ລຳດວນດົງ / Lam Douan Dong

ການນຳໃຊ້
ພະລັງງານ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Mitrephora tomentosa Hook.f. & Thomson / ANNONACEAE
ຊື່ພ້ອງ
Kinginda thorelii (Pierre) Kuntze
Kinginda tomentosa (Hook.f. & Thomson) Kuntze
Melodorum arboreum Lour.
Mitrephora bousigoniana Pierre
Mitrephora collinsiae Craib
Mitrephora edwardsii Pierre
Mitrephora thorelii Pierre
Unona sylvatica Dunal
Uvaria melodorum Raeusch.
ຊື່ອື່ນ
ໄທ: ໝາກປ່ວນ, ກະໂປກກະຈອນ, ລຳດວນດົງ, ກ້ວຍຂີ້ເງັນ, ຂີ້ເຫງັນ, ກ້ວຍເຫງັນ, ແດງດົງ, ນາງນວນ, ປໍແຮດ, ແຮດ, ໝາກດັກ ແລະ ນົມໜູ.
ສາມັນ: Khaula, Kolti, Koliori, Sinam-jola, Jeithuh-ang-thing, Thingpu-ikso-arong, Bor koliori, Boga-Khamtoi ແລະ Golthi-arong.
ຈີນ: 银钩花.
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຢືນຕົ້ນ, ບໍ່ປ່ຽນໃ ບ. ລຳຕົ້ນສູງ 10-15 ມ, ກິ່່ງອ່ອນ ແລະ ຍອດມີຂົນສີນ້ຳຕານປົກຄຸມຢ່າງໜາແໜ້ນ, ເປືອກນອກລຽບ, ສີນ້ຳຕານ, ເປືອກໃນສີນ້ຳຕານ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ ຫຼື ຮູບຂອບຂະໜານ, ກ້ວາງ 3-6 ຊມ, ຍາວ 10-15 ຊມ, ໂຄນໃບມົນ ຫຼື ຕັດ, ຂອບລຽບ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ມີຂົນສີນ້ຳຕານປົກຄຸມທັງສອງດ້ານ, ໃບອ່ອນມີຂົນສີນ້ຳຕານປົກຄຸມຢ່າງໜາແໜ້ນ. ກ້ານໃບຮູບກົມ, ສັ້ນຫຼາຍ. ຊໍ່ດອກແບບກະຈຸກ ຫຼື ດອກດ່ຽວ, ອອກຕາມກິ່ງ ແລະ ງ່າມໃບ. ດອກຍ່ອຍມີ 2-3 ດອກ, ດອກບານເຕັມທິີມີຂະໜາດເສັ້ນຜ່າສູນກາງ 4-4.5 ຊມ, ສີເຫຼືອງ. ກີບດອກຮຽງກັນເປັນ 2 ສັ້ນ, ແຕ່ລະຊັ້ນມີ 3 ກີບ, ກີບວົງນອກຍາວ ແລະ ບິດເປັນຄື້ນ, ກີບວົງໃນກົງເຂົ້າຫາກັນ. ໝາກກຸ່ມ, ມີໝາກຍ່ອຍຈຳນວນຫຼາຍ, ໝາກຮູບກົມ ຫຼື ຮູບຮີ, ຍາວປະມານ 3 ຊມ, ໝາກອ່ອນມີຂົນສີນ້ຳຕານປົກຄຸມຢ່າງໜາແໜ້ນ, ໝາກແກ່ມີສີເຫຼືອງ. ແກ່ນມີ 3-7 ແກ່ນຕໍ່ໝາກຍ່ອຍ.

ບັນຍາຍການນຳໃຊ້

ອາຫານ:
    ໝາກສຸກ: ສາມາດກິນເປັນໝາກໄມ້ໄດ້.
ສັບພະຄຸນ:
    ແກ່ນ: ຕົ້ມດື່ມເປັນຢາບຳລຸງກຳລັງ.
ພະລັງງານ:
    ເນື້ອໄມ້: ໃຊ້ເປັນເຊື້ອໄຟໃຊ້ໃນການຫຸ່ງຕົ້ມ.

ພືດປະດັບ: ນິຍົມປູກເປັນພືດປະດັບ.

ການປະກອບສ່ວນ