ໝາກແໜ່ງດອກເຫຼືອງ / Cǎo Guǒ Cardamom
APA 6th ed. ໝາກແໜ່ງດອກເຫຼືອງ / Cǎo Guǒ Cardamom. (2020, July 27). Retrieved from https://www.phakhaolao.la/index.php/kb/0000858
MLA 8th ed. ໝາກແໜ່ງດອກເຫຼືອງ / Cǎo Guǒ Cardamom. Pha Khao Lao, 27 July 2020, https://www.phakhaolao.la/index.php/kb/0000858.
Chicago 17th ed. Pha Khao Lao. 2020. "ໝາກແໜ່ງດອກເຫຼືອງ / Cǎo Guǒ Cardamom." Published July 27, 2020. https://www.phakhaolao.la/index.php/kb/0000858.
Eng: Tsao-ko Cardamom
Viet: Thao qua
ເປັນພືດມີເຫງົ້າ, ເກີດເປັນສູງ, ລຳຕົ້ນສູງ 1.6 ແມັດ. ລີ້ນໃບຮູບຂອບຂະໜາດ, ຍາວ 1 ຊັງຕິແມັດ, ປາຍຮູບຕັດ. ກ້ານໃບສັ້ນໆ. ໃບຮູບຂອບຂະໜານ ຫຼື ຮູບຮີ, ຂະໜາດ 40-70 x 6-20 ຊັງຕິແມັດ, ກ້ຽງ, ກົກໃບຮູບຫຼີ້ມ, ຂອບບາງລຽບ, ປາຍແຫຼມຮຽວຍາວ. ຊໍ່ດອກເກີດຈາກເຫງົ້າໃຕ້ດີນ, ຊໍ່ດອກຂະໜາດ 10-14 x 6 ຊັງຕິແມັດ, ມີດອກ 6-30 ດອກ. ກ້ານຊໍ່ດອກຍາວ 10 ຊັງຕິແມັດ. ໃບປະດັບຊໍ່ດອກຮູບໃບຫອກ, ຂະໜາດ 4 x 6 ຊັງຕິແມັດ, ປາຍແຫຼມ. ດອກສີເຫຼືອງ. ກາບດອກເປັນຫຼອດ, ປາຍມີແຂ້ວ 3 ອັນ. ຫຼອດດອກສີສົ້ມປົນສີແດງ, ຍາວ 2 ຊັງຕິແມັດ, ປາຍແຍກເປັນ 3 ແສກ, ຮູບຂອບຂະໜານ, ຍາວ 4 ມີນລີແມັດ. ກີບປາກ ຮູບຮີ, ຂະໜາດ 3 x 1.5 ຊັງຕິແມັດ, ປາຍຮຽວຍາວ. ໝາກກົມສີແດງ, ເມື່ອແກ່ຈະເປັນສີນ້ຳຕານ.
ນິເວດວິທະຍາ ແລະ ການກະຈາຍພັນ: ເປັນພືດທີ່ເຂດກະຈາຍພັນຂ້ອນຂ້າງຈຳກັດເພາະວ່າພົບຢູ່ພຽງແຫຼ່ງດຽວໃນລາວກໍ່ຄືແຂວງຜົ້ງສາລີ ໃນສາຍພູທະແລງລະຫວ່າງທາງແຕ່ບູນໃຕ້ຮອດຜົ້ງສາລີ, ສະນັ້ນແລ້ວຈື່ງເປັນພືດທີເກີດແຕ່ຕີນພູຮອດຈອມພູ ແຕ່ຄວາມສູງລະດັບໜ້ານ້ຳທະເລປະມານ 1100-1800 ແມັດ, ມັກເກີດບ່ອນທີ່ຮ່ົມເຢັນ ອາກາດປອດໂປ່ງ.
ສະພາບການອະນຸລັກ: ມີຄວາມເປັນຫ່ວງຕໍ່ການສູນພັນຫຼາຍເພາະມີການຄົ້ນພົບພຽງແຫ່ງດຽວໃນລາວ ແລະ ມີການຂະຫຍາຍພັນໃນເຂດພື້ນທີຈຳກັດ ແລະ ມີການຂະຫຍາຍຕົວເປັນສູ່ມ ມັນຈະໃຊ້ເວລາຫຼາຍປີຈື່ງຂະຫຍາຍເປັນວົງກວ້າງໄດ້, ຖ້າປ່າທຳມະຊາດຖືກທຳລາຍ ຫຼື ປ່ຽນເປັນດີນກະສິກຳແມ່ນພືດຊະນິດສູນພັນແນ່ນອນ.
ການນຳໃຊ້: ໝາກຂອງມັນເມື່ອສຸກສາມາດກິນໄດ້ ໝາກຂອງສາມາດນຳເອົາຕາກແດດໃຫ້ແຫ້ງແລ້ວເອົາມາຕົ້ມນ້ຳດື່ມເພື່ອເປັນຢ່າບຳລູງກຳລັງ, ເປັນຢາທີ່ເຮັດໃຫ້ເລືອດໃນຮ່າງກາຍມູນວຽນໄດ້ດີ.