ເໝືອດຄວາຍ / Muat Khouay

ການນຳໃຊ້
ອາຫານ
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Aporosa serrata Gagnep./EUPHORBIACEAE
ຊື່ພ້ອງ
ຊື່ອື່ນ
ໄທ: ເໝືອດຕົ້ນ, ເໝືອດຄວາຍ, ເໝືອດ ແລະ ເໝືອດຕົ້ນ.
ຫວຽດນາມ: Ngăm lông mép xẻ; Tai nghé răng, Thàu táu lá răng ແລະ Ngăm mép xẻ.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນຕັ້ງຊື່, ສູງປະມານ 12 ມ, ມີຂົນແຂງກະຈາຍຢູ່ທົ່ວ. ໃບດ່ຽວ, ອອກຮຽງສະຫຼັບແຜ່ນພຽງດຽວກັນ, ຮູບຂອບຂະໜານ, ຮູບຮີ ຫຼື ຮູບໄຂ່, ກ້ວາງ 4-6 ຊມ, ຍາວ 9-17 ຊມ, ໂຄນໃບຮຽວແຫຼມ ຫຼື ມົນ, ຂອບແສກແຂ້ວເລື່ອຍ, ປາຍແຫຼມ ຫຼື ຕິ່ງໜາມ, ແຜ່ນໃບໜາຄ້າຍຄືໜັງ, ແຜ່ນໃບສີນ້ຳຕານ ຫຼື ສີຂຽວອ່ອນ, ມີຂົນກະຈາຍຢູ່ຕາມເສັ້ນກ່າງໆໃບ, ແຜ່ນໃບດ້ານລຸ່ມມີຂົນແຂງດົກໜາ. ກ້ານໃບມີຂົນແຂງ, ຍາວປະມານ 1 ຊມ. ຫູໃບເປັນຮູບໄຂ່, ມີຂົນແຂງ, ລົ່ນໄວ. ຊໍ່ດອກແບບຫາງກະຫອກ, ຕາມງ່າມໃບ​ ຫຼື ປາຍກິ່ງ, ດອກແຍກເພດຕ່າງຕົ້ນກັນ. ຊໍ່ດອກເພດຜູ້ແບບຫາງກະຮອກ, ຍາວ 1-5 ຊມ, ມີ 2-5 ຊໍ່ຢູ່ນຳກັນ, ບໍ່ມີກ້ານຊໍ່ດອກ, ບໍ່ມີກາບດອກ, ມີຂົນສັ້ນອ່ອນນຸ້ມກະຈາຍຢ່າງໜາແໜ້ນ. ເກສອນເພດຜູ້ມີ 2 ອັນ. ໃບປະດັບດອກຮູບສາມຫຼ່ຽມ, ຍາວ 1-1.5 ມມ. ຊໍ່ດອກເພດແມ່ອອກຊໍ່ດອກ, ຊໍ່ແບບຫາງກະຫອກ, ສັ້ນກວ່າດອກເພດຜູ້, ອອກຕາມງ່າມໃບ ຫຼື ອອກຕາມກິ່ງ. ດອກຍ່ອຍອອກເປັນກະຈຸກ, ມີ 2-8 ດອກ, ຍາວ 2.5-4.5 ມມ. ກາບດອກເຊື່ອມຕິດກັນເປັນຮູບຖ້ວຍ, ປາຍແຍກອອກເປັນ 3-6 ແສກ, ສີເຫຼືອງອ່ອນ, ບໍ່ມີກ້ານ. ໝາກຮູບຮີ, ໝາກແຫ້ງແລ້ວແຕກ, ມີຂົນສີນ້ຳຕານປົນດຳ.

ບັນຍາຍການນຳໃຊ້

ອາຫານ:
    ໝາກສຸກ: ສາມາດກິນໄດ້ ເປັນອາຫານຂອງສັດປ່າຫຼາຍຊະນິດ
ສິ່ງປຸກສ້າງ:
    ເນື້ອໄມ້: ສາມາດນຳມາປຸກສ້າງເຮືອນໄດ້ ແລະ ເຄື່ອງໃຊ້ໃນຄົວໄດ້.
    ກິ່ງກ້ານ: ສາມາດນຳມາເຮັດຟືນໄດ້.
ສັບພະຄຸນ:
    ຮາກ ແລະ ເນື້ອໄມ້: ນຳມາຝົນ ຫຼື ຕົ້ມດື່ມແກ້ພິດ ແລະ ແກ້ໄຂ້ສຳແດງ.
    ລຳຕົ້ນ: ນຳໄປປຸງເປັນຢາແກ້ຕົວເຫຼືອງ, ຕາເຫຼືອງ ແລະ ເປັນຢາແກ້ເຈັບທະເພາະ.
    ເປືອກ ແລະ ເນື້ອໄມ້ສົດ: ນຳມາຄ້ຽວແກ້ໄຂ້.
    ເປືອກຕົ້ນ: ໃຊ້ປຸ່ງເປັນຢາຮັກສາລຳໄສ້, ຂັບເລືອດຂອງຜູ້ຍິງ ແລະ ຊ່ວຍແກ້ຈຸກສຽດ.
ຄຸນປະໂຫຍດ:
    ເປືອກໄມ້: ນຳເປັນສີຍ້ອມຜ້າໃຫ້ສີແດງ.

ການປະກອບສ່ວນ