ສ້ານເຫັບ / San Hep

ການນຳໃຊ້
ອາຫານ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Saurauia roxburghii Wall. / ACTINIDIACEAE
ຊື່ພ້ອງ
Saurauia thorelii auct. non Fin. & Gagnep.
ຊື່ອື່ນ
ໄທ: ສ້ານເຫັບ, ເກື່ອງປ່າ, ກຸລາບທີປໍ, ຄລ້າທີປໍ ແລະ ຕຳແຍຜູ້.
ຫວຽດນາມ: Nóng roxburgh ແລະ Sổ dã roxburgh.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນໄມຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງປະມານ 5 ມ, ກ້ານໃບມີຂົນອ່ອນນຸ້ມປົກຄຸມຢ່າງໜາແໜ້ນ, ກິ່ງກ້ານມັກໂຄ້ງລົງ, ເປືອກບາງ, ຜິບລຽບ, ລົ່ນງ່າຍ, ສີນ້ຳຕານປົນເທົາ. ໃບດ່ຽວ, ອອກວຽນສະຫຼັບຢູ່ບໍລິເວນປາຍກິ່ງ, ຮູບຫອກປີ້ນ ຫຼື ຮູບຮີແກມຮູບຂອບຂະໜານ, ກ້ວາງ 5-12 ຊມ, ຍາວ 15-25 ຊມ, ໂຄນໃບແຫຼມ, ຂອບແສກແຂ້ວຖີ່, ປາຍແຫຼມ ຫຼື ມົນ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວລຽບ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີເກັດ ຫຼື ຂົນສີນ້ຳຕານປົກຄຸມຢ່າງໜາແໜ້ນ. ກ້ານໃບຍາວ 2-5 ຊມ, ມີຂົນອ່ອນນຸ້ມປົກຄຸມຢ່າງໜາແໜ້ນ. ຊໍ່ດອກແບບກະຈຸກສັ້ນ, ອອກຕາມລຳຕົ້ນ ແລະ ກິ່ງງ່າ. ດອກຍ່ອຍຈຳນວນຫຼາຍ, ຮູບລະຄັງ, ສີບົວ ຫຼື ສີຂາວ. ກ້ານດອກຍາວ 1-2.5 ຊມ. ກາບດອກຮູບໄຂ່, ຍາວ 3-4 ມມ. ກີບດອກເຊື່ອມຕິດກັນ, ປາຍແຍກອອກເປັນ 5 ແສກ, ຮູບໄຂ່, ຍາວ 4-6 ມມ. ເກສອນເພດຜູ້ມີ 30-50 ອັນ. ເຕົ້າໄຂ່ມີ 1 ອັນ, ກ້ຽງ, ປາຍຮວງຮັບແຍກເປັນ 5 ແສກ. ໝາກຮູບກົມ ຫຼື ຮູບຮີ, ປາຍເປັນຕິ່ງແຫຼມ, ແກ່ແລ້ວແຕກ. ແກ່ນຈຳນວນຫຼາຍ, ຂະໜາດນ້ອຍ.

ບັນຍາຍການນຳໃຊ້

ອາຫານ:

    ໝາກສຸກ: ມີລົດຊາດຫວານສາມາດກິນໄດ້.
    ໃບ: ນຳມາຄ້ຽວກິນຄືກັບໜ້ຽງ ແລະ ນຳມາປະກອບອາຫານຕ່າງໆ ເຊັນອ່ອມບອນຊ່ວຍຫຼຸດຄວາມຄັນຂອງບອນ.

ສັບພະຄຸນ:

    ລຳຕົ້ນ ຫຼື ກິ່ງ: ຕົ້ມແກ້ເມົາໃຫ້ດີຂື້ນ.
    ໃບ: ໃຊ້ແຊ່ນ້ຳອາບຊ່ວຍຮັກສາຝີໃນເດັກນ້ອຍ.

ພືດປະດັບ: ສາມາດນຳມາປູກເປັນໄມ້ປະດັບໄດ້ດີ.

ຄຸນປະໂຫຍດ:

    ໃຊ້ໃນການປູກບຸກເບີກປ່າ.
    ເນື້ອໄມ້: ໃຊ້ເຮັດຟືນໄດ້.
    ໃບ: ຊ່ວຍໝັກໃນການໝັກເຫຼົ້າ.
    ຢາງ: ຈາກລຳຕົ້ນໃຊ້ເປັນຢາບຳລຸງຜົມ.

ການປະກອບສ່ວນ