ຜັກກູດກ້ານດໍາ / Black Maidenhair

ການນຳໃຊ້
ສີນຄ້າ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Adiantum philippense L. / Pteridaceae: Vittarioideae
ຊື່ພ້ອງ
ຊື່ອື່ນ
Thai: ກູດຫູແຄວກ, ກະຊູດໜູ, ຫາງຊິງຊ້າ.
Eng: Culantrillo, walking maidenhair fern, or black maidenhair
ບັນຍາຍລັກສະນະພືດສາດ

ຜັກກູດກ້ານດໍາຈັດຢູ່ຕະກຸນດຽວກັບຜັກກູດ, ລໍາຕົ້ນສັ້ນ, ຕັ້ງຊື່, ມັກເກີດບ່ອນມີຄວາມຊຸ່ມ ແລະ ໃກ້ຫ້ວຍ ຫຼື ຕາດ. ໃບເປັນໃບປະສົມແບບຂົນນົກຊັ້ນດຽວ, ກ້ານໃບເປັນສີດໍາມັນ, ມີເກັດເລັກນ້ອຍ, ປາຍໃບມີຕາທີ່ແຕກຮາກ ແລະ ເກີດເປັນຕົ້ນອ່ອນເມື່ອສໍາພັດກັບພື້ນດິນ, ໃບຍ່ອຍລຽງແບບສະລັບ, ໃບຍ່ອຍເປັນຮູບສີ່ຫຼ່ຽມແບບຂະໜານ, ໃບກວ້າງ 1-1.5 ຊັງຕິແມັດ ແລະ ຍາວ 2-3 ຊັງຕິແມັດ, ຂອບໃບດ້ານລຸ່ມເກືອບເປັນເສັ້ນຊື່, ຂອບໃບດ້ານເທິງເປັນແບບແຂ້ວເລື້ອຍ ຫຼື ເປັນສັນຄື້ນ, ໃບກ້ຽງ. ຖົງສະປໍຈັບເປັນແຖວຍາວ.

ບັນຍາຍການນຳໃຊ້

ປະໂຫຍດ ແລະ ສັບພະຄຸນ:
    - ເປັນພັນໄມ້ນໍ້າທີ່ສວຍງາມສາມາດປູກປະດັບສວນນໍ້າໄດ້ ແລະ ນິຍົມປູກຂາຍທົ່ວໄປ. 

ການປະກອບສ່ວນ