ໝາກກອກລຽນ
APA 6th ed. ໝາກກອກລຽນ. (2021, May 17). Retrieved from https://www.phakhaolao.la/index.php/kb/0001161
MLA 8th ed. ໝາກກອກລຽນ. Pha Khao Lao, 17 May 2021, https://www.phakhaolao.la/index.php/kb/0001161.
Chicago 17th ed. Pha Khao Lao. 2021. "ໝາກກອກລຽນ." Published May 17, 2021. https://www.phakhaolao.la/index.php/kb/0001161.
ຫວຽດນາມ: Mạy châu, Hồ đào núi ແລະ Hồ đào Bắc Bộ.
ເປັນໄມ້ຢືນຕົ້ນຂະໜາດນ້ອຍ ຫຼື ຂະໜາດກາງ. ລຳຕົ້ນສູງປະມານ 25 ມ, ແຕກກິ່ງກ້ານແຕ່ຕົ້ນຈົນຮອດປາຍ, ຜິວລຽບ, ສີນ້ຳຕານເຂັ້ມ, ປາຍຍອດມີຂົນຮູບດາວກະຈາຍຢ່າງໜາແໜ້ນ, ສີສົ້ມ, ເປືອກມີຮອຍແຕກເປັນເກັດ, ແຂງ, ສີນ້ຳຕານປົນສີເທົາ ຫຼື ເທົາເຂັ້ມ, ເປືອກດ້ານໃນມີສີສົ້ມປົນສີເຫຼືອງອ່ອນ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ, ຈັບວຽນສະຫຼັບ ຫຼື ເກືອບກົງກັບຂ້າມກັນ, ຍາວ 10-25 ຊມ. ໃບຍ່ອຍມີ 5-7 ຄູ, ອອກຮຽງກົງກັນຂ້າມກັນ, ຮູບໄຂ່, ຮູບຫອກ ຫຼື ຮູບໄຂ່ປີ້ນ, ກ້ວາງ 2.7-5.2 ຊມ, ຍາວ 6-15 ຊມ, ໂຄນໃບມົນ, ຂອບແສກແຂ້ວເລື່ອຍຖີ່, ຂອບໃບຮຽວແຫຼມ ຫຼື ເປັນຕິ່ງໜາມ, ແຜ່ນໃບບາງຄ້າຍຄືເຈ້ຍ, ມີຂົນກະຈາຍຫ່າງໆຢູ່ຕາມເສັ້ນກ່າງກາງໃບ, ມີຕ່ອມເກັດກະຈາຍຢູ່ທັງແຜ່ນໃບທັງສອງດ້ານ. ກ້ານໃບມີຂົນຮູບດາວກະຈາຍຢ່າງໜາແໜ້ນ, ສີສົ້ມ, ເມື່ອແກ່ຜິວລຽບ. ຊໍ່ດອກແບບຫາງກະຫອກ, ຫ້ອຍລົງ, ຊໍ່ດອກແຍກເພດໃນຕົ້ນດຽວກັນ. ຊໍ່ດອກເພດຜູ້ອອກເປັນກຸ່ມ 2-3 ຊໍ່. ດອກຍ່ອຍມີຈຳນວນຫຼາຍ, ສີຂຽວ. ດອກແມ່ມີວົງກາບດອກ ແລະ ກີບດອກເຫັນຊັດເຈນ. ໝາກແຫ້ງ, ເປືອກແຂງ, ຮູບກົມ, ມີຂະໜາດ 2.8-3 ຊມ, ແປດ້ານຂ້າງ ຫຼື ດ້ານເທິງ, ໝາກແກ່ແລ້ວແຕກອອກເປັນ 3-4 ປ່ຽງ. ແກ່ນມີ 1 ແກ່ນ, ຮູບຮີ.
ອາຫານ:
ແກ່ນ: ສາມາດກິນໄດ້ ແລະ ສາມາດນຳມາສະກັດນ້ຳມັນກິນໄດ້.
ສິງປຸກສ້າງ:
ເນື້ອໄມ້: ເນື້ອໄມ້ມີຄຸນນະພາບດີ ແລະ ໜັກ, ເນື້ອອອກສີບົວ ຖືກນຳໃຊ້ເຂົ້າໃນການກໍ່ສ້າງ.
ຄຸນປະໂຫຍດ:
ນ້ຳມັນສະກັດທີ່ໄດ້ຈາກແກ່ນ: ສາມາດໃຊ້ໄຕ້ເປັນແສງສະຫວ່າງໄດ້.
ເປືອກ: ໃຫ້ສີນ້ຳຕານໃຊ້ສັບລັບຍ້ອມຜ້າ.