ຕົ້ນຈານ / Bastard teak
APA 6th ed. ຕົ້ນຈານ / Bastard teak. (2019, June 18). Retrieved from https://www.phakhaolao.la/index.php/kb/0000550
MLA 8th ed. ຕົ້ນຈານ / Bastard teak. Pha Khao Lao, 18 June 2019, https://www.phakhaolao.la/index.php/kb/0000550.
Chicago 17th ed. Pha Khao Lao. 2019. "ຕົ້ນຈານ / Bastard teak." Published June 18, 2019. https://www.phakhaolao.la/index.php/kb/0000550.
Butea frondosa Roxb.
Butea frondosa Willd.
Butea frondosa var. lutea (Witt.) Maheshw.
Erythrina monosperma Lam.
Plaso monosperma (Lam.) Kuntze
Plaso monosperma var. flava Kuntze
Plaso monosperma var. rubra Kuntze
Rudolphia frondosa (Willd.) Poir.
Eng: Bastard teak, Bengal kino, Kino tree, Flame of the forest
ຕົ້ນຈານເປັນໄມ້ຢືນຕົ້ນຂະໜາດກາງ, ສູງ 12-18 ມ, ກິ່ງອ່ອນມີຂົນເປັນສີນໍ້າຕານ. ລັກສະນະເປັນໃບປະກອບແບບຂົນນົກ, ມີໃບຍ່ອຍ 3 ໃບລຽງສະຫຼັບ, ໃບຍ່ອຍປາຍຮູບໄຂ່, ໃບມີຄວາມກວ້າງ 8-15 ຊມ ແລະ ມີຄວາມຍາວປະມານ 17 ຊມ. ອອກດອກເປັນຊໍ່ຄ້າຍຄືກັບດອກທອງຫຼາງ, ດອກມີສີແດງສົ້ມ ຫຼື ແສດ, ມີຍາວ 6-15 ຊມ, ມີດອກຍ່ອຍເກາະເປັນກຸ່ມ ເມື່ອດອກບານຈະມີກີບ 5 ກີບ. ລັກສະນະຂອງໝາກເປັນຝັກແປ, ຝັກມີສີຂຽວອ່ອນ ແລະ ຈະປ່ຽນເປັນສີນໍ້າຕານອົມເຫຼືອງເມື່ອແກ່ຝັກມີຂົນອ່ອນນຸ່ມສີຂາວເປັນມັນ, ໃນຝັກມີຂະໜາດນ້ອຍຢູ່ພາຍໃນ 1 ເມັດ, ຝັກມີຍາວ 10-14 ຊມ ແລະ ກວ້າງ 2-3.5 ຊມ.
ປະໂຫຍດ:
- ດອກໃຊ້ຍອມສີຜ້າ ໂດຍຈະໃຫ້ສີແດງ.
- ເສັ້ນໃຍຈາກເປືອກສາມາດນໍາມາໃຊ້ເຮັດເປັນເຊືອກ ແລະ ເຈ້ຍໄດ້.
- ໃບສາມາດໃຊ້ເປັນອາຫານສັດໄດ້.
- ເນື້ອໄມ້ສາມາດນໍາໃຊ້ເປັນເຄື່ອງເຮືອນ ແລະ ເຄື່ອງມືທາງການກະເສດໄດ້.
ສັບພະຄຸນ:
- ຮາກມີສັບພະຄຸນຊ່ວຍບໍາລຸງທາດ
- ດອກໃຊ້ຕົ້ມດື່ມຊ່ວຍຖອນຜິດໄຂ້ໄດ້.
- ແກ່ນສາມາດໃຊ້ທາແກ້ອາການເຈັບແຂ້ວໄດ້.
- ດອກໃຊ້ເປັນຢາຫຍອດຕາແກ້ອາການຕາແດງ, ເຈັບຕາ, ລະຄາຍເຄືື່ອງຕາ, ຕາມົວ, ຕາຟາງ.
- ເມັດນໍາມາບົດປະສົມກັບໝາກໜາວ ນໍາມາທາບ່ອນທີ່ເປັນຜົວຜື່ນແດງ, ອັກເສບ, ຄັນ ແລະ ແສບຮ້ອນ.
- ສານສະກັດຈາກເປືອກຈານສາມາດຊ່ວຍເພີ່ມຂະໜາດໜ້າອົກໃຫ້ໃຫຍ່ຂຶ້ນໄດ້ ແຕ່ຈະເຮັດໃຫ້ຈໍານວນອະສຸຈິຫຼຸດລົງ.
ຄໍາແນະນໍາ: ເນື່ອງຈາກຫຼັກຖານທາງດ້ານຄວາມເປັນຜິດຍັງມີຢູ່ ຈື່ງຄວນໃຊ້ດ້ວຍຄວາມລະມັດລະວັງ ແລະ ບໍ່ຄວນໃຊ້ຕິດຕໍ່ເປັນໄລຍະດົນ.
ຂໍ້ຄວນລະວັງ: ເນື່ອງຈາກເມັດມີສານທີ່ອອກລິດຄືເອສໂຕຣເຈນ ຊື່ງມີຜົນຕໍ່ແມ່ຍິງທີ່ມີລູກ.