ແຄດອກແດງ / Sausage tree
APA 6th ed. ແຄດອກແດງ / Sausage tree. (2021, April 1). Retrieved from https://www.phakhaolao.la/index.php/kb/0001090
MLA 8th ed. ແຄດອກແດງ / Sausage tree. Pha Khao Lao, 1 April 2021, https://www.phakhaolao.la/index.php/kb/0001090.
Chicago 17th ed. Pha Khao Lao. 2021. "ແຄດອກແດງ / Sausage tree." Published April 1, 2021. https://www.phakhaolao.la/index.php/kb/0001090.
Crescentia pinnata Jacq.
Kigelia abyssinica A.Rich.
Kigelia aethiopica Decne.
Kigelia aethiopica var. abyssinica (A.Rich.) Sprague
Kigelia aethiopica var. bornuensis Sprague
Kigelia aethiopica var. usambarica Sprague
Kigelia aethiopum (Fenzl) Dandy
Kigelia africana var. aethiopica (Sprague) Aubrév. ex Sillans
Kigelia africana subsp. africana
Kigelia erytraeae Mattei
Kigelia ikbaliae De Wild.
Kigelia pinnata (Jacq.) DC.
Kigelia pinnata var. tomentella Sprague
Kigelia somalensis Mattei
Kigelia talbotii Hutch. & Dalziel
Kigelia tristis A. Chev.
Sotor aethiopiumm Fenzl
Sotor aethiopum Fenzl
Tanaecium pinnatum (Jacq.) Willd.
Tecoma africana (Lam.) G.Don
Tripinna africana Voigt
Tripinnaria africana Spreng.
ໄທ: ຕົ້ນໄສ້ກອກ, ໝາກຂາມຍັກ ແລະ ຫາງແກະ
ອັງກິດ: Sausage tree ແລະ Cucumber tree
ຈັດເປັນໄມ້ຢືນຕົ້ນຂະໜາດກາງ ຫຼື ຂະໜາດໃຫຍ່. ລຳຕົ້ນສູງ 18-20 ມ, ຂະໜາດໃຫຍ່, ຜິວລຽບ, ສີເທົາ ຫຼື ສີນ້ຳຕານປົນດຳ, ພາກສ່ວນແກ່ແຕກອອກເປັນສະເກັດ, ເນື້ອໄມ້ເປັນສີນ້ຳຕານອົມເຫຼືອງ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ. ໃບຍ່ອຍມີ 3-5 ຄູ່, ອອກຮຽງສະຫຼັບ. ຊໍ່ດອກແບບກະຈ່າງ. ດອກຍ່ອຍຮູບລະຄັງ, ສີເຫຼືອງ, ສີສົ້ມ ຫຼື ສີແດງ. ກາບດອກເຊື່ອມຕິດກັນເປັນຫຼອດ, ສີຂຽວອ່ອນ. ໝາກມີຂະໜາດໃຫຍ່, ຍາວປະມານ 80 ຊມ, ກ້ວາງປະມານ 12 ຊມ, ມີຂະໜາດແຂງ, ພາຍໃນມີແກ່ນ.
ເປັນອາຫານ:
- ໝາກ: ນິຍົມນຳມາໝັກເປັນເຫຼົ້າໃຫ້ຜູ້ຊາຍດື່ມເພື່ອບຳລຸງກຳລັງ.
ພືດເປັນຢາ:
- ໝາກ: ໃຊ້ເປັນຢາບຳລຸງຮ່າງກາຍສຳລັບຜູ້ຊາຍ, ຊ່ວຍເພີ່ມກຳລັງທາງເພດ, ງູກັດ, ຊ່ວຍໃນການຍ່ອຍອາຫານ, ຮັກສາພະຍາດກ່ຽວກັບລະບົບປະສາດ, ລະບົບເລືອດໃນຮ່າງກາຍ ແລະ ລະບົບກ້າມເນື້ອ.
ຄຸນປະໂຫຍດ:
- ໝາກ: ໃຊ້ເປັນອາຫານສັດຫຼາຍຊະນິດ.
- ໃບ: ໃຊ້ຕາກແຫ້ງເປັນອາຫານສັດ.
- ເນື້ອໄມ້: ສາມາດນຳມາໃຊ້ເປັນອຸປະກອນເຄື່ອງໃຊ້ຕ່າງໆ.
- ລຳຕົ້ນ: ນຳມາຂູດເປັນຢາເບື່ອໜູໄດ້.
- ໝາກ: ນຳມາສະກັດເປັນຄີມບຳລຸງຜິວ ແລະ ນຳມາໃຊ້ເປັນຢາຮັກສາພະຍາດໄດ້ຫຼາຍຊະນິດ.
ພືດປະດັບ: ຖືກນຳມາປູກເປັນພືດປະດັບໃນພື້ນທີ່ໂລ່ງ.
ໝາຍເຫດ: ໝາກມີພິດ ແລະ ເປັນຢາລະບາຍຢ່າງແຮງ.