ແຄຫາງຄ່າງ / Chinese Trumpet Vine

ການນຳໃຊ້
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Campsis grandiflora (Thunb.) K. Schum. / BIGNONIACEAE
ຊື່ພ້ອງ
Bignonia chinensis Lam.
Bignonia grandiflora Thunb.
Campsis adrepens Lour.
Campsis chinensis (Lam.) Voss
Gelseminum grandiflorum (Thunb.) Kuntze
Incarvillea chinensis Spreng. ex DC.
Incarvillea grandiflora Poir.
Tecoma chinensis (Lam.) K.Koch
Tecoma grandiflora (Thunb.) Loisel.
Tecoma sinensis Spach
ຊື່ອື່ນ
ໄທ: ແຄຫາງຄ່າງ, ແຄທະເລ, ແຄນາ, ແຄແສດ, ແຄຫົວໝູ, ນ້ຳເຕົ້າຕົ້ນ, ນ້ຳເຕົ້າຕົ້ນ, ປີບ, ເພກາ ແລະ ໃສ້ກອກແອັບຟຣິກກາ
ອັງກິດ: Chinese Trumpet Vine ແລະ Chinese Trumpet Creeper
ຈີນ: 編輯
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ລຳຕົ້ນເປັນລຳເລືອ, ຍາວໄດ້ຮອດ 6 ມ, ມີຮາກພິເສດອອກເປັນກະຈຸກຢູ່ຮອບຂໍ້. ໃບປະສົມແບບຂົນນົກປາຍຄີກ, ອອກຮຽງສະຫຼັບ. ດອກຍ່ອຍມີ 4-5 ຄູ່, ອອກຮຽງກົງກັນຂ້າມ, ຮູບໄຂ່, ກ້ວາງ 3-5 ຊມ, ຍາວ 4-7 ຊມ, ໂຄນໃບມົນ, ຂອບແສກແຂ້ວເລື່ອຍ, ປາຍແຫຼມ. ຊໍ່ດອກແບບແຕກແໜງ, ອອກຕາມງ່າມໃບ ຫຼື ປາຍຍອດ. ດອກຍ່ອຍມີ 4-10 ດອກ, ມີຂະໜາດເສັ້ນຜ່າສູນກາງ 4-5 ຊມ, ສີສົ້ມແກມແດງ. ກາບດອກເຊື່ອມຕິດກັນເປັນຮູບລະຄັງ, ມີຄວາມຍາວ 3.2-2.5 ຊມ. ກີບດອກເຊື່ອມຕິດກັນ, ປາຍແຍກອອກເປັນ 5 ແສກ, ຂອບເປັນຄື້ນເລັກນ້ອຍ. ເກສອນເພດຜູ້ມີ 4 ອັນ. ເຕົ້າໄຂ່ຈັບເທິງ, ບໍ່ມັກຕິດໝາກ. ໝາກເປັນຝັກຍາວ, ໝາກອອນເປັນສີຂຽວ. ແກ່ນມີລັກສະນະແປ ແລະ ມີປີກ.

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ໃຊ້ເປັນຢາສະໝູນໄພຂັບເສມຫະ

ພືດປະດັບ: 

  • ນິຍົມນຳມາປູກເປັນໄມ້ປະດັບ
ການປະກອບສ່ວນ