ການຟັກໄຂ່ຫ່ານ
ໄຂ່ຫ່ານທີ່ຈະນຳມາຟັກຄວນເປັນໄຂ່ຫ່ານຈາກແມ່ຫ່ານທີ່ໄດ້ຮັບການປະສົມພັນແລ້ວ ແລະ ມີອາຍຸລະຫວ່າງ 1-3 ປີ, ໄຂ່ທີ່ຈະຟັກບໍຄວນເກີນ 7 ວັນ, ຖ້າເກັບໄວ້ຮອດ 10 ວັນມີແນວໂນ້ມທີ່ຈະເຮັດໃຫ້ການຟັກອອກເປັນໂຕຕໍ່າລົງ, ແຕ່ຖ້າຈຳເປັນ ຕ້ອງເກັບໄວ້ເກີນ 7 ວັນ ຕ້ອງເກັບໄວ້ບ່ອນທີ່ມີອຸນຫະພູມ 50-60 ອົງສາຟາເລັນຮາຍ ຫຼື ປະມານ 10-15 ອົງສາ ແລະ ຄວາມຊຸ່ມສຳພັນ 75-80%, ຄວນປີ້ນໄຂ່ຢ່າງໜ້ອຍມື້ລະຄັ້ງ ເພື່ອປ້ອງກັນບໍໃຫ້ເຊື້ອຕິດເຍື້ອເປືອກໄຂ່ ໄຂ່ຟັກທີ່ສະອາດມີເປີເຊັນການຟັກອອກເປັນໂຕດີ ກວ່າໄຂ່ທີ່ເປື້ອນ , ຖ້າຈຳເປັນຕ້ອງໃຊ້ໄຂ່ທີ່ບໍເປື້ອນຫລາຍໄປຟັກຕ້ອງຮີບຮ້ອນເຮັດໃຫ້ສະອາດທັນທີຫລັງຈາກເກັບ ໂດຍໃຊ້ຝອຍໂລຫະ ຫລື ກະດາດຊາຍເບີ 0 ຫລື ເບີ 1 ຂັດຄ່ອຍໆ ຫລື ລ້າງໃນນໍ້າອຸ່ນທີ່ສະອາດ ອຸນຫະພູມປະມານ 48 ອົງສາເຊວຊຽດ, ເຊິ່ງປະສົມດ້ວຍນໍ້າຢາລ້າງໄຂ່ ເປັນເວລາ 3 ນາທີ ຄວນລະມັດລະວັງສະເໝີວ່ານໍ້າທີ່ຈະໃຊ້ລ້າງໄຂ່ຈະຕ້ອງອຸ່ນກວ່າອຸນຫະພູມຂອງໄຂ່ສະເໝີ, ໄຂ່ຟັກທີ່ມີຂະໜາດໜ່ວຍໃຫ່ຍເກີນໄປ ຫລື ນ້ອຍເກີນໄປ ຫລື ມີລັກສະນະຜິດປົກກະຕິມີຮອຍແຕກ ບໍ່ຄວນຟັກ ເພາະໂອກາດຈະຟັກອອກເປັນໂຕມີໜ້ອຍ.

http://www.panphol.com/2010/10/%E0%B8%AB%E0%B8%B8%E0%B9%89%E0%B8%99%E0%B8%9B%E0%B8%B1%E0%B8%99%E0%B8%9C%E0%B8%A5-%E0%B8%82%E0%B8%B2%E0%B8%A2%E0%B9%80%E0%B8%A1%E0%B8%B7%E0%B9%88%E0%B8%AD-%E0%B8%A1%E0%B8%B2%E0%B8%96%E0%B8%B6/
ໃຫ້ແມ່ຫ່ານຟັກໄຂ່ເອງ http://www.panphol.com

 

ການປະກອບສ່ວນ