ຕົ້ນຫູລິງ / Monkey Ear Shrub
APA 6th ed. ຕົ້ນຫູລິງ / Monkey Ear Shrub. (2022, August 1). Retrieved from https://www.phakhaolao.la/index.php/kb/0000471
MLA 8th ed. ຕົ້ນຫູລິງ / Monkey Ear Shrub. Pha Khao Lao, 1 August 2022, https://www.phakhaolao.la/index.php/kb/0000471.
Chicago 17th ed. Pha Khao Lao. 2022. "ຕົ້ນຫູລິງ / Monkey Ear Shrub." Published August 1, 2022. https://www.phakhaolao.la/index.php/kb/0000471.
Hymenocardia wallichii Tul.
Hymenocardia wallichii var. dasycarpa Gagnep.
Samaropyxis elliptica Miq.
ໄທ: ແຟບນໍ້າ, ກ້າງປາຂາວ, ຫມັກແຟບ, ດູດ້າງ, ຫົວລິງ, ແຄວບແຟບ, ແຟບຫົວລິງ
ຕົ້ນຫູລິງເປັນໄມ້ຟຸ່ມ, ເປືອກລໍາຕົ້ນລຽບ ສີນໍ້າຕານ ພາຍໃນເປືອກມີນໍ້າຢາງໃສໆ, ມີຄວາມສູງ 1.5-5 ມ. ໃບດ່ຽວ, ຈັບແບບຮຽງສະຫຼັບກັນ, ປາຍໃບມົນ, ຜິວໃບກ້ຽງເປັນມັນ, ຂອບໃບລຽບ, ດ້ານລຸ່ມໃບຂະມີຂົນປົກຄຸ່ມ, ກ້ວາງ 1.5-3 ຊມ, ຍາວ 2.5-7 ຊມ, ມີເສັ້ນຂ້າງໃບ 6-8 ຄູ່, ບໍລິເວນເສັ້ນໃບ ແລະ ເສັ້ນກາງໃບຈະມີຂົນຢູ່ຢ່າງໝາ, ຫູໃບຍາວປະມານ 1-3 ມມ, ກ້ວາງ 0.2-1 ມມ, ກ້ານໃບມີຍາວ 0.5-1.2 ຊມ. ດອກໂຕຜູ້ ແລະ ດອກໂຕແມ່ຂອງຕົ້ນຫູລິງຈແຍກເພດກັນຕ່າງຕົ້ນ ໂດຍທີ່ດອກຜູ້ຈະອອກເປັນຊໍ່ຄ້າຍຄືຫາງກະຫອກ, ຍາວປະມານ 2.5 ຊມ. ດອກມີຂະໝາດນ້ອຍ, ວັດເສັ້ນຜ່າສູນກາງດອກໄດ້ປະມານ 1.5 ມມ. ມີກີບດອກສີແດງອົມມ່ວງ, ຍາວປະມານ 0.5 ມມ. ກ້ວາງປະມານ 0.4 ມມ. ມີຂົນລະອຽດປົກຄຸ່ມ, ມີເກສອນຜູ້ 4-5 ອັນ, ກ້ານດອກຍາວປະມານ 0.5 ມມ. ສ່ວນດອກໂຕແມ່ຈະອອກເປັນຊໍ່ສັ້ນໆ, ຍາວປະມານ 1.5 ຊມ. ດອກມີຂະໝາດນ້ອຍປະມານ 1 ມມ. ມີກີບລ້ຽງຂະໝາດນ້ອຍຈໍານວນ 5 ກີບ, ກ້ວາງປະມານ 0.4-0.5 ມມ, ຍາວປະມານ 1.2 ມມ, ເກສອນເພດແມ່ມີສີມ່ວງອົມນໍ້າຕານ, ຍາວປະມານ 8.5 ມມ, ກ້ານດອກຍາວປະມານ 0.5 ມມ. ໝາກແປຮູບຫົວໃຈ, ກ້ວາງປະມານ 2 ຊມ, ມີເກສອນເພດແມ່ຕິດຢູ່ບໍລິເວນປາຍໝາກ, ໝາກອ່ອນຈະມີສີຂຽວປົນເຫຼືອງ, ໝາກແກ່ແລ້ວຈະກາຍເປັນສີນໍ້າຕານເຂັ້ມ ເມື່ອໝາກແຫ້ງຈະແຕກອອກ ພາຍໃນມີແກ່ນຢູ່ແກ່ນດຽວ.
ໝາກມີລົດຊາດສົ້ມ ນໍາມາກິນກັບປົ່ນ, ກັບລາບ ແລະ ອາຫານປະເພດອື່ນໆ. ແກ່ນໃຊ້ແກ້ພິດໄຂ້, ແກ້ອາການປວດເມື່ອຍຕາມຮ່າງກາຍ ຊ່ວຍຂັບປັດສະວະ, ເປັນຢາລະບາຍ, ແກ້ປວດຫຼັງປວດເອວ. ຮາກໃຊ້ຮັກສາກາມໂລກ, ແກ້ໄຂ້ມາເລເຣຍ, ລໍາຕົ້ນໃຊ້ເຂົ້າເປັນຢາອື່ນເພື່ອຮັກສາອາການຜິດສໍາແດງ ແກ້ພະຍາດຊາງໃນເດັກ.