ເຄືອເຂົາແກບ / Ventilago
APA 6th ed. ເຄືອເຂົາແກບ / Ventilago. (2021, December 8). Retrieved from https://www.phakhaolao.la/index.php/kb/0001054
MLA 8th ed. ເຄືອເຂົາແກບ / Ventilago. Pha Khao Lao, 8 December 2021, https://www.phakhaolao.la/index.php/kb/0001054.
Chicago 17th ed. Pha Khao Lao. 2021. "ເຄືອເຂົາແກບ / Ventilago." Published December 8, 2021. https://www.phakhaolao.la/index.php/kb/0001054.
Ventilago denticulata var. bifida Bhandari & Bhansali
Ventilago macrantha Tul.
Ventilago silhetiana M.A.Lawson
Ventilago smithiana Tul.
Ventilago sulphurea Tul.
ຈັດເປັນໄມ້ເຄືອ. ລຳຕົ້ນເລືອໄປຕາມຕົ້ນໄມ້ ແລະ ກິ່ງໄມ້, ລຳຕົ້ນຍັງອ່ອນເປັນຮຸບຊົງກະບອກ, ຕາມກິ່ງອ່ອນມີຂົນສັ້ນ, ເຄືອສີເທົາ, ແຕກເປັນຮ່ອງ, ສີແດງເຮັດໃຫ້ມີລວດລາຍສວຍງາມ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຂອບຂະໜານ ຫຼື ຮູບຮີ, ກ້ວາງ 4-6 ຊມ, ຍາວ 6-14 ຊມ, ໂຄນໃບມົນ ຫຼື ບ້ຽວ, ຂອບແສກແຂ້ວ, ປາຍແຫຼມ. ກ້ານໃບສັ້ນຫຼາຍ. ຊໍ່ດອກອອກຕາມງ່າມໃບ ແລະ ໃກ້ກັບປາຍຍອດ. ດອກຍ່ອຍຈຳນວນຫຼາຍ. ກີບດອກມີສີຂຽວແກມເຫຼືອງ ຫຼື ສີຂຽວອົມຂາວ. ໝາກແຫ້ງ, ບໍ່ແຕກ, ຮູບກົມ, ປາຍມີປີກແຂງ. ແກ່ນມີ 1-2 ເມັດ.
ສັບພະຄຸນ:
- ຮາກ: ເປັນຢາແກ້ລົມກະໄສ, ຊ່ວຍຂັບຂິ້ກະເທິ, ແກ້ພິສາບ (ຮາກຮາງແດງ, ຮາກຜັກຂະ, ຮາກເລັບແມວ, ຮາກສາມສິບ, ແກ່ນຈັນຂາວ, ແກ່ນຈັນແດງ ແລະ ເຂົາກວາງຝົນໃສ່ເຂົ້າກິນ).
- ເຄືອ: ເປັນຢາອາຍຸວັນນະ, ນຳມາເປັນຢາປຸງພະຍາດກະໄສ, ແກ້ອາການຫຼອນທຸກຊະນິດ, ຊ່ວຍຈະເລີນອາຫານ, ຕົ້ມດື່ມຊ່ວຍຫຼຸດຄໍເລັດເຕີໂລ, ຊ່ວຍແກ້ຮ້ອນໃນເນື່ອງຈາກຂາດນ້ຳ, ຊ່ວຍຂັບປັດສະວະ, ຊ່ວຍບຳລຸງເສັ້ນ, ແກ້ເສັ້ນ, ແກ້ອາການເມືອຍທີ່ກົ້ນກົບ ແລະ ຕົ້ມດື່ມເປັນຢາແກ້ປວດເມື່ອຍ.
-
ໃບ: ຊ່ວຍຈະເລີນອາຫານ, ເຮັດໃຫ້ຊຸ່ມຄໍ, ຊ່ວຍຂັບປັດສະວະ, ເຮັດໃຫ້ເສັ້ນເອັນໃນຮ່າງກາຍອ່ອນດີ, ແກ້ເສັ້ນຕຶືງ, ເປັນຢາບຳລູງຮ່າງກາຍ, ແກ້ເຈັບຫຼັງ ແລະ ສ້າງພູມຄຸ້ມກັນໃຫ້ຮ່າງກາຍ.