ມັນອ້ອນພ່ວງ / Asiatic yam

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Dioscorea esculenta (Lour.) Burkill / Dioscoreaceae
ຊື່ພ້ອງ
Dioscorea aculeata L.
Dioscorea aculeata Roxb.
Dioscorea aculeata var. spinosa (Prain) Roxb.
Dioscorea aculeata var. spinosa (Prain) Roxb. ex Prain & Burkill
Dioscorea esculenta var. esculenta
Dioscorea esculenta var. fasciculata (Roxb.) Prain & Burkill
Dioscorea esculenta var. fasciculata (Roxb.) R.Knuth
Dioscorea esculenta var. fulvidotomentosa R.Knuth
Dioscorea esculenta var. spinosa (Prain) R.Knuth
Dioscorea esculenta var. tiliaefolia (Kunth) Fosberg & Sachet
Dioscorea esculenta var. tiliifolia (Kunth) Fosberg & Sachet
Dioscorea fasciculata Roxb.
Dioscorea fasciculata var. spinosa Prain
Dioscorea papillaris Blanco
Dioscorea papuana Warb.
Dioscorea sativa Willd.
Dioscorea sativa Willd. ex Kunth, 1850
Dioscorea spinosa Roxb.
Dioscorea spinosa Roxb. ex Hook.f.
Dioscorea tiliifolia Kunth
Dioscorea tugui Blanco
Oncorhiza esculentus (Lour.) Pers.
Oncus esculentus Lour.
ຊື່ອື່ນ
Eng: Lesser Yam
Thai: มันมือเสือ
ບັນຍາຍລັກສະນະພືດສາດ

ເປັນພືດເຄືອທີ່ມີຫົວໃຕ້ດິນ. ລຳຕົ້ນເປັນຫຼ່ຽມ. ຫົວເປັນສີເຫຼືອງເທົາ, ດ້ານໃນເປັນສີຂາວ. ບາງພັນເປັນສີມ່ວງປົນຂາວ. ຫົວຈະກົມເປເລັກນ້ອຍ, ມີຮາກຝອຍຈຳນວນຫຼາຍ. ໃບດ່ຽວ, ຮູບຫົວໃຈ, ເນື້ອໃບຫຍາບ, ໜາ, ຂອບໃບລຽບ, ປາຍໃບແຫຼມ. ເສັ້ນໃບອອກຈາກໂຄນໃບ 6-7 ເສັ້ນ. ຊໍ່ດອກແບບແຍກເພດ ແລະ ຢູ່ແຍກຕົ້ນ. ຊໍ່ດອກຜູ້ອອກດ່ຽວຕາມງ່າມໃບ, ຍາວປະມານ 15 ຊມ, ມີດອກຈຳນວນຫຼາຍ. ຂະໜາດອກປະມານ 2 ມມ. ຊໍ່ດອກແມ່ອອກດ່ຽວຕາມງ່າມໃບ, ຍາວປະມານ 40 ຊມ. ໝາກເປັນແບບແຫ້ງແຕກ, ຂະໜາດປະມານ 3 x 1.5 ຊມ, ປາຍ ແລະ ໂຄນຕັດເກືອບກົມ ຫຼື ວໍ້າລົງເລັກນ້ອຍ. ເມັດມີປິກບາງໃສອ້ອມຮອບ.

ບັນຍາຍການນຳໃຊ້

ນິຍົມປູກເພື່ອນຳໃຊ້ເປັນອາຫານ, ເຂົ້າໜົມຫວານປະເພດຕ່າງໆ, ສາມາດກີນແທນເຂົ້າໄດ້ໃນຍາມທີ່ເຂົ້າອືດ, ນອກນັ້ນຍັງປະກອບເປັນອາຫານໄດ້ຫຼາຍປະເພດເຊັ່ນ: ແກງຈືດ, ແກງສົ້ມ. ໃບສາມາດນຳມາໃຊ້ໃນການປູງແຕ່ງເປັນຢາຕ້ານພວກແມງໃນແປງພືດກະສິກຳ. ຫົວຍັງຊ່ວຍກະຕຸ້ນລະບົບຂັບຖ່າຍ, ຊ່ວຍບຳລຸງທາດ ບຳລຸງຮ່າງກາຍ, ຫົວນຳມາບົດໃຊ້ພອກຮັກສາອາການບວມຊໍ້າ. ມັນອ້ອນພ່ວງມີຄຸນຄ່າທາງໂພຊະນາການ ເຊັ່ນ: ໂປຣຕິນ 0.14%, ໄຂມັນ 0.3%, ຄາບອນ 0.16%, ຟອສຟອຣັສ 77.57 ppm, ອະໄມເລສ 18.89%. 

ການປະກອບສ່ວນ