ຕົ້ນໄລ່ພິດ / Woolly Cassia

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Senna hirsuta (L.) H.S.Irwin & Barneby / FABACEAE
ຊື່ພ້ອງ
Cassia caracasana Jacq.
Cassia hirsuta L.
Cassia tomentosa Arn.
Cassia venenifera G.Mey.
Cassia venenifera Rodschied ex G. Meyer
Ditremexa hirsuta (L.) Britton & Wilson
Senna hirsuta var. hirsuta
ຊື່ອື່ນ
ໄທ: ຕົ້ນໂຜງເຜງ, ຮາງຈືດຕົ້ນ, ດັບພິດ ແລະ ລຳມືຫຼວງ.
Common name: marsh- bristle grass or foxtail, cattail grass
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ລົ້ມລຸກ ຫຼື ໄມ້ຟຸ່ມຂະໜາດນ້ອຍ. ລຳຕົ້ນຕັ້ງຊືື່, ສຸງ 2.5-3 ມ, ມີຂົນ ແລະ ມີກິ່ນຂິ້ວ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄູ່, ອອກຮຽງສະຫຼັບ. ໃບຍ່ອຍມີ 4-5 ຄູ່, ອອກຮຽງກົງກັນຂ້າມກັນ, ຮູບໄຂ່, ຮູບຂອບຂະໜານ ຫຼື ຮູບຮີ, ກ້ວາງ 1.7-4.3 ຊມ, ຍາວ 3.3-10.8 ຊມ, ໃບຄູ່ທຳອິດມີຂະໜາດນ້ອຍກ່ວາໝູ່ ແລະ ມີຂະໜາດໃຫຍ່ຂື້ນຕາມລຳດັບ, ແຜ່ນໃບຂົນລະອຽດ, ຍາວປະມານ 1-1.5 ມມ, ປົກຄຸມຢ່າງໜາແໜ້ນທັງສອງດ້ານ. ກ້ານໃບຍາວ 1.7-4.3 ຊມ. ຊໍ່ດອອກແບບກະຈະ, ອອກຕາມງ່າມໃບໃກ້ກັບປາຍກິ່ງ. ດອກຍ່ອຍມີ 3-4 ດອກ. ກາບດອກມີ 5 ກາບ, ສີຂຽວ, ມີຂົນສີຂາວປົກຄຸມຢ່າງໜາແໜ້ນ. ກີບດອກມີ 5 ກີບ, ຮູບບ່ວງ ຫຼື ຮູບໄຂ່ປີ້ນ, ສີເຫຼືອງ. ເກສອນເພດຜູ້ມີ 10 ອັນ, ຍາວບໍ່ສະໝໍ່າສະເໝີ, ຖົງລະອອງຮູບແຖບ, ສີນ້ຳຕານ. ເຕົ້າໄຂ່ຮູບແຖບ, ສີຂຽວອ່ອນ, ມີຂົນສີຂາວປົກຄຸມຢ່າງໜາແໜ້ນ. ໝາກເປັນຝັກໂຄ້ງເລັກນ້ອຍ, ມີຂົນອ່ອນປົກຄຸມຢ່າງໜາແໜ້ນ, ຂອບເປັນສັນ ຫຼື ຫຼ່ຽມ, ໝາກອ່ອນເປັນສີຂຽວ, ໝາກແກ່ເປັນສີນ້ຳຕານ. ແກ່ນຈຳນວນຫຼາຍ, ຮູບແປ, ກ້ວາງປະມານ 2 ມມ, ຍາວປະມານ 3 ມມ, ສີດຳປົນສີມ່ວງ.

ບັນຍາຍການນຳໃຊ້

ອາຫານ: 

  • ໃບ ແລະ ຍອດອ່ອນ: ຫຼວກກິນກັບແຈ່ວ.
  • ຄຸນຄ່າທາງດ້ານໂພສະນາການ: ມີ ໂປຣຕີນ 15,95%, ຄາໂບໄຮເດດ 46,86%,​ ໄຂມັນ 6,21%,​ ໄຍອາຫານ 22,08%, ADF 26.27%, NDF33.18% ແລະ ລິກນິນ 4.91%.

ສັບພະຄຸນ: 

  • ຮາກ: ຕົ້ມດື່ມເປັນຢາແກ້ອາການນອນບໍ່ຫຼັບ, ເຮັດໃຫ້ຢາກນອນ, ຝົນດື່ມເປັນຢາແກ້ເບື່ອເມົາ, ຕົ້ມດື່ມແກ້ອາການປັດສະວະຂັດ ແລະ ທ້ອງພູກ.
  • ໃບ: ປະສົມກັບຮາກຂາງຄັງນຳມາບົດໃຫ້ເປັນຜົງ ເປັນຢາແກ້ໄຂ້.
  • ແກ່ນ: ນຳມາຂົ້ວແຊ່ນ້ຳດື່ມແກ້ອາການປັດສະວະຂັດ ຫຼື ຖອກທ້ອງເນື່ອງຈາກອາຫານບໍ່ຍ່ອຍ.
  • ທັງຕົ້ນ: ນຳມາຕົ້ມດື່ມສຳລັບແມ່ຍິງຢູ່ໄຟຫຼັງເກີດລູກ.
ການປະກອບສ່ວນ