ຕົ້ນແຄປ່າດອກຂາວ / Khea Khao
APA 6th ed. ຕົ້ນແຄປ່າດອກຂາວ / Khea Khao. (2021, February 5). Retrieved from https://www.phakhaolao.la/index.php/kb/0000603
MLA 8th ed. ຕົ້ນແຄປ່າດອກຂາວ / Khea Khao. Pha Khao Lao, 5 February 2021, https://www.phakhaolao.la/index.php/kb/0000603.
Chicago 17th ed. Pha Khao Lao. 2021. "ຕົ້ນແຄປ່າດອກຂາວ / Khea Khao." Published February 5, 2021. https://www.phakhaolao.la/index.php/kb/0000603.
Bignonia serrulata Wall. ex DC.
Spathodea serrulata (Wall. ex DC.) DC.
Stereospermum serrulatum DC.
Chinese: 光果猫尾木
ຕົ້ນແຄປ່າດອກຂາວ ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ, ມີຄວາມສູງປະມານ 10-20 ມ, ລໍາຕົ້ນຕັ້ງຊື່, ເປືອກຂອງລໍາຕົ້ນເປັນສີນໍ້າຕານອ່ອນອົມເທົາ ແລະ ອາດຈະມີຈຸດສີດໍາຢູ່ນໍາ. ໃບແບບປະກອບຂົນຊັ້ນດຽວ ອອກກົງກັນຂ້າມກັນປະມານ 3-5 ຄູ່ ລັກະສະນະຂອງໃບເປັນຮູບໄຂ່ແກມຂອບຂະໜານປາຍໃບແຫຼມ, ໃບມີຂະໜາດກວ້າງປະມານ 2.5-7 ຊມ ແລະ ຍາວ 6-16 ຊມ. ອອກດອກເປັນຊໍ່ ດອກມີຂະໜາດໃຫຍ່ ລັກສະນະຂອງດອກເປັນຮູບແກສີຂາວ, ໂດຍຈະອອກດອກຕາມປາຍກິ່ງ, ດອກຍາວ 2-3 ຊມ, ສ່ວນກ້ານດອກຍາວ 1.8-4 ຊມ, ແຕ່ລະຊໍ່ດອກຈະມີດອກ 2-10 ດອກ. ໝາກເປັນຝັກ, ອອກຝັກຊໍ່ລະປະມານ 3-4 ຝັກ, ລັກສະນະຂອງຝັກເປັນຮູບຂອບຂະໜານ, ຝັກໂຄງ ແລະ ບິດເປັນກຽວ, ຍາວ 40-60 ຊມ, ສ່ວນແກ່ນເປັນຮູບສີ່ຫຼ່ຽມ.
ປະໂຫຍດ:
- ດອກແຄປ່າດອກຂາວສາມາດນໍາມາປະກອບອາຫານໄດ້ ໂດຍການນໍາມາເຮັດແກງສົ້ມ ຫຼື ນໍາມາລວກກັບແຈ່ວ.
- ຕົ້ນແຄປ່າດອກຂາວເປັນຕົ້ນໄມ້ພຸ່ມ ເໝາະສໍາຫຼັບການປູກເປັນໄມ້ສໍາລັບຮົ່ມເງົາ ແລະ ເປັນໄມ້ປະດັບ.
- ໃຊ້ເປັນອາຫານສັດໄດ້ (ແຕ່ຂໍ້ມູນບໍ່ລະບຸລະອຽດວ່າໃຊ້ສ່ວນໃດຂອງຕົ້ນ ແຕ່ຄາດວ່າຈະເປັນດອກ).
- ເນື້ອໄມ້ຂອງຕົ້ນແຄປ່າດອກຂາວສາມາດນໍາໄປເຮັດສິ່ງກໍ່ສ້າງອາຄານບ້ານເຮືອນໄດ້ເຊັ່ນ: ເຮັດເປັນເສົາ, ເພດານ...
ສັບພະຄຸນ:
- ຮາກມີຣົດເຢັນຊ່ວຍບໍາລຸງເລືຶອດ.
- ແກ່ນໃຊ້ເປັນຢາແກ້ອາການເຈັບປະສາດ.
- ດອກຊ່ວຍໃນການນອນຫຼັບ.
- ເປືອກຕົ້ນຊ່ວຍແກ້ອາການທ້ອງອືດ, ແໜ້ນທ້ອງ ໂດຍໃຊ້ກັບແມ່ຍິງຫຼັງເກີດລູກ.
- ໃບນໍາມາຕົ້ມກັບນໍ້າເປັນຢາບ້ວນປາກໄດ້.