ຕົ້ນຫໍາງົວ / Mahogany

ການນຳໃຊ້
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Swietenia mahogani L / Meliaceae
ຊື່ພ້ອງ
ຊື່ອື່ນ
Thai: ມະຮອກການີ
Eng: Mahogany, Acajou, West Inies mahogany
ບັນຍາຍລັກສະນະພືດສາດ

ຕົ້ນຫໍາງົວແມ່ນຕົ້ນໄມ້ທີ່ມີສາຍຍາດດຽວກັນກັບຕົ້ນໝາກຕ້ອງ, ຕົ້ນກະເດົາຊ້າງ, ຕົ້ນຂົນຕາຊ້າງ ແລະ ຕົ້ນກະເດົາ ແຕ່ເປັນຕົ້ນໃຫຍ່ກວ່າໝູ່ໃນຕະກຸນດຽວກັນ, ສູງແຕ່ 20-45 ມ, ມີໜ້າຕັດກວ້າງເຖິງ 2 ມ. ລໍາຕົ້ນມີເປືອກໜາ, ແຂງ, ແຕກເຫີບ, ມີສີດໍາ, ໃບໜາ ແລະ ຂຽວເກືອບຕະຫຼອດປີ. ໃບປະສົມປາຍຄູ່, ມີໃບຍ່ອຍ 4-8 ໃບ, ສ້ວຍຄືຮູບໄຂ່, ໂຄ້ງແຄມຂອງໃບບໍ່ສະເໝີກັນ, ມີສີຂຽວເຂັ້ມ, ຜິວໃບມັນ. ດອກມີຂະໜາດນ້ອຍ ສີຂາວຫາເຫຼືອງອົມຂຽວ, ມີກິ່ນຫອມອ່ອນໆ ເມືອກາຍເປັນໝາກ ໝາກຈະມີຂະໜາດໃຫຍ່ກວ່າດອກ 10 ເທົ່າ. ເມື່ອແກ່ໝາກຈະຮູບຊົງ, ສີສັນ ແລະ ຂະໜາດພໍປານຫໍາງົວ.

ບັນຍາຍການນຳໃຊ້

ຕົ້ນໄມ້ຊະນິດນີ້ບໍ່ສາມາດຮັບປະທານໄດ້. ເພີ່ນໃຊ້ໄມ້ທີ່ສວຍງາມຂອງຕົ້ນຫໍາງົວເຮັດເຟີນິເຈີທີ່ມີລາຄາແພງ, ເຮັດເຄື່ອງດົນຕີ ໂດຍສະເພາະເຮັດໂຄງຂອງກອງ ແລະ ພື້ນຂອງກິຕາ ເພາະວ່າມັນເຮັດໃຫ້ມີສຽງທຸ້ມກວ່າໄມ້ອື່ນ. ນອກຈາກນີ້ ບາງປະເທດຍັງໃຊ້ເປືອກໄປປຸງແຕ່ງຢາພື້ນເມືອງນໍາອີກ.

ການປະກອບສ່ວນ