ໜ້ຽງ / Mieng

ການນຳໃຊ້
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Camellia sasanqua Thunb. / THEACEAE
ຊື່ພ້ອງ
Camellia miyagii (Koidz.) Makino & Nemoto
Camellia sasanqua var. angustifolia Miq.
Camellia sasanqua var. fujikoana Makino
Camellia sasanqua var. lanceolata Miq.
Camellia sasanqua var. latifolia Miq.
Camellia sasanqua var. obtusifolia Miq.
Camellia sasanqua var. serrata (Siebold ex Kochs) Masam.
Camellia tegmentosa (Koidz.) Makino & Nemoto
Thea sasanqua (Thunb.) Cels
ຊື່ອື່ນ
ອັງກິດ: Camellia ແລະ Sasanqua camellia.
ຈີນ: 山茶梅, 山茶花, 海紅, 紅梅 ແລະ 耐冬花.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນຂະໜາດນ້ອຍ, ຂຽວຕະຫຼອດປີ. ລຳຕົ້ນຕັ້ງຊື່, ສູງປະມານ 10 ມ, ແຕກກິ່ງກ້ານຈຳນວນຫຼາຍ, ຜິວລຽບ. ເປືອກບາງ, ຜິວລຽບ, ສີນ້ຳຕານແດງ. ໃບດ່ຽວ, ອອກວຽນສະຫຼັບ, ຮູບຮີ ຫຼື ຮູບໄຂ່, ກ້ວາງ 3-4 ຊມ, ຍາວ 6-8 ຊມ, ໂຄນໃບຮຽວແຫຼມ, ຂອບແສກແຂ້ວເລືອຍ, ປາຍແຫຼມ ຫຼື ເປັນຕິ່ງໜາມ, ແຜ່ນໃບໜາຄ້າຍຄືໜັງ, ແຂງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວລຽບມັນ. ດອກເປັນຊໍ່ແບບກະຈຸກ​ ຫຼື ດອກດ່ຽວ, ອອກບໍລິເວນງ່າມໃບ. ດອກຍ່ອຍມີ 1-3 ດອກ, ດອກແຍກເພດໃນຕົ້ນດຽວກັນ. ກ້ານດອກຍ່ອຍຍາວປະມານ 3 ມມ. ກີບດອກມີ 4 ກີບ, ຮູບກົມ ຫຼື ຮູບໄຂ່, ສີຂາວ. ເກສອນເພດຜູ້ຈຳນວນຫຼາຍ, ສີເຫຼືອງ. ໝາກຮູບກົມ, ມິເສັ້ນຜ່າສູນກາງຍາວປະມານ 2.5 ຊມ, ໝາກແຫ້ງແລ້ວແຕກ, ແຕກອອກເປັນ 2-3 ແສກບໍສິເໝີກັນ. ແກ່ນມີຈຳນວນຫຼາຍ, ສີນ້ຳຕານ.

ບັນຍາຍການນຳໃຊ້

ພືດປະດັບ: ເນື່ອງຈາກມີດອກທີ່ສວຍງາມ ຈຶ່ງນິຍົມນຳມາປູກເປັນພືດປະດັບ.
ຄຸນປະໂຫຍດ: ໃຫ້ນ້ຳມັນ ແລະ ໃບໃຊ້ຕົ້ມນ້ຳກິນ ຫຼື ບາງທ້ອງຖີ່ນນຳໃບອ່ອນມາມັກເປັນໝ້ຽງ.

ການປະກອບສ່ວນ