ຕົ້ນວາດສະໜາ / Dragon Tree
APA 6th ed. ຕົ້ນວາດສະໜາ / Dragon Tree. (2019, April 23). Retrieved from https://www.phakhaolao.la/index.php/kb/0000459
MLA 8th ed. ຕົ້ນວາດສະໜາ / Dragon Tree. Pha Khao Lao, 23 April 2019, https://www.phakhaolao.la/index.php/kb/0000459.
Chicago 17th ed. Pha Khao Lao. 2019. "ຕົ້ນວາດສະໜາ / Dragon Tree." Published April 23, 2019. https://www.phakhaolao.la/index.php/kb/0000459.
Dracaena fragrans var. victoria (W.Bull) O.F.Cook
Dracaena fragrans f. wacheana Wacha ex Siebert
ໄທ: ຕົ້ນວາດສະໜາ, ມັງກອນຍົກ
ພາສາອັງກິດ: Cape of Good Hope, Dracaena, Comstalk plant
ເປັນພືດລົ້ມລຸກຫຼາຍປີ, ສູງ 2-7 ມ, ລຳຕົ້ນຮູບຊົງກະບອກ, ຂະໜາດກາງເຖິງຂ່ອນຂ້າງໃຫຍ່, ຕັ້ງຊື່, ມັກແຕກກິ່ງ, ລຳຕົ້ນເປັນຂໍ້ຖິ່ໆ, ເປືອກລຳຕົ້ນມີສີນ້ຳຕານ. ໃບດ່ຽວ, ຈັບອອກລຳຕົ້ນບໍລິເວນປາຍຍອດ, ຮຽງຊ້ອນກັນວຽນຮອບລຳຕົ້ນເປັນວົງກົມ, ແຜ່ນໃບຂອບຂະໜານ, ຍາວປະມານ 1 ມ, ກ້ວາງ 12 ຊມ, ປາຍໃບແຫຼມ, ຂອບລຽບ, ຜິວໃບກ້ຽງເປັນມັນສີຂຽວ, ແຜ່ນໃບໂຄ້ງງໍ້. ດອກອອກເປັນຊໍ່ແໜ້ນ, ຍາວເຖິງ 70 ຊມ, ດອກສີຂາວ, ມີກີ່ນຫອມດ ກິບດ້ານນອກສີນ້ຳຕານ, ດ້ານໃນສີຂາວ, ລັກສະນະເປັນຫຼອດຍາວໃນເມື່ອຍັງຕຸ່ມ, ເມື່ອບານກິບດອກຈະແຜ່ນອອກເປັນ 6 ກີບ. ເກສອນເພດຜູ້ 6 ອັນ, ແຜ່ອອກຕາມກິບດອກ ລ້ອມຮອບເກສອນເພດແມ່ເຄີ່ງກາງ.
ຕົ້ນວາດສະໜາເປັນຕົ້ນໄມ້ຍືນຕົ້ນຂະໜາດນ້ອຍເຖິງຂະໜາດກາງມີໃບສວຍງາມ ເວລາອອກດອກຈະມີກິ່ນຫອມອ່ອນໆນິຍົມນຳມາເປັນໄມ້ປະດັບປະຈຳບ້ານ. ນອກນັ້ນຄົນບູຮານເຊື່ອວ່າຫາກປູກຕົ້ນວາດສະໜາໄວ້ໃນບ້ານ ແລະ ດູແລຢ່າງດີ ຈົນຕົ້ນວາດສະໜາອອກດອກຈະຊ່ວຍໃຫ້ຄົນໃນຄອບຄົວນັ້ນໄດ້ຮັບໂຊກລາບ. ຕົ້ນວາດສະໜານີ້ຈັດເປັນໄມ້ມົງຄົນທີ່ຂື້ນຊື່ ອີກທັ້ງຍັງມີຊື່ຕົ້ນເປັນມົງຄົນ ຈຶ່ງເປັນຕົ້ນໄມ້ຍອດນິຍົມທີ່ໃຜໆຕ່າງນິຍົມປູກເພື່ອເສີມໂຊກລາບຕາມຄວາມເຊື່ອນັ້ນເອງ. ໃບຂອງຕົ້ນວາດສະໜາ ເປັນຢາແກ້ເຈັບທ້ອງ. ຮາກ ບັນເທົາອາການເຈັບໃນການເກີດລູກ. ຕົ້ນວາດສະໜາເປັນໄມ້ມົງຄົນອີກຊະນິດໜຶ່ງທີ່ດູດສານພິດພາຍໃນອາຄານຈຳພວກຟອຣ໌ມາດີໄຮຄ໌ ໄດ້ມີປະສິດຕິພາບ ອີກດ້ວຍ.