ຍາງແດງ / Keruing
APA 6th ed. ຍາງແດງ / Keruing. (2021, June 18). Retrieved from https://www.phakhaolao.la/index.php/kb/0001202
MLA 8th ed. ຍາງແດງ / Keruing. Pha Khao Lao, 18 June 2021, https://www.phakhaolao.la/index.php/kb/0001202.
Chicago 17th ed. Pha Khao Lao. 2021. "ຍາງແດງ / Keruing." Published June 18, 2021. https://www.phakhaolao.la/index.php/kb/0001202.
Dipterocarpus artocarpifolius Pierre ex Laness.
Dipterocarpus insularis Hance
Dipterocarpus lemeslei Vesque
Dipterocarpus parvifolius Heim
Ipterocarpus insularis Hance
ອັງກິດ: Keruing.
ເປັນໄມ້ຢືນຕົ້ນຂະໜາດໃຫຍ່. ລຳຕົ້ນຕັ້ງຊື່, ສູງ 20-40 ມ, ປາຍຍອດຟຸ່ມໜາ, ກິ່ງອ່ອນມີຂົນສີນ້ຳຕານປົກຄຸມຢ່າງໜາແໜ້ນ, ເປືອກໜາ, ສີນ້ຳຕານປົນສີເທົາ ຫຼື ສີນ້ຳຕານເຂັ້ມ, ແຕກເປັນເກັດ. ໃບດ່ຽວ, ຮູບໄຂ່, ກວ້າງ 4-8 ຊມ, ຍາວ 8-14 ຊມ, ໂຄນໃບມົນກວ້າງ, ຂອບລຽບ ຫຼື ເປັນຄື້ນ, ປາຍແຫຼມ, ແຜ່ນໃບໜາ ແລະ ຫຍາບຊາ, ຜິວໃບດ້ານເທິງກ້ຽງ, ຜິວໃບດ້ານລຸ່ມມີຂົນອ່ອນນຸ້ມສີນ້ຳຕານກະຈາຍຕາເສັ້ນກາງໃບ, ໃບແກ່ສີນ້ຳຕານແດງ. ຊໍໍ່ດອກດອກສັ້ນ, ອອກຕາມປາຍກິ່ງ ຫຼື ງ່າມໃບໃກ້ກັບປາຍກິ່ງ. ດອກຍ່ອຍມີຈຳນວນຫຼາຍ, ສີບົວອ່ອນ ຫຼື ສີເຫຼືອງ, ມີກິ່່ນຫອມ. ກາບດອກມີ 5 ແສກ, ມີສັນຕາມລວງຍາວ 5 ສັນ, ມີ 2 ແສກຍາວ 3 ແສກສັ້ນ, ສີນ້ຳຕານ. ກີບດອກເຊື່ອມຕິດກັນເປັນຫຼອດ, ປາຍແຍກເປັນ 5 ກີບ, ບິບວຽນໄປທາງດຽວກັນ. ເກສອນເພດຜູ້ມີ 29-30 ອັນ, ຈັບຢູ່ໃນຫຼອດກີບດອກ. ໝາກຮູບກົມ ຫຼື ຮູບໄຂ່, ມີເສັ້ນຜ່າສູນກາງປະມານ 1.8-2 ຊມ, ມີສັນຍາວໝາກ 5 ສັນ, ມີຂົນສີເທົາ ຫຼື ສີທອງປົກຄຸມ. ປີກມີ 1 ຄູ່, ຮູບຂອບຂະໜານ, ກວ້າງ 2-2.5 ຊມ, ຍາວ 9-12 ຊມ.
ອາຫານ:
ດອກບານ: ຊຸບແປ້ງທອດເປັນອາຫານໄດ້.
ສັບພະຄຸນ:
ເປືອກ: ມີສານ oleo-resin ເຊິ່ງມີສັບພະຄຸນທາງການຢາ.
ສິນຄ້າ:
ທາດ resin: ທີ່ໄດ້ຈາກຕົ້ນໃຊ້ເຂົ້າໃນອຸດສາຫະກຳຜະລິດສີ, ໃຊ້ເຄືອບກະດາດກັ່ນຊຶມ, ເປັນນ້ຳຢາເຄືອບເງົາສຳລັບຝາເຮືອນ ແລະ ເຟີນິເຈີ້.
ສິ່ງປຸກສ້າງ:
ເນື້ອໄມ້: ເນື່ອງຈາກເປັນໄມ້ເນື້ອແຂງຈຶ່ງໃຊ້ໃນການກໍສ້າງ ຫຼື ສ້າງບ້ານໄດ້ດີ ແລະ ສາມາດນຳໄປເຮັດຖ່ານໄດ້.
ເນື້ອໄມ້: ສາມາດນຳໄປເປັນອຸປະກອນແປຮູບໄດ້ດີ ເຊັ່ນ ໄມ້ອັດ.
ຄຸນປະໂຫຍດ:
ດອກ: ມີນ້ຳຫວານທີ່ເປັນອາຫານສຳລັບນົກຫຼາຍຊະນິດ.
ເນື່ອງຈາກເນື້ອໄມ້ມີຢາງຈຶ່ງບໍ່ເໝາະສົມສຳລັບປູພື້ນ ແລະ ງານໄມ້ທີ່ຖືກແສງຫຼາຍ.
ໝາຍເຫດ: ຈັດເປັນໄມ້ຫວງຫ້າມປະເພດທີ່ 1 ຫຼື ໃກ້ຈະສູນພັນ.