ຕົ້ນປັດນ້ຳ / Chinese Elder

ການນຳໃຊ້
ພືດເສັ້ນໃຍ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Sambucus javanica Blume / Adoxaceae
ຊື່ພ້ອງ
Ebulum chinensis (Lindl.) Nakai
Sambucus argyi H. Lév.
Sambucus chinensis Lindl.
Sambucus chinensis var. formosana (Nakai) Hara
Sambucus formosana Nakai
Sambucus formosana var. arborescens Kaneh. & Sasaki
Sambucus henriana Samutina
Sambucus hookeri Rehder
Sambucus javanica var. argyi (H. Lév.) Rehder
Sambucus javanica subsp. chinensis (Lindl.) Fukuoka
ຊື່ອື່ນ
ບັນຍາຍລັກສະນະພືດສາດ

ຕົ້ນປັດນ້ຳເປັນໄມ້ຟຸ່ມ ສູງ 1-2 ມ. ໃບປະສົມແບບຂົນນົກ, ຈັບກົງກັນຂ້າມ. ໃບຍ່ອຍ 4-5 ຄູ່. ແຜ່ນໃບຮູບຮີ ຫຼື ຮູບໃບຫອກ, ກວ້າງ 2-5 ຊມ. ຍາວ 9-18 ຊມ. ດອກ ອອກເປັນຊໍ່ດອກແບບຊໍ່ແຍກຂະແໜງ, ທີ່ປາຍຍອດ, ຊໍ່ດອກມີຕ່ອມ, ສີເຫຼືອງລັກນະຄ້າຍຮູບຖ້ວຍເສັ້ນຜ່ານສູງກາງ 3 ມມ. ດອກຍ່ອຍ ເສັ້ນຜ່ານສູນຖາງຍາວປະມານ 0.4 ຊມ. ສີຂາວ. ໝາກມີເນື້ອ, ສີດຳ, ຮູບໄຂ່, ກວ້າງ 2 ມມ, ຍາວ 2.5 ມມ.

ບັນຍາຍການນຳໃຊ້

ຮາກຂອງຕົ້ນປັດນ້ຳ ໃຊ້ປີ່ນປົວຜູ້ຍິງທີ່ມີລູກຍາກ, ຕົ້ມໃຫ້ແມ່ເກິດທີ່ເກີດລູກໃໝ່ ເພື່ອຮັກສາອາການໜ້າບວມ ແລະຕາບວມ ແລະ ບຳລູງຮ່າງກາຍ. ໃບຂອງມັນຍັງນຳໃຊ້ພອກໃສບໍລິເວນກະດູກແຕກຫັກ ແກ້ອາການບວມຊ້ຳຕ່າງໆ, ຕົ້ມນ້ຳດື່ມແກ້ໄອ, ໃບປູນອນແກ້ອາການປວດເມື່ອຍຮ່າງກາຍ. ຮາກຂອງມັນຍັງຖຶກນຳໄປຕົ້ມລວມກັບພືດຫຼາຍຊະນິດເພື່ອປີ້ນປົວພະຍາດໄຂ້ຍຸງ.

ການປະກອບສ່ວນ