ຕົ້ນສະຟາງ / Safang
APA 6th ed. ຕົ້ນສະຟາງ / Safang. (2019, July 19). Retrieved from https://www.phakhaolao.la/index.php/kb/0000640
MLA 8th ed. ຕົ້ນສະຟາງ / Safang. Pha Khao Lao, 19 July 2019, https://www.phakhaolao.la/index.php/kb/0000640.
Chicago 17th ed. Pha Khao Lao. 2019. "ຕົ້ນສະຟາງ / Safang." Published July 19, 2019. https://www.phakhaolao.la/index.php/kb/0000640.
Caesalpinia dasyrhachis Miq.
Peltophorum dasyrhachis (Miq.) Baker
Peltophorum dasyrhachis var. dasyrhachis
Peltophorum dasyrrhachis var. dasyrrhachis
Eng: Copper pod
ຕົ້ນສະຄາມຈັດເປັນໄມ້ຢືນຕົ້ນຂະໜາດໃຫຍ່, ມີຄວາມສູງຂອງຕົ້ນປະມານ 30 ມ, ຕົ້ນນ້ອຍມັກຈະແຕກກິ່ງເປັນຟ່ມ, ແຕ່ເມື່ອອາຍຸຫຼາຍຂຶ້ນຈະມີລັກສະນະຕັ້ງຊື່, ເປືອກຂອງລໍາຕົ້ນເປັນສີນໍ້າຕານ, ລໍາຕົ້ນຂ້ອນຂ້າງລຽບ ຫຼື ແຕກເປັນສະເກັດນ້ອຍໆ. ເປືອກດ້ານໃນເປັນສີນໍ້າຕານປົນແດງ, ຢູ່ກິ່ງ ແລະ ຍອດອ່ອນມີຂົນສີນໍ້າຕານແດງ. ໃບປະກອບແບບຂົນນົກສອງຊັ້ນອອກລຽງສະຫຼັບກັນ, ຊໍ່ໃບມີຄວາມຍາວປະມານ 15-40 ຊມ, ໃບມີຂະໜາດກວ້າງປະມານ 5-10 ມມ ແລະ ຍາວ 10-25 ມມ. ອອກດອກເປັນຊໍ່ແບບຫ້ອຍລົງສູ່ພື້ນດິນ ໂດຍອອກຕາມຊໍ່ໃບ, ຊໍ່ດອກມີຍາວ 15-30 ຊມ, ດອກເປັນສີເຫຼືອງ, ມີລັກສະນະດອກຕູມເປັນຮູບໄຂ່ກາບດອກມີ 5 ກີບ, ສ່ວນດອກມີກີບດອກ 5 ກີບ, ເມື່ອດອກບານເຕັ້ມທີ່ຈະມີຂະໜາດກວ້າງ 1.8-2 ຊມ ແລະ ດອກສະຄາມຈະບານໃນຊ່ວງເດືອນມັງກອນຫາເດືອນມີນາ. ໝາກເປັນຝັກແປ ຜິວລຽບ, ລັກສະນະຂອງໝາກເປັນຮູບບັນທັດແກມຮູບຫອກ, ຂະໜາດກວ້າງປະມານ 2-4 ຊມ ແລະ ຍາວປະມານ 10-15 ຊມ, ໝາກເມື່ອແຫ້ງຈະເປັນສີນໍ້າຕານແດງ ແລະ ແຕກອອກເປັນ 2 ຊີກ.
ປະໂຫຍດ:
- ນິຍົມປູກໃຊ້ປູກເປັນໄມ້ຟື້ນຟູປ່າ, ເນື່ອງຈາກເປັນໄມ້ໃຫຍ່ໄວ້, ຈື່ງເໝາະສໍາລັບການປູກເພື່ອຟື້ນຟູປ່າທີ່ເສື່ອມໂຊມ.
- ຕົ້ນສະຟາງສາມາດປູກເປັນໄມ້ປະດັບໄດ້.
- ເປືອກຕົ້ນທີ່ມີອາຍຸຫຼາຍໃຊ້ຮັບປະທານໄດ້ ໂດຍຂູດຜິວດ້ານໃນອອກມາແລ້ວຟັກໃຫ້ມຸ່ນໃສ່ໃນສົ້ມຕໍາຮ່ວມກັບໝາກນັດ ແລະ ໄຂ່ມົດແດງ.
- ເນື້ອໄມ້ສາມາດແປຮູບ ແລະ ຕົກແຕ່ງໄດ້ງ່າຍ ຈື່ງສາມາດນໍາມາໃຊ້ເຮັດເຄື່ອງເຮືອນ, ວັດສະດຸໃນການສ້າງບ້ານເຊັ່ນ: ວົງກົບປະຕູ, ປ່ອງຫຍຽມ ແລະ ຍັງໃຊ້ເປັນເຄື່ອງມື້ກະສິກໍາໄດ້ເປັນຢ່າງດີ.
ສັບພະຄຸນ:
- ເປືອກຕົ້ນມີລົດຝາດໃຊ້ຮັບປະທານຮັກສາພະຍາດກ່ຽວກັບເລືອດ.
- ເປືອກຕົ້ນໃຊ້ເປັນຢາເພື່ອຂັບລົມ.
- ເປືອກຕົ້ນໃຊ້ຕົ້ມດື່ມແກ້ອາການຖອກທ້ອງ.