ໄມ້ຊໍ່ຕາເສືອ / Mai Sor Ta Seua
APA 6th ed. ໄມ້ຊໍ່ຕາເສືອ / Mai Sor Ta Seua. (2021, May 29). Retrieved from https://www.phakhaolao.la/index.php/kb/0001164
MLA 8th ed. ໄມ້ຊໍ່ຕາເສືອ / Mai Sor Ta Seua. Pha Khao Lao, 29 May 2021, https://www.phakhaolao.la/index.php/kb/0001164.
Chicago 17th ed. Pha Khao Lao. 2021. "ໄມ້ຊໍ່ຕາເສືອ / Mai Sor Ta Seua." Published May 29, 2021. https://www.phakhaolao.la/index.php/kb/0001164.
Chisocheton chinensis Merr.
Chisocheton cochinchinensis Pierre
Chisocheton coriaceus Pierre
Chisocheton harmandianus Pierre
Chisocheton paniculatus (Buch.-Ham.) Hiern
Chisocheton siamensis Craib
Chisocheton thorelii Pierre
Guarea paniculata Buch.-Ham.
Trichilia longissima Wall.
ຟີລິບປິນ: Balukanag, Diualat, Kalimotain ແລະ Salakin
ມຽນມາ: Tagat-Pyu
ຫວຽດນາມ: Goi Chuy
ຈີນ: 西索
ເປັນໄມ້ຢືນຕົ້ນຂະໜາດນ້ອຍ, ຂຽວຕະຫຼອດປີ. ລຳຕົ້ນສູງປະມານ 5 ແມັດ, ກິ່ງອ່ອນມີຂົນປົກຫຸ້ມ, ເມື່ອແກ່ຜິວລຽບ, ລຳຕົ້ນແຕກເປັນເກັດ, ເປືອກນອກສີເທົາ ຫຼື ສີນ້ຳຕານ, ເປືອກໃນສີນ້ຳຕານອ່ອນ ຫຼື ສີຄີມ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄູ່, ອອກຮຽງສະຫຼັບ, ຍາວປະມານ 50 ຊມ. ກ້ານໃບຍາວປະມານ 20 ຊມ. ໃບຍ່ອຍມີ 5-10 ຄູ່, ຈັບຮຽງກົງກັນຂ້າມກັນ, ຮູບຂອບຂະໜານ ຫຼື ຮູບຮີ, ກ້ວາງ 3-6 ຊມ, ຍາວ 6-18 ຊມ, ໂຄນໃບບ້ຽວ ຫຼື ມັນ, ຂອບລຽບ, ປາຍຮຽວແຫຼມ ຫຼື ເປັນຕິ່ງໜາ, ໃບອ່ອນມີຂົນເລັກນ້ອຍ, ຜິວໃບສີຂຽວເຂັ້ມ, ລຽບທັງສອງດ້ານ. ກ້ານໃບຍ່ອຍໃຫຍ່, ຍາວປະມານ 3 ມມ, ບໍ່ມີຫູູໃບ. ຊໍ່ດອກແບບແຕກແໜ່ງ, ອອກຕາມງ່າມໃບໃກ້ກັບປາຍກິ່ງ, ຫ້ອຍລົງມາ, ຍາວປະມານ 30 ຊມ. ດອກຍ່ອຍມີຂະໜາດນ້ອຍ, ສີຂາວ. ກີບຫຼອດເຊື່ອມຕິດກັນເປັນຫຼອດ, ຍາວປະມານ 2-4 ມມ. ໝາກຮູບກົມ, ມີເສັ້ນຜ່າສູນກາງປະມານ 5 ຊມ, ແຫ້ງແລ້ວແຕກ, ມີ 2-4 ຫ້ອງ, ເປືອກໜາ, ໝາກອ່ອນສີນ້ຳຕານປົນສີຂຽວ, ໝາກແກ່ອອກສີແດງ. ແກ່ນມີ 2-4 ແກ່ນ, ສີດຳເຫຼື່ອມ, ມີເນື້ອສີສົ້ມແດງ.
ສິ່ງປຸກສ້າງ:
ເນື້ອໄມ້: ໃຊ້ສຳລັບການກໍ່ສ້າງພາຍໃນ, ເຮັດຟືນ ແລະ ນຳໃຊ້ໃນການຜະລິດເຈ້ຍ.
ຄຸນປະໂຫຍດ:
ໝາກສຸກ: ເປັນອາຫານຂອງນົກບາງຊະນິດ.
ແກ່ນ: ໃຫ້ນ້ຳມັນທີ່ບໍ່ເຮັດໃຫ້ແຫ້ງເອີ້ນວ່າ catoseed ໃຊ້ສຳລັບການຊ່ອງສະຫວ່າງ ແລະ ໃຊ້ປະສົມໃນເຄື່ອງບຳລຸງຜິວບໍ່ໃຫ້ຜິວແຫ້ງໄດ້.