ດອກຝາງແດງ / Flame Tree
APA 6th ed. ດອກຝາງແດງ / Flame Tree. (2021, April 19). Retrieved from https://www.phakhaolao.la/index.php/kb/0001120
MLA 8th ed. ດອກຝາງແດງ / Flame Tree. Pha Khao Lao, 19 April 2021, https://www.phakhaolao.la/index.php/kb/0001120.
Chicago 17th ed. Pha Khao Lao. 2021. "ດອກຝາງແດງ / Flame Tree." Published April 19, 2021. https://www.phakhaolao.la/index.php/kb/0001120.
Delonix regia var. genuina Stehle
Delonix regia var. genuina Stehlé
Poinciana regia Hook.
Poinciana regia Bojer
ໄທ: ຫາງນົກຍູງຝຣັ່ງ, ອິນຊີ, ງອນນົກຍູງ, ນັກຍູງ, ນົກຍູງຝຣັ່ງ, ຊັມພໍຫຼວງ, ສົ້ມພໍຫຼວງ ແລະ ນັກຍູງທອງເປັນຕົ້ນ.
ຈີນ: 鳳凰木.
ຢີປຸ່ນ: ホウオウボク.
ອັງກິດ: Flamboyant, Flame Tree, Flame of the Forest ແລະ Royal Poinciana.
ຊື່ສາມັນ: Alamboronala, Fannou, Sarongadra, Tsiombivositra, Hintsakina, Hitsakitsana, Kitsakitsabe ແລະ Tanahou.
ຈັດເປັນໄມ້ຢືນຕົ້ນຂະໜາດກາງ. ລຳຕົ້ນສູງ 12-18 ມ, ປາຍຍອດແຜກວ້າງຄ້າຍຄັນຮົ່ມ, ແຕກກິ່ງກ້ານຈຳນວນຫຼາຍ, ແຕ່ຈະມີຂະໜາດນ້ອຍກວ່າລຳຕົ້ນ, ຜິວລຽບ, ເປືອກສີນ້ຳຕານປົນສີຂາວ ຫຼື ສີນ້ຳຕານເຂັ້ມ, ເມື່ອເຕີບໂຕເຕັມທີຈະມີຮາກໂຜ່ຂຶ້ນມາເທິງດິນ. ໃບປະສົມຂັ້ນສອງແບບຂົນນົກປາຍຄູ່, ອອກວຽນສະຫຼັບ. ໃບຍ່ອຍມີຈຳນວນຫຼາຍ, ອອກຮຽງກົງກັນຂ້າມ, ຮູບຂອບຂະໜານ, ໂຄນໃບບ້ຽວ, ຂອບລຽບ, ປາຍມົນ, ຜິວລຽບ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ ແລະ ປາຍກິ່ງ. ດອກຍ່ອຍຈຳນວນຫຼາຍ, ມີ 2 ສີ ຄື: ສີແດງ ແລະ ສີເຫຼືອງ. ກີບດອກມີ 5 ກີບ, ຮູບບ່ວງ, ຍາວ 2-4 ຊມ. ເກສອນເພດຜູ້ຍາວກວ່າວົງກີບດອກ. ໝາກເປັນຝັກແຂງ, ຮູບຂອບຂະໜານ, ກວ້າງ 3-5 ຊມ, ຍາວ 30-60 ຊມ, ລັກສະນະເປັນຂໍ້ໆ, ໝາກແກ່ຈະແຕກ. ແກ່ນມີ 20-40 ເມັດ, ຮຽງຕາມທາງຂວາງ, ລັກສະນະຂ້ອນຂ້າງມົນກົມ, ແກ່ນອ່ອນເປັນສີຂຽວ, ເມື່ອແກ່ເຕັມທີຈະປ່ຽນເປັນສີເທົາປົນຂາວ.
ອາຫານ:
- ຮາກ: ນຳມາຕົ້ມ ຫຼື ທອດກິນກັບອາຫານອື່ນໄດ້.
- ແກ່ນອ່ອນ: ສາມາດນຳມາຮັບປະທານສົດໄດ້, ແຕ່ຖ້າເປັນແກ່ນແກ່ຕ້ອງນຳມາເຮັດໃຫ້ສຸກກ່ອນຈຶ່ງສາມາດຮັບປະທານໄດ້.
- ແກ່ນແກ່: ສາມາດນຳມາເຮັດນ້ຳຫວານໄດ້ ເຊັ່ນ ນຳມາຕົ້ມກັບນ້ຳຕານໃສ່ກະທິ.
ສັບພະຄຸນ:
- ຮາກ: ໃຊ້ເປັນຢາຂັບເລືອດຂອງຜູ້ຍິງ ແລະ ຊ່ວຍຮັກສາອາການບວມຕ່າງໆ.
- ລຳຕົ້ນ: ນຳມາຝົນທາແກ້ພິດ ແລະ ຖອນພິດຈາກແມງໄມ້ກັດ.
ພືດປະດັບ: ເປັນຕົ້ນໄມ້ທີ່ໃຫ້ຄວາມສວຍງາມ, ສີສັນສົດໃສ, ປູກງ່າຍ ແລະ ທົນຕໍ່ສະພາບພູມອາກາດແຫ້ງແລ້ງໄດ້ຈຶ່ງນິຍົມນຳໄປປູກເປັນພືດປະດັບຕາມຫ້ອງການ ຫຼື ສວນສາທາລະນະລັດ ແລະ ຕາມແຄມທາງ.