ຢາສູບ / Tobacco

ການນຳໃຊ້
ພືດເປັນຢາ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Nicotiana tabacum L. / SOLANACEAE
ຊື່ພ້ອງ
Nicotiana chinensis Fisch. ex Lehm.
Nicotiana fruticosa Moc. & Sessé ex Dunal
Nicotiana latissima Mill.
Nicotiana mexicana Schltdl.
Nicotiana mexicana var. rubriflora Dunal
Nicotiana pilosa Dunal
Nicotiana tabaca St.-Lag.
ຊື່ອື່ນ
ໄທ: ຢາຊຸລະ, ຢາຊຸ, ຢາອອກ,​ ສະຕູ້ ແລະ ຢາາສູບ
ສາຊາມັນ: Tobacco
ຈີນ: 煙草
ຫວຽດນາມ: Thuốc lá, Lão bẩu, Yên thảo ແລະ Jờ rào
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ລົ້ມລຸກອາຍຸປີດຽວ. ລຳຕົ້ນແຕກກິ່ງກ້ານສາຂາຈຳນວນຫຼາຍ, ສູງ 0.6-2 ມ, ຕົ້ນ ແລະ ຍອດອ່ອນມີຂົນອ່ອນນຸ້ມປົກຄຸມຢ່າງໜາແໜ້ນ ແລະ ມີຕ່ອມນ້ຳຢາງໜຽວກະຈາຍຢູ່ທົ່ວລຳຕົ້ນ. ໃບດ່ຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ຮູບໄຂ່ປີ້ນ ຫຼື ຮູບໄຂ່ແກມຮູບຂອບຂະໜານ, ກ້ວາງ 10-20 ຊມ, ຍາວ 30-60 ຊມ, ໂຄນໃບຮຽວແຫຼມ, ຂອບລຽບ ຫຼື ເປັນຄື້ນເລັກນ້ອຍ, ປາຍແຫຼມ ຫຼື ຮຽວແຫຼມ, ຜິວໃບໜາຄ້າຍຄືໜັງ, ສີຂຽວ, ມີຂົນອ່ອນປົກຄຸມທັ້ງສອງດ້ານ. ຊໍ່ດອກແບບກະຈະ, ອອກບໍລິເວນປາຍໃບ. ດອກຍ່ອຍມີຈຳນວນຫຼາຍ, ສີບົວອ່ອນເກືອບສີຂາວ ຫຼື ສີແດງອ່ອນ. ກາບດອກເຊື່ອມຕິດກັນເປັນຮູບຖ້ວຍ, ປາຍແຍກ 5-6 ແສກ, ຮູບຫອກ, ສີຂຽວ, ​ມີຂົນອ່ອນນຸ້ມປົກຄຸມຢ່າງໜາແໜ້ນ. ກີບດອກເຊື່ອມຕິດກັນເປັນຮູບລະຄັງ, ປາຍແຍກ 5 ແສກ, ມີຂົນຂາວປົກຄຸມ. ໝາກແຫ້ງແບບແຄັບຊູນ, ຮູບຂອບຂະໜານ, ໝາກອ່ອນເປັນສີຂຽວ, ໝາກແກ່ເປັນສີນ້ຳຕານ ແລະ ແຕກ. ແກ່ນມີຈຳນວນຫຼາຍ, ສີນ້ຳຕານ.

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ໃບ: ເປັນຢາລະງັບປະສາດ, ເຮັດໃຫ້ນອນຫຼັບ ແລະ ຈ່ອຍ, ແກ້ຫວັດ (ເປັນຢາເສັ້ນປະສົມກັບປູນແດງ, ໃບນຽມ), ແກ້ຫອບຫືດ, ຂັບຂີ້ກະເທີ້, ເຮັດໃຫ້ປວດຮາກ, ຊ່ວຍຂັບພະຍາດພິດໃນລຳໄສ້, ຊ່ວຍຂັບປັດສະວະ, ແກ້ໜິ້ວ, ຢາໃຊ້ພາຍນອກແມ່ນໃຊ້ຮັກສາແຜ, ພອກຊ່ວຍຫ້າມເລືອດ, ຊ່ວຍແກ້ພິດງູ, ແກ້ລົມພິດ, ໃຊ້ຂ້າເຫົາ, ແກ້ອາກາເຈັບ, ຫຼຸດອາການບວມ, ແກ້ອາການເຈັບຂໍ້, ເຈັບຫົວ, ເຈັບແຂ້ວ ແລະ ແກ້ອາການເຈັບທ້ອງເກິດລູກ (ອິນເດຍ).
  • ຮາກ: ເປັນຢາຮັກສາພະຍາດຜິວໜັງ, ກາກເກື້ອນ, ເຮື້ອນ, ຜື່ນຄັນ ແລະ ຂີ້ຫິດ (ຮາກ, ໃບ).
  • ຢາເສັ້ນ: ເປັນຢາຖອນພິດ, ຮັກສາແຜນ້ຳຮ້ອນລວກ (ປະສົມກັບນ້ຳມັນໝາກພ້າວທາ).
  • ນິໂຄຕິນ: ໃຊ້ແກ້ໄຂ້ມາລາເລຍ ແລະ ແກ້ທາງເດີນປັດສະວະອັກເສບ. ນອກນີ້ແລ້ວຍັງສາມາດຮັກສາຄົນທີ່ເປັນພະຍາດໂຣກຈິດ ແລະ ເອົາໄຊເມີໃຫ້ດີຂຶ້ນອີກ.

ຄຸນປະໂຫຍດ: ໃຊ້ເປັນຢາຊີດຂ້າແມງໄມ້ ແລະ ເພ້ຍຕ່າງໆໄດ້ເປັນຢ່າງດີ, ເປັນຢາທາພາຍນອກປ້ອງກັນປີງ ແລະ ທາກກັດ, ນຳໃສ່ຮັ່ງໄຂ່ ຫຼື ຕຳໃສ່ນ້ຳສີດຮັ່ງໄຂ່ຂ້າໄຮໄກ ແລະ ຮັກສາຜິວໜັງງົວຄວາຍທີ່ເປັນໜອງ.

ນ້ຳມັນຫອມລະເຫີຍ: ທັັັັັັັັັັັັງຕົ້ນສາມານຳມາເປັນສະກັດເປັນຢາຂ້າແມງໄມ ແລະ ຂ້າເພຍທຸກຊະນິດ.

ໂທດ:

  • ເຮັດໃຫ້ມີອາການໄອ ແລະ ເຈັບຄໍ ເນື່ອງຈາກຄໍ ແລະ ຫຼອດລົມມີການອັກເສບບວມເຮັດໃຫ້ເກີດການເສບຕິດ, ເຮັດໃຫ້ຫົວໃຈເຮັດວຽກບໍ່ເຕັມທີ, ຫົວໃຈອ່ອນເພຍ ແລະ ເຕັ້ນບໍ່ສະໝໍ່າສະເໝີ, ຄວາມຈຳເຊື່ອມ, ຄວາມດັນເລືອດຕໍ່າ, ຫາຍໃຈອ່ອນ, ເຫື່ອອອກຫຼາຍຜິດປົກກະຕິ ແລະ ມີອາການມືສັ່ນ, ເຮັດໃຫ້ມີອາການໄອ, ຄໍແຫ້ງເຊິ່ງເປັນສາເຫດເຮັດໃຫ້ເກີດມະເລັງປອດ ແລະ ຫຼອດລົມແັກເສບ.
  • ຫາກສູບເປັນເວລາດົນຈະເຮັດໃຫ້ມີອາການເຈັບຫົວ, ງຸດງິດ, ມີອາການຄຽດງ່າຍ, ຂາດສະມາທິ ແລະ ນອນບໍ່ຫຼັບ.
  • ຄົນທີ່ສູບຢາມີໂອກາດສູງທີ່ຈະເປັນພະຍາດມະເລັງທີ່ປາກ, ກ່ອງສຽງ,​ ເຕົ້ານົມ, ກະເພາະ ລຳໄສ້, ຫຼອດອາຫານ, ຫຼອດໝາກໄຂ່ຫຼັງ, ຕັບອ່ອນ, ມົດລູກ ແລະ ເມັດເລືອດໄດ້. ເຊິ່ງເປັນເຫດເຮັດໃຫ້ຄົນສູບຢາມັກມີອາຍຸສັ້ນ ເພາະພະຍາດແຊກແຊງຫຼາຍຢ່າງ.
  • ຄວັນຢາສູບບໍ່ຂ້າສະເພາະຄົນທີ່ສູບເທົ່ານັ້ນແຕ່ຍັງເປັນອັນຕະລາຍຕໍ່ຄົນອ້ອມຂ້າງໄດ້ອີກດ້ວຍ.
  • ຢາສູບເປັນອັນຕະລາຍ ແລະ ໂທດຕໍ່ຮ່າງກາຍໃນໄລຍະຍາວ ໂດຍຈະໃຊ້ເວລາເປັນ 10 ປີເຮັດໃຫ້ຫຼາຍຄົນບໍ່ເອົາໃຈໃສ່ເຖິ່ງອັນຕະລາຍຂອງຢາສູບ.
ການປະກອບສ່ວນ