ຕົ້ນຊ້າງນ້າວ / Vietnamese mickey mouse plant

ການນຳໃຊ້
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Ochna integerrima (Lour.) Merr. / Ochnaceae
ຊື່ພ້ອງ
Ochna harmandii Lecomte
ຊື່ອື່ນ
Thai: ຊ້າງນ້າວ, ຕານເຫຼືອງ.
Eng: Vietnamese mickey mouse plant
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຕົ້ນຊ້າງນ້າວຈັດເປັນພັນໄມ້ຢືນຕົ້ນ ຫຼື ໄມ້ຟຸ່ມຂະໜາດນ້ອຍ, ມີຄວາມສູງ 3-8 ມ ແລະ ອາດສູງເຖິງ 12 ມ, ກິ່ງກ້ານແຜ່ຂະຫຍາຍອອກ, ລໍາຕົ້ນຄົດງໍ, ເປືອກຕົ້ນເປັນສີນໍ້າຕານເຂັ້ມ, ແຕກເປັນສະເກັດເປັນຮອງເລິກ, ຂະຫຍາຍພັນດ້ວຍການໃຊ້ແກ່ນ, ການຕອນກິ່ງ ແລະ ວິທີປັກຊໍາກິ່ງ. ໃບເປັນໃບດ່ຽວອອກລຽງສະລັບ, ມັກພົບຮຽງເປັນກຸ່ມໆຢູ່ປາຍກິ່ງ: ລັກສະນະຂອງໃບເປັນຮູບຂອບຂະໜານແກມຮູບໄຂ່ກັບ ຫຼື ເປັນຮູບຫອກແກມຮູບໄຂ່ກັບ, ປາຍໃບແຫຼມ, ໃບກວ້າງ 2.5-5.5 ຊມ ແລະ ຍາວ 12-17 ຊມ, ຜິວໃບລຽບ, ໃບແກ່ຈະເປັນສີຂຽວໝົ່ນໆ. ອອກດອກເປັນຊໍ່ແບບກະຈຸກແຍກຂະແໜງໂດຍອອກຕາມງ່າມໃບ ຫຼື ບໍລິເວນໃກ້ປາຍກິ່ງທີ່ບໍ່ມີໃບ, ມັນຈະອອກດອກພ້ອມກັບແຕກໃບໃໝ່, ໃນແຕ່ລະຊໍ່ດອກຈະມີດອກປະມານ 4-8 ດອກ, ດອກມີກາບດອກສີແດງລັກສະນະເປັນຮູບໄຂ່ຫາຮູບໄຂ່ແກມຮູບຂອບຂະໜານ 5 ກີບ, ສ່ວນກີບດອກນັ້ນເປັນສີເຫຼືອງສົດປະມານ 5-8 ກີບ, ກີບດອກມີລັກສະນະເປັນຮູບໄຂ່ກັບ, ປາຍກີບມົນ ຫຼື ກົມ. ໝາກເປັນໝາກສົດ, ແບບຜະໜັງຊັ້ນໃນແຂງ, ໝາກມີລັກສະນະຂ້ອນຂ້າງກົມ, ກວ້າງ 8-9 ມມ ແລະ ຍາວ 1-1.2 ຊມ, ໝາກເປັນສີຂຽວ ເມື່ອແກ່ແລ້ວຈະປ່ຽນເປັນສີດໍາ, ຜິວໝາກມັນ, ໝາກມີກ້ານເກສອນເພດມີຕິດຢູ່ ແລະ ຍັງມີກາບດອກສີແດງສົດທີ່ຈະເລີນຕາມມາຮອງຮັບ, ພາຍໃນໝາກມີແກ່ນ 1 ແກ່ນ.

ບັນຍາຍການນຳໃຊ້

ປະໂຫຍດ:
    - ໃຊ້ປູກເປັນໄມ້ປະດັບທົ່ວໄປ ດອກມີກິ່ນຫອມຕະຫຼອດທັງມື້.
    - ເປືອກນອກຂອງຕົ້ນນໍາມາບົດໃຫ້ເປັນຜົງຊື່ງຈະມີສີເຫຼືອງເຂັ້ມສົດນໍາມາໃຊ້ທາແກ້ສິວຝ້າ ຫຼື ໃຊ້ທາແທນແປງໄດ້.
ສັບພະຄຸນ:
    - ເປືອກຕົ້ນມີລົດຂົມຊ່ວຍບໍາລຸງຫົວໃຈ.
    - ເນື້ອໄມ້ຊ່ວຍແກ້ໂລຫິດພິການ.
    - ຮາກໃຊ້ຕົ້ມກັບນໍ້າດື່ມເປັນຢາແກ້ເບົາຫວານ.
    - ເນື້ອໄມ້ຊ່ວຍດັບພິດຮ້ອນໃນຮ່າງກາຍ.
    - ແກນໄມ້ໃຊ້ຕົ້ມກັບນໍ້າດື່ມເປັນຢາແກ້ປະດົງ.
    - ເປືອກຕົ້ນໃຊ້ປຸງເປັນຢາຊ່ວຍເຮັດໃຫ້ຈະເລີນອາຫານ.

ການປະກອບສ່ວນ