິ່່ນຫອມ. ກາບດອກມີ 5 ແສກ, ມີສັນຕາມລວງຍາວ 5 ສັນ, ມີ 2 ແສກຍາວ 3 ແສກສັ້ນ, ສີນ້ຳຕານ. ກີບດອກເຊື່ອມຕິດກັນເປັນຫຼອດ, ປາຍແຍກເປັນ 5 ກີບ, ບິບວຽນໄປທາງດຽວກັນ. ເກສອນເພດຜູ້ມີ 29-30 ອັນ, ຈັບຢູ່ໃນຫຼອດກີບດອກ. ໝາກຮູບກົມ ຫຼື ຮູບໄຂ່, ມີເສັ້ນຜ່າສູນກາງປະມານ 1.8-2 ຊມ, ມີສັນຍາວໝາກ 5 ສັນ, ມີຂົນສີເທົາ ຫຼື ສີທອງປົກຄຸມ. ປີກມີ 1 ຄູ່, ຮູບຂອບຂະໜານ, ກວ້າງ 2-2.5 ຊມ, ຍາວ 9-12 ຊມ.

ບັນຍາຍການນຳໃຊ້

ອາຫານ:
    ດອກບານ: ຊຸບແປ້ງທອດເປັນອາຫານໄດ້.
ສັບພະຄຸນ:
    ເປືອກ: ມີສານ oleo-resin ເຊິ່ງມີສັບພະຄຸນທາງການຢາ.
ສິນຄ້າ:
    ທາດ resin: ທີ່ໄດ້ຈາກຕົ້ນໃຊ້ເຂົ້າໃນອຸດສາຫະກຳຜະລິດສີ, ໃຊ້ເຄືອບກະດາດກັ່ນຊຶມ, ເປັນນ້ຳຢາເຄືອບເງົາສຳລັບຝາເຮືອນ ແລະ ເຟີນິເຈີ້.
ສິ່ງປຸກສ້າງ:
    ເນື້ອໄມ້: ເນື່ອງຈາກເປັນໄມ້ເນື້ອແຂງຈຶ່ງໃຊ້ໃນການກໍສ້າງ ຫຼື ສ້າງບ້ານໄດ້ດີ ແລະ ສາມາດນຳໄປເຮັດຖ່ານໄດ້.
    ເນື້ອໄມ້: ສາມາດນຳໄປເປັນອຸປະກອນແປຮູບໄດ້ດີ ເຊັ່ນ ໄມ້ອັດ.
ຄຸນປະໂຫຍດ:
    ດອກ: ມີນ້ຳຫວານທີ່ເປັນອາຫານສຳລັບນົກຫຼາຍຊະນິດ.
    ເນື່ອງຈາກເນື້ອໄມ້ມີຢາງຈຶ່ງບໍ່ເໝາະສົມສຳລັບປູພື້ນ ແລະ ງານໄມ້ທີ່ຖືກແສງຫຼາຍ.


ໝາຍເຫດ: ຈັດເປັນໄມ້ຫວງຫ້າມປະເພດທີ່ 1 ຫຼື ໃກ້ຈະສູນພັນ.

ການປະກອບສ່ວນ