ສົ້ມພໍ / Tooth brush tree
APA 6th ed. ສົ້ມພໍ / Tooth brush tree. (2021, April 19). Retrieved from https://www.phakhaolao.la/index.php/kb/0001121
MLA 8th ed. ສົ້ມພໍ / Tooth brush tree. Pha Khao Lao, 19 April 2021, https://www.phakhaolao.la/index.php/kb/0001121.
Chicago 17th ed. Pha Khao Lao. 2021. "ສົ້ມພໍ / Tooth brush tree." Published April 19, 2021. https://www.phakhaolao.la/index.php/kb/0001121.
ອັງກິດ: Siamese rough bush ແລະ Tooth brush tree.
ຈີນ: 寄主植物.
ໄມ້ຢືນຕົ້ນຂະໜາດນ້ອຍ ຫຼື ຂະໜາດກາງ. ລຳຕົ້ນສູງ 5-15 ມ, ລຳຕົ້ນ ແລະ ກິ່ງກ້ານຂ້ອນຂ້າງຄົດຄ້ຽວ, ມີຕຸ່ມຮອບຕົ້ນ, ອາດຈະຂຶ້ນຕົ້ນດຽວ ຫຼື ເປັນກຸ່ມ, ເປືອກບາງ, ຄຸຂະ, ແຕກເປັນແຜ່ນບາງໆ, ສີເທົາ, ມີຢາງສີຂາວຂຸ້ນ, ແຕກກິ່ງກ້ານສາຂາຫຼາຍ, ແຕກກິ່ງຕ່ຳ, ກ້ານຫຼາຍ, ໃບໜາ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ ຫຼື ຮູບໄຂ່ປີ້ນ, ກ້ວາງ 2-3.5 ຊມ, ຍາວ 4-7 ຊມ, ໂຄນໃບຮຽວແຫຼມ ຫຼື ຕັດ, ຂອບເປັນຄື້ນ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວສາກຊາຄ້າຍກະດາດທັງສອງດ້ານ, ສີຂຽວເຂັ້ມ. ຊໍ່ດອກແບບກະຈຸກ, ອອກຕາມງ່າມໃບ ແລະ ປາຍກິ່ງ. ດອກຍ່ອຍມີ 2-10 ດອກ, ດອກແຍກເພດໃນຕົ້ນດຽວກັນ. ໝາກຮູບກົມ ຫຼື ຮູບໄຂ່, ມີຂະໜາດ 0.5 ຊມ, ສີຂຽວ, ໝາກແກ່ມີສີເຫຼືອງໃສ. ແກ່ນມີລັກສະນະ ແລະ ຂະໜາດຄືກັບພິກໄທ, ມີເຈ້ຍຫຸ້ມໄວ້.
ສັບພະຄຸນ:
- ເປືອກຮາກ: ເປັນຢາບຳລຸງຫົວໃຈ ແລະ ຮັກສາແຜ.
-
ເປືອກ: ຊ່ວຍບຳລຸງທາດໃນຮ່າງກາຍ, ນຳມາຕົ້ມກັບເກືອອົມຮັກສາອາການເຫງືອກອັກເສບ, ຮັກສາລິດຊີດວງ, ແກ້ໄຂ້, ຊ່ວຍດັບພິດພາຍໃນຮ່າງກາຍ, ແກ້ອາການຖອກທ້ອງ, ແກ້ເຈັບທ້ອງບິດ, ເຈັບທ້ອງທຽວ, ທາຮັກສາລິດຊີດວງ, ຮັກສາພະຍາດຜິວໜັງ, ຊ່ວຍຂ້າເຊື້ອຈຸລະຊີບ ແລະ ຮັກສາພະຍາດຜິວໜັງແບບຊຳເຮື້ອ.
- ແກ່ນ: ນຳມາຮັບປະທານເປັນຢາອາຍຸວັນນະ, ຊ່ວຍຈະເລີນອາຫານ, ຊ່ວຍຂ້າເຊື້ອໃນຊ່ອງປາກ ແລະ ທາງເດີນອາຫານ, ຊ່ວຍຂັບລົມໃນລຳໄສ້ (ເປືອກ ແລະ ແກ່ນ) ແລະ ຮັກສາລິດຊີດວງດ້ວຍການນຳມາຊອຍເປັນຝອຍສູບ.
- ກິ່ງສົດ: ເຮັດໃຫ້ແຂ້ວແຂງແຮງ, ແຂ້ວບໍພຸພັງ ແລະ ບໍ່ເຈັບແຂ້ວໂດຍນຳມາຕົ້ມອົມ.
- ໃບ: ນຳມາປີ້ງໄຟຊົງກັບນ້ຳດື່ມໃຊ້ເປັນຢາລະບາຍອ່ອນໆ ແລະ ຊ່ວຍບັນເທົາອາການເຈັບມົດລູກໃນລະຫວ່າງມີປະຈຳເດືອນ.
ພືດປະດັບ: ນິຍົມນຳມາປູກເປັນຮົ້ວ ຫຼື ປູກເປັນພືດປະດັບປັບແຕ່ງເປັນຮູບຕ່າງໆ.
ເສັ້ນໄຍ:
- ເນື້ອໄມ້: ນຳມາເຮັດເຈ້ຍໄດ້.
ຄຸນປະໂຫຍດ:
- ຢາງ: ມີຢາງຊື່ວ່າ milk (lotting enzyme) ຊ່ວຍຍ່ອຍນ້ຳນົມ, ສາມາດນຳມາກຳຈັດແມງວັນໄດ້.
- ກິ່ງ: ສາມາດນຳມາຖູແຂ້ວ ແລະ ຍັງເຮັດໃຫ້ແຂ້ວແຂງແຮງ.