ໄມ້ຍໍປ່າ / Hairy Noni
APA 6th ed. ໄມ້ຍໍປ່າ / Hairy Noni. (2020, March 12). Retrieved from https://www.phakhaolao.la/index.php/kb/0000832
MLA 8th ed. ໄມ້ຍໍປ່າ / Hairy Noni. Pha Khao Lao, 12 March 2020, https://www.phakhaolao.la/index.php/kb/0000832.
Chicago 17th ed. Pha Khao Lao. 2020. "ໄມ້ຍໍປ່າ / Hairy Noni." Published March 12, 2020. https://www.phakhaolao.la/index.php/kb/0000832.
Morinda exserta Roxb.
Morinda tinctoria Roxb.
Morinda tinctoria var. tomentosa Hook.f.
Eng: Hairy Noni
ເປັນໄມ້ຢືນຕົ້ນ, ມີຄວາມສູງ 5-10 ແມັດ ແລະ ອາດສູງໄດ້ 15 ແມັດ, ລໍາຕົ້ນຕັ້ງຊື່, ເປືອກຕົ້ນເປັນສີນໍ້າຕານອົມເທົາ, ເປືອກໜາແຕກເປັນຮ່ອງຕາມຍາວ ແລະ ຂະໜານ, ຂະຫຍາຍພັນດ້ວຍວິທີການເພາະແກ່ນ ຫຼື ວິທີການປັກຊໍາກ້າ. ໃບເປັນໃບດ່ຽວອອກລຽງແບບກົງກັນຂ້າມສະລັບກັບຕັ້ງສາກ, ໃບອອກລວມກັນຢູ່ປາຍກິ່ງ, ລັກສະນະຂອງໃບເປັນຮູບຮີ ຫຼື ຮູບໄຂ່ກັບ, ປາຍໃບມົນ ຫຼື ແຫຼມ, ໃບກວ້າງ 4-7 ຊັງຕີແມັດ ແລະ ຍາວ 8-17 ຊັງຕີແມັດ, ຫຼັງໃບເປັນສີຂຽວມັນ ສ່ວນລຸ່ມໃບມີສີທ້ອງອ່ອນກວ່າ, ໃບແກ່ຈະບາງ ແລະ ໜຽວ. ອອກດອກເປັນຊໍ່ໂດຍຈະອອກລວມກັນເປັນກຸ່ມຕາມງ່າມໃບ ຫຼື ປາຍກິ່ງ, ດອກມີກິ່ນຫອມແບບອ່ອນໆ, ກີບດອກໜາ ແລະ ເປັນສີຂາວ, ກີບດອກເຊື່ອມຕິດກັນເປັນຫຼອດໆປາຍເປັນກີບແຫຼມ, ແຍກເປັນກີບ, ເມື່ອດອກບານຈະແຜ່ກວ້າງອອກ, ສ່ວນຫຼອດກີບລ້ຽງດ້ານເທິງແປເປັນສີຂຽວອົມເຫຼືອງ ໂດຍດອກຈະອອກໃນຊ່ວງເດືອນເມສາຫາເດືອນກໍລະກົດ. ໝາກເປັນໝາກລວມຮູບຮ່າງຂ້ອນຂ້າງກົມ, ຜົນອ່ອນເປັນສີຂຽວ, ເນື້ອໃນໝາກອ່ອນນຸ່ມ, ອວບໜາ ແລະ ເປັນສີຂາວ, ສ່ວນໝາກແກ່ເປັນສີດໍາພາຍໃນໝາກມີແກ່ນຫຼາຍ, ແກ່ນເປັນສີດໍາ ໂດຍຈະອອກໝາກໃນຊ່ວງເດືອນພຶດສະພາຫາເດືອນສິງຫາ.
ປະໂຫຍດ:
- ໝາກສຸກໃຊ້ຮັບປະທານໄດ້.
- ໃບອ່ອນ ແລະ ຍອດອ່ອນໃຊ້ລວກ ຫຼື ຕົ້ມໃຫ້ສຸກກັບແຈ່ວ ໂດຍຈະມີລົດຂົມມັນ.
- ເນື້ອໄມ້ສາມາດນໍາມາໃຊ້ເຮັດເປັນເຄື່ອງເຮືອນ ຫຼື ເຄື່ອງໃຊ້ຕ່າງໆໄດ້.
- ໃຊ້ປູກເປັນໄມ້ປະດັບຕາມບ້ານ ຫຼື ປູກເພື່ອໃຫ້ຮົ່ມເງົາໃນສວນທົ່ວໄປກໍໄດ້ ເປັນໄມ້ຫອມທີ່ດີອີກຊະນິດໜຶ່ງ ແລະ ດອກມີກິ່ນຫອມ.
ສັບພະຄຸນ:
- ໃບສົດໃຊ້ຕໍາພອກຫົວເປັນຢາຂ້າເຫົາ.
- ໝາກສຸກເປັນຢາຂັບປະຈໍາເດືອນຂອງແມ່ຍິງ.
- ໃບຊ່ວຍແກ້ລິດສີດວງທະວານ.
- ໝາກອ່ອນມີສັບພະຄຸນແກ້ວິນຫົວ.
- ໃບຊ່ວຍແກ້ອາການເຈັບຫົວ.