ເຄືອແຮມ / Climbing Bushwillow

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Combretum latifolium Blume / COMBRETACEAE
ຊື່ພ້ອງ
Combretum cyclophyllum Steud.
Combretum extensum Roxb. ex G.Don.
Combretum formosum Griff.
Combretum leucanthum Van Heurck & Müll.Arg.
Combretum macrophyllum Roxb.
Combretum macrostachyum Wall.
Combretum micropetalum Llanos
Combretum platyphyllum Van Heurck & Müll.Arg.
Combretum rotundifolium Roxb.
Combretum wightianum Wall.
Combretum wightianum Wall. ex Wight & Arn.
Embryogonia latifolia (Blume) Blume
ຊື່ອື່ນ
thai: ຖົ່ວແປ໋ເຖົາ, ແກດຳ, ແໜເຫຼືອງ, ຂະໝິ້ນເຄືອ, ມັນແດງ, ແໜເຄືອ ແລະ ເຄື່ອອວດເຊືອກ.
china: 阔叶风车子.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ລຳຕົ້ນເປັນລຳເຄືອ, ຂະໜາດນ້ອຍ, ເນື້ອໄມ້ແຂງ, ມັກເລືອພັນຕາມຕົ້ນໄມ້ອື່ນ, ຍາວ 5-15 ມ, ກິ່ງອ່ອນຜິວກ້ຽງ, ສີແດງອ່ອນ. ໃບດ່ຽວ, ອອກຮຽງກົງກັນຂ້າມ, ຮູບຮີກ້ວາງ ຫຼື ຮູບໄຂ່, ກ້ວາງ 5-9 ຊມ, ຍາວ 8-12 ຊມ, ໂຄນໃບຕັດ ຫຼື ມົນ, ຂອບລຽບ, ປາຍຮຽວແຫຼມ ຫຼື ຍາວເປັນຫາງ, ຜິວໃບເປັນສີຂຽວອ່ອນ, ແຜ່ນໃບໜາ ແລະ ໜຽວ. ກ້ານໃບກົມ, ຍາວ 0,7-2 ຊມ. ຊໍ່ດອກແບບຫາງກະຫອກ ຫຼື ແບບກະຈຸກ, ອອກຕາມບໍລິເວນງ່າມໃບ ຫຼື ປາຍຍອດ. ດອກຍ່ອຍມີຈຳນວນຫຼາຍ, ສີຂາວປົນສີຂຽວ, ມີກິ່ນຫອມ. ກີບດອກມີ 4 ກີບ, ມີຂະໜາດປະມານ 2 ຊມ, ຜິວກ້ຽງ. ເກສອນເພດຜູ້ມີ 8 ອັນ. ໝາກຂ້ອນຂ້າງກົມ, ຮູບໄຂ່ ຫຼື ຮູບຮີ, ມີຂະໜາດປະມານ 2,54 ຊມ,​ ໝາກສຸກເປັນສີເຫຼືອງ, ໝາກມີປີກ 4 ປີກ, ປີກສີນ້ຳຕານ. ແກ່ນມີ 1 ແກ່ນ, ຂະໜາດໃຫຍ່.

ບັນຍາຍການນຳໃຊ້

ເປັນອາຫານ:

  • ໃບອ່ອນ: ນຳມາໝົກໄຟກິນແທນໝ້ຽງ.

ສັບພະຄຸນ: 

  • ຮາກ: ມີສັບພະຄຸນເປັນຢາຂັບປະຈຳເດືອນຂອງແມ່ຍິງ ແລະ ຕົ້ມດື່ມຮັກສາກາມມະໂຣກ.
  • ເນື້ອໄມ້: ບຳລຸງເລືອດ, ບຳລຸງຮ່າງກາຍ (ເນື້ອໄມ້, ເປືອກຕົ້ນ), ນຳມາບົດລະອຽດປະສົມກັບນ້ຳດື່ມເປັນຢາບຳລຸງທາດ ແລະ ຮັກສາລຳໄສ້.
  • ໃບອ່ອນ: ນຳມາຍ້ຳ ຫຼື ຕົ້ມກິນຮັກສາອາການຮ້ອນໃນ.
  • ໝາກ: ຊ່ວຍຈະເລີນອາຫານ ແລະ ເປັນຢາບຳລຸງ.
  • ທັງຕົ້ນ: ນຳມາຕົ້ມດື່ມເປັນຢາແກ້ອາການເຈັບທ້ອງ ແລະ ຖອກທ້ອງ.

ນອກຈາກນີ້ແລ້ວຕົ້ນ ຫຼື ເຄືອຍັງສາມາດນຳໄປເຜົ່າຖ່ານໄດ້ເນື້ອດີເນື່ອງຈາກມີເນື້ອໄມ້ແຂງ ແລະ ໜຽວ.

ການປະກອບສ່ວນ