ຕົ້ນປໍພານ

ການນຳໃຊ້
ພືດເສັ້ນໃຍ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Colona auriculata (Desf.) Craib / Malvaceae
ຊື່ພ້ອງ
Diplophractum auriculatum Desf.
ຊື່ອື່ນ
Thai: ປໍພານ
Vietnam: Bồ an; Chum rong; Tong long; Giay
ບັນຍາຍລັກສະນະພືດສາດ

ຕົ້ນປໍພານຈັດເປັນພັນໄມ້ຟຸ່ມ, ມີຄວາມສູງ 1-2 ມ, ເປືອກຕົ້ນລຽບເປັນສີນໍ້າຕານປົນເທົາ, ທຸກສ່ວນມີຂົນຂຶ້ນປົກຄຸມ. ໃບເປັນໃບດ່ຽວອອກລຽງສະລັບກັນ, ລັກສະນະຂອງໃບເປັນຮູບຂອບຂະໜານ ຫຼື ຮູບໄຂ່ກັບແກມຮູບຂອບຂະໜານ, ປາຍໃບແຫຼມ, ກົກໃບບ້ຽວ ແລະ ເປັນຮູບຕິ່ງຫູ, ສ່ວນຂອບໃບຫຍັກເປັນແຂ້ວເລື່ອຍຊ້ອນກັນສອງຊັ້ນ, ໃບກວ້າງ 2.5-5 ຊມ ແລະ ຍາວ 7-20 ຊມ, ແຜ່ນໃບບາງຄ້າຍຄືເຈ້ຍຫາໜາຄ້ານຄືແຜ່ນໜັງ, ຜິວໃບດ້ານມີຂົນສາກ, ສ່ວນໃບດ້ານລຸ່ມມີຂົນສັ້ນນຸ່ມຂຶ້ນໜາແໜ້ນ. ອອກດອກເປັນຊໍ່ແບບຊໍ່ກະຈຸກຕາມງ່າມໃບ, ກະຈຸກມີດອກປະມານ 1-3 ດອກ, ດອກມີລັກສະນະເປັນຕູມເປັນຮູບໄຂ່ກັບ, ກາບດອກມີ 5 ກາບມີລັກສະນະເປັນຮູບຂອບຂະໜານແກມຮູບໃບຫອກ, ປາຍແຫຼມ, ຜິວດ້ານນອກເປັນສີເຫຼືອງ ແລະ ມີຂົນຂຶ້ນໜາແໜ້ນ, ກາບກີບຈະແຍກອອກຈາກກັນຢ່າງເປັນອິດສະຫຼະ, ສ່ວນກີບດອກມີ 5 ກີບແຍກອອກຈາກກັນເຊັ່ນກັນ, ກີບດອກຈະເປັນສີເຫຼືອງສົດມີຈຸດສີສົ້ມແກມນໍ້າຕານ, ລັກສະນະຂອງກີບດອກເປັນຮູບບ່ວງ, ປາຍມົນ ແລະ ຍັງມີໃບປະດັບຍ່ອຍອີກ 3 ໃບລັກສະນະເປັນຮູບບ່ວງເປັນສີເຫຼືອງອ່ອນ. ໝາກມີລັກສະກົມ, ເປັນຮູບຣີເກືອບກົມ ຫຼື ເປັນຮູບໄຂ່, ມີຄີບເປັນສັນຕາມລວງບາວ 5 ກີບ, ໝາກມີຂະໜາດ 1.5-2 ຊມ ແລະ ຍາວ 1.8-2.5 ຊມ, ໝາກແກ່ຈະບໍ່ແຕກ.

ບັນຍາຍການນຳໃຊ້

ປະໂຫຍດ:
-    ເສັ້ນໃຍທີ່ໄດ້ຈາກເປືອກຕົ້ນສາມາດນໍາໄປເຮັດເຊືອກທີ່ມີຄຸນນະພາບດີ, ລວມໄປເທິງເຮັດເຄື່ອງຈັກສານ ແລະ ເຄື່ອງໃຊ້ສອຍອີກດ້ວຍ.
ສັບພະຄຸນ:
-    ຢູ່ລາວນໍາໃຊ້ທັງຕົ້ນປໍພານນໍາມາຕົ້ມເປັນຢາຮັກສາພະຍາດບິດ, ແກ້ຖອກທ້ອງ.

ການປະກອບສ່ວນ