ດອກກາວ / Garden balsam
APA 6th ed. ດອກກາວ / Garden balsam. (2021, March 22). Retrieved from https://www.phakhaolao.la/index.php/kb/0001068
MLA 8th ed. ດອກກາວ / Garden balsam. Pha Khao Lao, 22 March 2021, https://www.phakhaolao.la/index.php/kb/0001068.
Chicago 17th ed. Pha Khao Lao. 2021. "ດອກກາວ / Garden balsam." Published March 22, 2021. https://www.phakhaolao.la/index.php/kb/0001068.
Balsamina balsamina (L.) Huth
Balsamina coccinea (Sims) DC.
Balsamina cornuta (L.) DC.
Balsamina foeminea Gaertn.
Balsamina hortensis Desp.
Balsamina lacca Medik.
Balsamina minutiflora Span.
Balsamina mollis G.Don
Balsamina odorata Buch.-Ham. ex D.Don
Balsamina racemosa Buch.-Ham. ex D.Don
Balsamina salicifolia Bojer ex Baker
Impatiens balsamina var. corymbosa Santapau
Impatiens coccinea Sims
Impatiens cornuta L.
Impatiens eriocarpa Launert
Impatiens stapfiana Gilg
ໄທ: ທຽນດອກ, ທຽນສວນ, ທຽນໄທ, ທຽນຂາວ, ທຽນບ້ານ ແລະ ທຽນ
ຈີນ: 苏嘉华, 吉卡出租, 萧前, 鸿翔, 智佳华, 吉星志, 冯宪华 ແລະ 扶风县花枝
ອັງກິດ: Garden balsam
ຈັດເປັນໄມ້ລົ້ມລຸກຂະໜາດນ້ອຍ, ມີອາຍຸປະມານ 1 ປີ. ລຳຕົ້ນສູງ 20-70 ຊມ, ມີການແຕກກິ່ງກ້ານໃກ້ກັບໂຄນຕົ້ນ, ຕົ້ນກົມຮູບຊົງກະບອກ, ລຳຕົ້ນອວບ, ຜິວລຽບ, ເນື້ອໃສ, ບໍລິເວນໂຄນຕົ້ນເປັນສີແດງ, ພາກສ່ວນອ່ອນສີຂຽວອ່ອນ. ໃບດ່ຽວ, ອອກວຽນສະຫຼັບ, ຮູບຮີ, ກ້ວາງ 2-4 ຊມ, ຍາວ 6-10 ຊມ, ໂຄນໃບຮູບຫຼິ້ມ, ຂອງແສກແຂ້ວເລື່ອຍ, ປາຍແຫຼມ ຫຼື ເປັນຕິ່ງໜາມ, ແຜ່ນໃບເປັນສີຂຽວເຂັ້ມ, ຜິວໃບລຽບທັງສອງດ້ານ. ຊໍ່ດອກແບບກະຈຸກ ຫຼື ດອກດ່ຽວ, ອອກຕາມງ່າມໃບ. ດອກຍ່ອຍມີ 2-3 ດອກ, ມີຫຼາຍສີສັນຂຶ້ນກັບສາຍພັນ ເຊັ່ນ: ສີບົວ, ສີແດງ, ສີມ່ວງ, ສີຂ່າວ ຫຼື ອາດເປັນສີປະສົມກໍ່ໄດ້. ກາບດອກມີ 3 ກາບ, ສີຂຽວ. ກີບຮອງດອກຮູບຖ້ວຍ, ປາກບານອອກ, ມີງວງນ້ຳຫວານຍາວ. ກີບດອກມີ 4-5 ກີບ, ຊ້ອນກັນ ຫຼື ບໍ່ຊ້ອນກັນ, ແຕ່ລະກີບມີຂະໜາດບໍ່ເທົ່າກັນ, ປາຍເປັນວັກຕື້ນ. ເກສອນເພດຜູ້ມີ 5 ອັນ, ຕິດກັນຢູ່ຮອບເຕົ້າໄຂ່. ເຕົ້າໄຂ່ມີ 5 ຫ້ອງ, ແຕ່ລະຫ້ອງມີຫຼາຍເມັດ, ປາຍເຕົ້າໄຂ່ມີຮອຍແຍກ 5 ຮ່ອງ. ໝາກຮູບຮີ, ມີຂົນສີຂາວປົກຄຸມຢ່າງໜາແໜ້ນ, ໝາກແກ່ແລ້ວແຕກຕາມທາງຍາວເປັນ 5 ແສກ, ເປືອກມ້ວນກັບໄປທາງຫຼັງ. ແກ່ນຮູບກົມ ຫຼື ຮູບໄຂ່ແປ, ມີເສັ້ນຜ່າສູນກາງ 1.5-3 ມມ, ສີນ້ຳຕານເຂັ້ມ ຫຼື ສີດຳ.
ອາຫານ:
- ໃບ: ຊາວບ້ານໃນອາດີດຈະນຳໃບມາຮັບປະທານເປັນອາຫານ
ສັບພະຄຸນ:
- ຮາກ: ຊ່ວຍລະລາຍເລືອດ, ຟອກເລືອດ, ຊ່ວຍຂັບລົມໃນຮ່າງກາຍ, ແກ້ລົງຂາວຂອງແມ່ຍິງ, ແກ້ຕົກເລືອດ, ແກ້ອາການບວມນ້ຳໂດຍໃຊ້ຮາກ 4-5 ກຼາມນຳມາຕົ້ມກັບຊີ້ນໝູກິນ 3-4 ຄັ້ງ, ຮັກສາແຜຊ້ຳເຮື້ອ, ເປັນຢາແກ້ຝີໜອງ, ແກ້ຝົກຊ້ຳຂຽວ, ຝົກຊ້ຳເປັນກ້ອນ, ບວມແດງ ໂດຍການໃຊ້ຮາກແຫ້ງບົດເປັນຜົງຊົງກັບເຫຼົ້າຄັ້ງລະ 10-15 ກຼາມຕໍ່ວັນ, ແກ້ອາການເຈັບກະດູກ, ແກ້ໜ້າບວມ, ຂາບວມໂດຍໃຊ້ຮາກກັບໃບສົດປະສົມກັບນ້ຳຕານຕຳໃຫ້ລະອຽດ ແລ້ວນຳມາພອກ ແລະ ແກ້ກ້າງຕິດຄໍໂດຍນຳຮາກສົດມາຄ້ຽວແລ້ວກື່ນລົງໄປຊ້າໆ ຫຼັງຈາກນັ້ນແມ່ນອົມນ້ຳອຸ່ນເພື່ອແກ້ແຂ້ວພຸ (ເນື່ອງຈາກຢາໂຕນີ້ເປັນຢາລະລາຍກະດູກ ແລະ ແຂ້ວໄດ້).
- ລຳຕົ້ນ: ຊ່ວຍເຮັດໃຫ້ເລືອດເດີນສະດວກ, ນຳມາຄັ້ນເອົານ້ຳ ຫຼື ຄ້ຽວກື່ນແກ້ກ້າງຄາຄໍ, ເຮັດໃຫ້ປວດຮາກ, ຊ່ວຍຂັບປັດສະວະ, ຮັກສາແຜເນົ່າເປືອຍ, ແກ້ຜິດງູກັດ, ແກ້ອາການເລັບບວມ, ອັກເສບ ຫຼື ເປັນແຜບໍລິເວນເລັບມືໂດຍນຳຕົ້ນສົດມາຄັ້ນເອົານ້ຳດື່ມ ສ່ວນທີ່ເຫຼືອແມ່ນນຳມາພອກ, ແກ້ຝີໜອງໂດຍນຳຕົ້ນຕັດມາຕຳໃຫ້ລະອຽດປະສົມກັບນ້ຳຕານຊາຍແດງ ແລ້ວນຳມາພອກ, ແກ້ເຈັບບວມ, ເປັນພິດ, ຊ່ວຍຂັບລົມ, ແກ້ເຈັບຂໍ້, ແກ້ເັຈັບກະດູກໂດຍໃຊ້ຕົ້ນສົດ 40 ກຼາມກິນກັບເຫຼົ້າ, ຊ່ວຍແກ້ເໜັບຊາ, ເຮັດໃຫ້ເສັ້ນເອັນມາຍຕົວ, ຊ່ວຍບຳລຸງຜິວ ແລະ ຫຼຸດຮອຍສິວ.
- ໃບ: ເປັນຢາຟອກເລືອດ, ເປັນຢາລະລາຍລົມ, ໃບເປັນຢາແກ້ບິດ, ມູກເລືອດ, ໃຊ້ຮັກສາແຜຊ້ຳເຮື້ອ, ຮັກສາແຜຖືກນ້ຳຮ້ອນຫຼວກ, ແຜພຸພອງ ຫຼື ແຜໄຟໄໝ້ໄດ້, ແກ້ແຜອັກເສບ, ແຜເນົ່າເປືີ່ອຍ, ຮັກສາຝີໜອງໂດຍການໃຊ້ໃບແຫ້ງປະມານ 10-15 ກຼາມນຳມາຕົ້ມດື່ມເຊົ້າແລງ, ເປັນຢາແກ້ງູກັດ, ນຳມາຕົ້ມພອກເປັນຢາຖອນພິດ, ແກ້ເຈັບແສບ, ເຈັບຮ້ອນ, ເປັນຢາຮັກສາກາກໂດຍນຳໃບສົດ 1 ກຳມືມາຕໍາພອກຈົນກ່ວາຫາຍ, ແກ້ຝີອັກເສບ, ແກ້ແຜໜອງຊໍ້າເຮືອ, ນຳມາຕຳພອກແກ້ນ້ຳກັດມື, ແກ້ເລັບຍັກ ຫຼື ເລັບຊໍ້າ, ແກ້ບວມ, ແກ້ອາການເຈັບ, ແກ້ໜ້າບວມ, ຂາບວມ, ຊ່ວຍຂັບລົມ, ແກ້ອາການເຈັບຂໍ້, ຮັກສາອາການເຈັບກະດູກ, ແກ້ອາການເຈັບຕາມຂໍ່ມື, ຂໍ່ຕີນ, ຮັກສາແຜທີ່ຖືກແກ້ວບາດ ຫຼື ຮັກສາສ້ຽນ (ຮາກ, ໃບ).
- ຍອດອ່ອນ: ແກ້ດັງອັກເສບ, ບວມ, ແດງ ໂດຍນຳຍອດສົດມາຕຳພອກເຊົ້າແລງ.
- ດອກ: ບຳລຸງຮ່າງກາຍ, ເປັນຢາຟອກເລືອດ, ເປັນຢາລະລາຍລົມ, ແກ້ອາການເຈັບກ່ອນເປັນປະຈຳເດືອນ, ນຳມາຕຳພອກບ່ອນທີ່ຖືກນ້ຳຮ້ອນຫຼວກ, ແຜພຸພອງ ຫຼື ແຜໄຟໄໝ້ໄດ້, ໃຊ້ກັນເລັບຖອດ, ແກ້ເລັບອັກເສບ, ແກ້ບວມ, ແກ້ອາການເຈັບປວດເນື່ອງຈາກຖືກກະທົບກັບຂອງແຂງ, ແກ້ອາການເຈັບແອວ, ຫຼຸດບວມ, ເປັນຢາແກ້ເຈັບຂໍ່, ແກ້ອາການເຈັບຂໍ່ມື ແລະ ຂໍ່ຕີນຂອງຜູ້ທີ່ເປັນພະຍາດເກົາ.
- ແກ່ນ: ເປັນຢາຟອກເລືອດ, ຊ່ວຍລະລາຍເລືອດ, ແກ້ກ້າງຄາຄໍ, ເປັນຢາຂັບເສມຫະ, ໃຊ້ເປັນຢາຂັບເລືອດ, ຂັບປະຈຳເດືອນຂອງແມ່ຍິງ, ແກ້ປະຈຳເດືອນບໍມາ, ເຮັດໃຫ້ເກີດລູກງ່າຍຂຶ້ນ, ໃຊ້ເປັນຢາຂັບລູກທີ່ຕາຍໃນທ້ອງຂອງແມ່ຍິງ, ເປັນຢາແກ້ກ້າມຊິ້ນໃນມົດລູກຂອງແມ່ຍິງ, ຊ່ວຍແກ້ອາການຕັບແຂງ, ແກ້ແຜອັກເສບຕິດເຊື້ອແບບຊຳເຮື້ອ, ຮັກສາແຜໄຟໄໝ້ນ້ຳຮ້ອນຫຼວກ ແລະ ແກ້ອາການເຈັບບວມ.
- ທັງຕົ້ນ: ໃຊ້ເປັນຢາຟອກເລືອດ, ໃຊ້ເປັນຢາແກ້ຝີບໍລິເວນຄໍ ແລະ ໃຊ້ເປັນຢາຂັບລົມ.
ຂໍ້ມມູນທາງວິທະຍາສາດ:
- ຮາກ: ພົບສານ Cyanidin ແລະ mono-glycosidise.
- ໃບ: ມີສານ 2-methoxy-1, 4-naphthaquinone ສາມາດຂ້າເຊື້ອຣາໃນພືດໄດ້,
- ດອກ: ພົບສານ Anthocyanins, Cyanidin, Delphinidin, Harands, Quercetin, Pelargonidin ແລະ Malvidin Kaempferol.
- ນ້ຳມັນຫອມລະເຫີຍ ແລະ ນ້ຳມັນ: ພົບສານ Balsaminasterol parinaric acid ແລະ ໂປຣຕີນເປັນຕົ້ນ.
- ແກ່ນ: ພົບສານ Balsaminasterol Parinaric acid, ນ້ຳມັນ ແລະ ໂປຣຕີນ.
- ສານສະກັດດ້ວຍເຫຼົ້າຈາກໃບສາມາດຂ້າເຊື້ອຈຳພວກ Dermatophytes ເຊິ່ງເປັນສາເຫດສຳຄັນທີ່ເຮັດໃຫ້ເກີດພະຍາດຜິວໜັງ ແລະ ຂີ້ກາກ.
- ສານສຳຄັນໃນແກ່ນສາມາດຕ້ານເຊື້ອແບັກທິເຣຍ.
ພືດປະດັບ: ນິຍົມນຳມາປູກເປັນພືດປະດັບເນື່ອງຈາກມີດອກທີ່ສວຍງາມ ແລະ ອີກສ່ວນໜຶ່ງແມ່ນຊື່ຂອງຕົ້ນທຽນເປັນແສງສະຫວ່າງທີ່ໃຊ້ບູຊາ.
ຄຸນປະໂຫຍດ:
- ໃບ: ນຳມາຕົ້ມສະຜົມ, ຊ່ວຍບຳລຸງເສັ້ນຜົມເຮັດໃຫ້ຜົມດົກດຳ, ນ້ຳຄັ້ນຈາກໃບສົດສາມາດນຳມາຍ້ອມສີຜ້າ, ດອກ ແລະ ໃບໃຊ້ຍ້ອມເລັບເຮັດໃຫ້ເລັບງາມ.
- ແກ່ນ: ໃຫ້ນ້ຳມັນສຳລັບຫຸງຕົ້ມ ຫຼື ນ້ຳມັນໃຊ້ສຳລັບໃຕ່ຕະກຽງ.
ຂໍ້ຄວນລະວັງ:
- ຜູ້ຍິງມີລູກຫ້າມຮັບປະທານສະໝູນໄພຊະນິດນີ້.
- ແກ່ນສາມາດລະລາຍກະດູກ ແລະ ເຮັດໃຫ້ແຂ້ວຜຸ ຫຼື ຫັກໄດ້, ຈຶ່ງຄວນລະມັດລະວັງບໍ່ໃຫ້ຖືກແຂ້ວ.
- ບໍ່ຄວນຮັບປະທານຮາກຂອງຕົ້ນທຽນຫາກກິນໃນປະລິມານຫຼາຍ ຫຼື ຮັບປະທານຕິດຕໍ່ກັນນານໆ