ເອື້ອງກະເປົາເມືອງລາວ / Lao's Paphiopedilum

ການນຳໃຊ້
ສີນຄ້າ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Paphiopedilum rungsuriyanum O.Gruss, Rungruang, Chaisur. & Dionisio / Orchidaceae
ຊື່ພ້ອງ
Section Laosianum Lee, Chung, Sydara, Souliya & Luang Aphay
ຊື່ອື່ນ
ສະຖານະພາບການອະນຸລັກ
Critically Endangered
ບັນຍາຍລັກສະນະພືດສາດ

ເປັນດອກເອື້ອງທີ່ເກີດຕາມຜາຫີນ ຫຼື ດີນ. ໃບ 3-5, ແຜ່ນໃບຮູບຮີ, ຂະໜາດ 10-15 x 1-2 ຊັງຕິແມັດ, ປາຍມົນ, ແຍກເປັນແສກ, ເນື້ອໃບໜາຄ້າຍໜັງ, ດ້ານເທີງສີຂຽວເຂັ້ມປົນສີຂຽວອ່ອນ, ດ້ານລຸ່ມສີມ່ວງກະຈາຍທົ່ວ. ຊໍ່ດອກຕັ້ງຊື່ ຫຼື ປາຍໂຄງລົງ, ມີ 1-3 ດອກ, ກວ້າງ 5-9 ຊັງຕິແມັດ, ສີມ່ວງເຂັ້ມປົກຄຸ້ມດ້ວຍຂົນສີຂາວ. ໃບປະດັບຮູບໄຂ່, ສີມ່ວງປົນສີຂຽວ, ປາຍຮູບຕັດ, ມີຂົນອ່ອນນຸ້ມ. ເຕົ້າໄຂ່ ແລະ ກ້ານດອກ ຍາວ 2 ຊັງຕິແມັດ, ສີເຫຼືອງອ່ອນປົນສີຂຽວ, ມີເສັ້ນສີນ້ຳຕານ, ປົກຄຸ້ມດ້ວຍຂົນສີຂາວ. ກາບດອກເທີງ ຮູບໄຂ່ກວ້າງ ຫຼື ມົນກົມ, ປາຍແຫຼມ, ດ້ານໃນສີມ່ວງປົນສີເຫຼືອງ, ດ້ານນອກສີແດງປົນສີມ່ວງ. ກາບດອກລຸ່ມສີເຫຼືອງອ່ອນ, ດ້ານນອກສີມ່ວງເຂັ້ມ. ກີບດອກຮູບຂອບຂະໜານ ຫຼື ຮູບໄຂ່, ປາຍມົນ, ດ້ານນອກມີຂົນ. ກີບປາກເປັນຖົງ, ຮູບອັກສອນວີດ້ານນອກສີເຫຼືອງມີເສັ້ນສີແດງ. ເສົາເກສອນສີນ້ຳຕານ, ມີຂົນສີຂາວ.

ນິເວດວິທະຍາ: ເປັນພືດທີ່ເກີດຕາມຜາຫີນປູນທີ່ເປັນແອ່ງຫີນ ແລະ ມີເສດພືດເນົ່າເປື່ອຍເປັນດີນ, ພົບໃນລະດັບຄວາມສູງຈາກໜ້ານ້ຳທະເລ 800-1700 ແມັດ.

ສະຖານະພາບ: ເປັນພືດທີ່ມີຄວາມສ່ຽງສູງທີ່ຈະສູນພັນໃນທຳມະຊາດ ເພາະມີການເກັບກູ້ຫຼາຍເກີນໄປ. ຍ້ອນມີຄວາມຕ້ອງການຂອງຕະຫຼາດສູງ ເຮັດໃຫ້ມີການເກັບກູ້ ແລະ ສົ່ງອອກແບບຜິດລະບຽບ.

Cites

IUCN

 

ການປະກອບສ່ວນ