ຕົ້ນໝາກຂີ້ແບ້ / Lime Berry

ການນຳໃຊ້
ອາຫານ
ພືດເປັນຢາ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Micromelum minutum (J.Forst.) Wight & Arn. / RUTACEAE
ຊື່ພ້ອງ
Glycosmis subvetina F.Muell.
ຊື່ອື່ນ
ໄທ: ຄອມຂົນ, ສາມໂສກ, ຫວດ, ເຟ້ຍຟານດົງ, ສະໝັດດົງ, ສະໝັດຕົ້ນ, ສະໝັດໃຫ່ຍ, ຫັດສະຄຸນ, ຕົ້ນຊີ້, ຕົ້ນລິ້ນຊີ່, ສາບແຫ້ງ, ສາບກາ, ໝໍນ້ອຍ, ດອກສະໝັດ, ສະແບກ, ສະມຸຍ,​ ມຸຍຂາວ, ມຸຍຂົນ, ກະມ່ວງ, ສະມຸຍຊ້າງ, ມຸຍຊ້າງ,​ ມະລຸຍຊ້າງ, ສະມູຍ, ຫົມມຸຍ, ມຸຍໃຫຍ່, ກາຈັບຫຼັກ, ຈີີ້ປຸກຕົວຜູ້, ຈີ້ຍ້ອຍ, ມອງຄອງ ແລະ ຫຍ້າສາບຫີ້ນ.
ອັງກິດ: Lime Berry, Padra-guta, Bonduk guti goch, Gobar-buti ແລະ Khilaguti-goch.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ ຫຼື ໄມ້ຟູຸ່ມຂະໜາດກາງ. ລຳຕົ້ນສູງຮອດ 10 ມ, ກິ່ງອ່ອນມີຂົນສັ້ນ, ສີເທົາ, ລຳຕົ້ນມີສີຂຽວ, ລຳຕົ້ົນພາກສ່ວນແກ່ເປັນສີນ້ຳຕານປົນເທົາ ແລະ ແຕກເປັນຮ່ອງຕາມລວງຍາວ. ໃບປະສົມແບບຂົນນົກປາຍຄີກ, ອອກຮຽງສະຫຼັບ. ໃບຍ່ອຍມີ 7-15 ໃບ,​ ອອກຮຽງສະຫຼັບ, ຮູບໄຂ່, ກ້ວາງ 2-4 ຊມ, ຍາວ 3-7 ຊມ, ໂຄນໃບບ້ຽວ, ຂອບໃບລຽບ ຫຼື ແສກແຂ້ວ, ປາຍແຫຼມ​, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບເປັນສີຂຽວອ່ອນ, ມີຕ່ອມນ້ຳມັນນ້ອຍໆກະຈາຍທົ່ວແຜ່ນໃບ, ຜິວໃບດ້ານເທິງມີຂົນສັ້ນ, ທ້ອງໃບມີຂົນອ່ອນນຸ້ມກະຈ່າຍຢູ່ທົ່ວ, ມີກິ່ນຫອມ. ຊໍ່ດອກແບບແຕກແໜງ,​ ອອກຢູ່ບໍລິເວນປາຍກິ່ງ ຫຼື ປາຍຍອດ. ດອກຍ່ອຍມີຈຳນວນຫຼາຍ, ດອກບານເຕັມທີ່ຈະມ້ວນກັບໄປທາງຫຼັງ, ສີຂາວອົມເຫຼືອງ. ກາບດອກມີ 5 ກາບ, ຮູບໄຂ່, ສີຂຽວປົນສີຂາວ. ກີບດອກມີ 5 ກີບ, ຮູບຂອບຂະໜານ. ເກສອນເພດຜູ້ມີ 10 ອັນບບໍ່ສະເໝີກັນ, ມີ​ 5 ອັນສັ້ນ, 5 ອັນຍາວ, ຖົງລະອອງຈັບຢູ່ປາຍ, ສີເຫຼືອງ. ເຕົ້າໄຂ່ຈັບເທິງຮູບໄຂ່, ສີຂຽວ,​ ຄໍເຕົ້າໄຂ່ຍາວປະມານ 3 ມມ, ປາຍຮ່ວງຮັບນູນຂື້ນເລັັກນ້ອຍ, ສີຂາວ. ໝາກອອກເປັນພວງ, ຮູບກະສວຍ ຫຼື ຮູບໄຂ່, ຜິວລຽບໃສ, ເນື້ອອວບນ້ຳ, ໝາກອ່ອນເປັນສີຂຽວອ່ອນ, ໝາກແກ່ມີສີສົ້ມ ຫຼື ສີແດງ, ມີຂົນປົກຄຸມ.

ບັນຍາຍການນຳໃຊ້

ອາຫານ: 

  • ຍອດ ແລະ ດອກ: ໃຊ້ຮັບປະທານເປັນຜັກສົດໄດ້ເຊັ່ນ ກິນກັບແຈ່ວ, ກັບເຂົ້າປຸ້ນ ຫຼື ກັບແກງປາ.

ສັບພະຄຸນ: 

  • ຮາກ: ຮັກສານິ້ວໃນໝາກໄຂ່ຫຼັງ (ປະສົມກັບຮາກຕົ້ນຍິກບໍ່ຖອງຝົນກັບນ້ຳມ່າເຂົ້າດື່ມ), ໃຊ້ເປັນຢາຮັກສາລິດຊີດວງ, ເປັນຢາຂັບເລືອດ, ແກ້ເລືອດຂຸ້ນ, ຮັກສາອາການໄຂ້, ແກ້ພະຍາດຫອບຫືດ, ຊ່ວຍແກ້ລົມ, ຮັກສາໜອງໃນ, ໃຊ້ພອກແຜລິດຊີດວງທະວານໜັກ ແລະ ຮັກສາແຜຊ້ຳເຮື້ອ.
  • ຕົ້ນ: ເປັນຢາຂັບພະຍາດພິດໄສ້ເດືອນ, ຊ່ວຍແກ້ລົມພາຍໃນໃຫ້ກະຈາຍ, ເປັນຢາແກ້ເລືອດໃນລຳໄສ້ ແລະ ຊ່ວຍແກ້ໄອ (ຕົ້ມ, ໃບ).
  • ເປືອກຕົ້ນ: ໃຊ້ເປັນຢາຮົມຮັກສາລິດສີດວງທະວານໜັກ (ໃບ, ເປຶອກໝາກ), ຊ່ວຍເຮັດໃຫ້ເລືອດໃນຄໍ ແລະ ລຳໄສ້ກະຈາຍ.
  • ໃບ: ເປັນຢາແກ້ໄຂ້, ຕົວເຫຼືອງ, ເປັນຢາແກ້ຫືດໄອ, ຊ່ວຍແກ້ລົມສຽດແທງ, ຊ່ວຍຂັບລົມ, ນຳມາທາແກ້ຜື່ນຄັນ, ພອກ ຫຼືື ອົບອາຍນ້ຳ, ແກ້ຜື່ນຄັນ, ຊ່ວຍເຮັດໃຫ້ເລືອດລົມໄຫຼວຽນໄດ້ດີ ແລະ ຊ່ວຍແກ້ລົມອຳມະພາດ.
  • ດອກ: ຊ່ວຍຂັບເສມຫະ, ໃຊ້ເປັນຢາຂ້າແບັກທິເຣຍ ແລະ ຮັກສາແຜຊ້ຳເຮື້ອ.
  • ໝາກ: ເປັນຢາຖ່າຍ.
  • ທັງຕົ້ນ: ເັປນຢາບຳລຸງນ້ຳບີ. 
  • ບໍ່ລະບຸສ່ວນທີ່ໃຊ້: ເປັນຢາຂັບຂີ້ກະເທີ່, ແກ້ລົມ, ເປັນຢາຂັບພະຍາດພິດ, ແກ້ຜ່ອມແຫ້ງ, ຫອບຫືດໄອ, ແກ້ລິດຊີດວງ, ຊ່ວຍຂັບເລືອດ ແລະ ຂັບໜອງໃນຕົກ.
  • ສານສະກັດຈາກຕົ້ນ ຫຼື ດອກ: ຊ່ວຍຄາຍກ້າມເນື້ອ.

ນ້ຳມັນຫອມລະເຫີຍ:

  • ຕົ້ນ ຫຼື ດອກ: ສາມາດນຳມາສະກັດເປັນນ້ຳມັນຫອມລະເຫີຍ, ເປັນນ້ຳຫອມ, ເປັນຢາຂ້າແບັກທິເຣຍ ແລະ ເປັນຢາຄ້າຍກ້າມຊີ້ນ. 
ການປະກອບສ່ວນ