ຕົ້ນຮັງຄາວ / Jungle cork tree

ການນຳໃຊ້
ພືດເສັ້ນໃຍ
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Holoptelea integrifolia Planch / Ulmaceae
ຊື່ພ້ອງ
ຊື່ອື່ນ
Thai: ກະເຊົາ
Eng: Jungle cork tree, Indian Elm, Kanju
ບັນຍາຍລັກສະນະພືດສາດ

ຕົ້ນຮັງຄາວຈັດເປັນພັນໄມ້ຂະໜາດໃຫຍ່, ມີຄວາມສູງ 30 ມ, ເປືອກລຽບ, ຜິວແຕກເປັນສະເກັດໜາ, ມີສີນໍ້າຕານເທົາ, ຜິວເປືອກດ້ານໃນສີອອກເຫຼືອງ. ໃບອອກເປັນໃບດ່ຽວ, ໃບລຽງວຽນ, ມີລັກສະນະເປັນຮູບຮີ ຫຼື ຮູບໄຂ່ກັບ, ໃບຍາວ 7-14 ຊມ, ປາຍໃບຍາວແຫຼມ, ກົກໃບມົນ, ແຜ່ນໃບດ້ານລຸ່ມມີຂົນສັ້ນນຸ່ມ ຫຼື ກ້ຽງ, ດອກອອກເປັນຊໍ່ເປັນກະຈຸກສັ້ນໆຕາມງ່າມໃບ, ດອກຂະໜາດນ້ອຍ, ດອກແຍກເພດ ຫຼື ມີດອກສົມບູນເພດຢູ່ໃນຊໍ່ດຽວກັນ, ໝາກແບບໝາກປີກດຽວ, ແປ, ຮູບຮີ, ເສັ້ນຜ່າສູນກາງ 2-3 ຊມ. ມີປີກບາງລ້ອມຮອບແກ່ນ, ປາຍເປັນຕິ່ງຄ້າຍງ່າມ.

ບັນຍາຍການນຳໃຊ້

ປະໂຫຍດ ແລະ ສັບພະຄຸນ:
    - ເນື້ອໄມ້ໃຊ້ໃນການກໍ່ສ້າງ, ເຮັດເຄື່ອງເຮືອນ, ເຄື່ອງມືກະສິກໍາ ແລະ ອື່ນໆ.
    - ໃຊ້ເຮັດຟື້ນ ແລະ ຖ່ານທີ່ມີຄຸນນະພາບ.
    - ເປືອກ ແລະ ໃບ ມີກິ່ນເໝັ້ນໃຊ້ປຸງເປັນຢາແກ້ປວດຂໍ້, ຢາກໍາຈັດເຫັບ, ໝັດ ແລະ ກໍາຈັດຕົວໄຮ.
    - ເປືອກຕົ້ນໜຽວໃຊ້ເຮັດເຊືອກ, ຜ້າ, ເຈ້ຍ ແລະ ເປົາ.

ການປະກອບສ່ວນ