ໝາກບົກຄາຍ / Mak bok khai

ການນຳໃຊ້
ອາຫານ
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Chaetocarpus castanocarpus (Roxb.) Thwaites / Peraceae
ຊື່ພ້ອງ
Chaetocarpus castanaecarpus var. genuinus DC.
Adelia castanicarpa Roxb.
Regnaldia cluyticides H.Bn.
Regnaldia myrtioides Hooker
Gaedawakka castanocarpa (Roxb.) Kuntze
ຊື່ອື່ນ
ລາວ: ໝາກບົກຄາຍ ແລະ ໝາກໜາມ.
ໄທ: ຂີ້ໜອນ, ຂີ້ໜອນຂາວ, ອະກາງ, ຊື່ຊີ, ດັງເຂົ້າ, ດັງເຂົ້າເໝົາ, ບາຕູ, ປະດັງຂາວ, ໝາກອີກຄາງ, ສະໜັ່ນ ແລະ ໝັກຄວາຍ.
ຈີນ: 刺果树.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນຂະໜາດໃຫຍ່. ລຳຕົ້ນສູງປະມານ 45 ແມັດ, ແຕກກິ່ງກ້ານຈຳນວນຫຼາຍ, ຜິວລຽບ, ເປືອກມີຮອຍແຕກ ຫຼື ມີເກັດ, ສີເທົາປົນສີຂາວ, ເປືອກໃນໜາ, ສີເຫຼືອງປົນສີເທົາ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່ ຫຼື ຮູບຮີ, ກ້ວາງ 3-5 ຊມ, ຍາວ 7-15 ຊມ, ໂຄນໃບແຫຼມ, ຂອບລຽບ, ປາຍໃບຮຽວແຫຼມ ຫຼື ເປັນຕິ່ງໜາມ, ແຜ່ນໃບໜາຄ້າຍຄືໜັງ, ໜຽວ, ຜິວໃບດ້ານເທິງສີຂຽວເຂັ້ມ, ລຽບ. ກ້ານໃບຍາວປະມານ 1 ຊມ, ມີຂົນອ່ອນນຸ້ມ. ຫູໃບກ້ວາງ ແລະ ບິດກຽວ, ບໍລິເວນໂຄນມີຂົນ. ຊໍ່ດອກມີຂົນຫຍາບແຂງ, ອອກບໍລິເວນງ່າມໃບ. ດອກຍ່ອຍສີຂຽວອ່ອນ ຫຼື ສີເຫຼືອງ. ກາບດອກຮູບໄຂ່ ຫຼື ຮູບເກືອບກົມ, ຍາວປະມານ 3 ມມ. ເກສອນເພດຜູ້ຍາວປະມານ 1 ມມ, ຖານກ້ານຊູຖົງລະອອງມີຂົນ. ເຕົ້າໄຂ່ຍາວປະມານ 1 ມມ, ມີ 3 ຫ້ອງ, ປາຍຮວງຮັບແຍກອອກເປັນ 2 ແສກ, ຍາວ 1-2 ມມ. ໝາກຮູບເກືອບກົມ, ຍາວປະມານ 0.8-1.8 ຊມ, ສີເຫຼືອງປົນສີຂຽວ, ເມື່ອແກ່ຈະປ່ຽນເປັນສີນ້ຳຕານ, ມີຂົນແຂງດົກ, ໜາກແຫ້ງແລ້ວແຕກອອກເປັນ 3 ແສກ. ແກ່ນມີ 1-4 ແກ່ນ, ສີດຳລຽບມັນ, ມີເນື້ອສີແດງຫຸ້ມ.

ບັນຍາຍການນຳໃຊ້

ອາຫານ:

    ໃບອ່ອນ ແລະ ຍອດ: ກິນສົດ ຫຼື ເຮັດໃຫ້ສຸກຮັບປະທານເປັນອາຫານໄດ້.

ສັບພະຄຸນ:

    ສານສະກັດດ້ວຍເມທານອລ: ສາມາດຕ້ານມະເລັງ ໂດຍການຢັບຢັ້ງເອັນໄຊມ໌ topoisomerase 1, ເຊິ່ງເປັນເອັນໄຊມ໌ທີ່ເຮັດໜ້າທີ່ໃນການມາຍກຽວຂອງ DNA ຊະນິດ supercoil ເຊິງມີຜົນກະທົບຕໍ່ການແບ່ງຕົວຂອງຈຸລັງມະເລັງ.
    ສານສະກັດຈາກໃບ: ພົບສານສຳຄັນຫຼາຍຊະນິດ acetyl aleuritolic acid, aleuritolic acid, stigmasterol, rhizophorin C, oureatacatechin ແລະ ສານຜະລິດທຳມະຊາດໃນກຸ່ມ pimarane diterpenoid ຊະນິດໃຫມ່ໄດ້.

ສິ່ງປຸກສ້າງ:

    ເນື້ອໄມ້: ມີສີແດງອ່່ອນ, ມີຄວາມແຂງປານກາງ, ເນື້ອແໜ້ນ ແລະ ໜຽວສາມາດນຳມາປຸກສ້າງເຮືອນ, ນຳມາເຮັດເຟີນິເຈີ້ ຫຼື ສ້າງເຮືອ.

ໝາຍເຫດ: ເປັນດອກໄມ້ທີ່ສວຍງາມແຕ່ແຝງໄປດ້ວຍອັນຕະລາຍ ຄື ຖ້າເກສອນຫຼົ່ນໃສ່ເສື້ອຜ້າໜາມຈາກເກສອນຈະຝັກຕົວຢູ່ໃນເສັ້ນໄຍເສື້ອຜ້າເຮັດໃຫ້ເກີດການລະຄາຍເຄືອງ

ການປະກອບສ່ວນ