ນ້ຳແນ້ແດງ
APA 6th ed. ນ້ຳແນ້ແດງ. (2021, June 11). Retrieved from https://www.phakhaolao.la/index.php/kb/0001184
MLA 8th ed. ນ້ຳແນ້ແດງ. Pha Khao Lao, 11 June 2021, https://www.phakhaolao.la/index.php/kb/0001184.
Chicago 17th ed. Pha Khao Lao. 2021. "ນ້ຳແນ້ແດງ." Published June 11, 2021. https://www.phakhaolao.la/index.php/kb/0001184.
ລຳຕົ້ນເປັນລຳເຄືອ, ເລືອພັນໄປຕາມຕົ້ນໄມ້ອື່ນ, ຍາວ 2-2.5 ມ, ເນື້ອອ່ອນ, ມີຂໍ້, ແຕກກິ່ງແລ້ວຫ້ອຍລົງ. ໃບດ່ຽວ, ອອກກົງກັນຂ້າມກັນ, ຮູບໄຂ່ ຫຼື ຮູບຮີ, ກ້ວາງ 4-5 ຊມ, ຍາວ 8-12 ຊມ, ໂຄນໃບຮູບຫົວໃຈ, ຂອບເປັນຄື້ນ, ປາຍແຫຼມ, ແຜ່ນໃບບາງ. ຊໍ່ດອກແບບຮວງເຂົ້າ, ອອກປາຍກິ່ງ, ຫ້ອຍລົງ, ຍາວ 15-18 ຊມ. ດອກຍ່ອຍຈຳນວນຫຼາຍ, ສີມ່ວງ. ໃບປະດັບດອກມີ 2 ອັນປະກົບກັນ, ຮູບໄຂ່ ຫຼື ຮີ, ຂະໜາດໃຫຍ່, ສີຂຽວເຂັ້ມປົນສີມ່ວງ. ກີບດອກເຊື່ອມຕິດກັນເປັນຫຼອດ, ປາຍແຍກອອກເປັນ 5 ແສກ, ກີບເທິງເປັນຮູບປາກເປີດ, ສີແດງເຂັ້ມ ຫຼື ສີແດງສົ້ມ. ເກສອນເພດຜູ້ໂຄນແຍກອອກຈາກກັບເປັນ 2 ກຸ່ມ, ປາຍແຍກ, ສີເຫຼືອງ. ໝາກແຫ້ງ, ຮູບກົມ, ປາຍມີຈະງອຍແຫຼມ, ເມື່ອແກ່ຈະແຕກຕາມລວງຍາວ.
ອາຫານ:
ດອກ: ນຳໄປປະກອບອາຫານເຊັ່ນ: ແກງ.
ສັບພະຄຸນ:
ຮາກ: ປະສົມກັບສະໝູນໄພອື່ນຕົ້ມດື່ມແກ້ອາການເຈັບທ້ອງນ້ອຍຂອງຜູ້ທີ່ມີພະຍາດປະຈຳຕົວ, ຮາກ ແລະ ໃບໃຊ້ເປັນຢາແກ້ພິດຢາເບື່ອ, ພິດຢາຂ້າສັດ ຫຼື ຢາຂ້າຫຍ້າ.
ເຄືອ: ນຳມາຕົ້ມດື່ມເວລາຖືກສັດມີພິດກັດ ແລະ ຕົ້ມໃຫ້ເດັກນ້ອຍອາບແກ້ອາການນອນບໍ່ຫຼັບ.
ໃບ ແລະ ເຄືອ: ນຳໄປຕົ້ມ ຫຼື ນ້ຳຢູ່ໃນເຄືອລ້າງຕາແກ້ອາການເຄືອງຕາ, ຕາແດງ, ເຈັບຕາ ແລະ ຕົ້ມອາບແກ້ໄຂ້.
ດອກ ແລະ ໝາກ: ນ້ຳມາຕຳພອກແຜງູກັດ ຊ່ວຍດູດພິດງູ.
ພືດປະດັບ: ນິຍົມນຳມາປູກເປັນໄມ້ປະດັບຕາມຮົ້ວບ້ານ.