ໝາກຖົ່ວຝັກຍາວ / Yardlong bean
APA 6th ed. ໝາກຖົ່ວຝັກຍາວ / Yardlong bean. (2021, December 1). Retrieved from https://www.phakhaolao.la/index.php/kb/0000458
MLA 8th ed. ໝາກຖົ່ວຝັກຍາວ / Yardlong bean. Pha Khao Lao, 1 December 2021, https://www.phakhaolao.la/index.php/kb/0000458.
Chicago 17th ed. Pha Khao Lao. 2021. "ໝາກຖົ່ວຝັກຍາວ / Yardlong bean." Published December 1, 2021. https://www.phakhaolao.la/index.php/kb/0000458.
Vigna unguiculata subsp. alba (G.Don) Pasquet
Vigna unguiculata var. asparaginea Bertoni
Vigna unguiculata subsp. baoulensis (A.Chev.) Pasquet
Vigna unguiculata var. brasilica Bertoni
Vigna unguiculata subsp. burundiensis Pasquet
Vigna unguiculata var. catjang (Burm.f.) Bertoni
Vigna unguiculata subsp. catjang (Burm.f.) Chiov.
Vigna unguiculata var. catjang (Burm.f.) H.Ohashi
Vigna unguiculata subsp. cylindrica (L.) Verdc.
Vigna unguiculata var. cylindrica (L.) H.Ohashi
Vigna unguiculata var. cylindricus (L.) H.Ohashi [Spelling variant]
ໄທ: ຖົ່ວຝັກຍາວ, ຖົ່ວຄ້າງ, ຖົ່ວພຸງໝູ
ພາສາອັງກິດ: Yard long bean, Cow Pea
ເປັນໄມ້ລົ້ມລຸກ ລັກສະນະເປັນເຄືອເລືອໄປຕາມຫຼັກໄມ້ ຫຼື ຫຼັງຄາທີ່ເຮັດໄວ້ເພື່ອເລືອ. ລຳຕົ້ນມີຂົນເລັກຫນ້ອຍ ຫຼື ບໍ່ມີເລີຍ. ໃບປະສົມ, ໃບໜຶ່ງປະກອບດ້ວຍໃບຍ່ອຍ 3 ໃບ, ແຜ່ນໃບຮູບໄຂ່, ປາຍໃບແຫຼມ, ກົກໃບກວ້າງມົນ, ຫູໃບມີເສັ້ນນ້ອຍໆ 2 ເສັ້ນ, ສ່ວນກົກຂອງກ້ານໃບ ແລະ ຕິດກັບລຳຕົ້ນ, ໃບມີສີຂຽວເຂັ້ມ. ດອກ ອອກດອກເປັນຊໍ່ ລັກສະນະຮູບດອກຖົ່ວ, ຊໍ່ໜຶ່ງຈະມີດອກຍ່ອຍ 2-3 ດອກ, ກີບດອກມີລັກສະນະຄ້າຍແມງກະເບື້ອ, ສີມ່ວງອ່ອນ ຫຼື ສີຂາວອົມເຫຼືອງ. ໝາກ ອອກເປັນຝັກຍາວ 20-30 ຊມ, ມີສີຂຽວ, ໝາກອ່ອນອວບໜາ, ຜີວຂ້ອນຂ້າງລຽບ, ໝາກແກ່ພອງ ແລະ ໜຽວ, ມີຄື້ນນູນຂອງແກ່ນ. ພາຍໃນໝາກມີແກ່ນ. ແກ່ນ ລັກສະນະຄ້າຍໝາກໄຂ່ຫຼັງ ຫຼື ກົມເລັກຫນ້ອຍ, ສີຂຽວອ່ອນ.
ສ່ວນທີ່ໃຊ້ເປັນຢາ ຮາກ, ແກ່ນ ແລະ ເປືອກໝາກ. ຮາກ ມີລົດຝາດມັນ ຮັກສາພະຍາດໜອງໃນ, ບໍາລຸງມ້າມ, ຮັກສາທ້ອງບິດ. ເປືອກໝາກ ມີລົດຝາດຫວານ ລະງັບອາການບວມ, ເຈັບແອວ ແລະ ແຜທີ່ເຕົ້ານົມ. ໃບສົດ ມີລົດຝາດ ຮັກສາພະຍາດໜອງໃນ. ແກ່ນ ລົດຫວານມັນ ບຳລຸງມ້າມ, ໝາກໄຂ່ຫຼັງ, ແກ້ກະຫາຍນໍ້າ, ປັດສະວະກະປິດກະປ່ອຍ ແລະ ຕົກຂາວ. ໝາກສົດ ລົດຫວານຕໍາພອກເປັນຢາລະງັບອາການປວດ. ໃຊ້ຮັກສາອາການທ້ອງອືດແໜ້ນ ໃຫ້ຍໍ່າເຄືອໝາກສົດຮັບປະທານ ຫຼື ຕໍາແລ້ວຄັ້ນເອົາແຕ່ນໍ້າດື່ມ. ສຳລັບເດັກເບື່ອອາຫານເນື່ອງຈາກກະເພາະອາຫານທຳງານບໍ່ດີ ໃຫ້ໃຊ້ຮາກສົດປະສົມກັບຮາກເຄືອຕົດໝາ ນຳມາຕຸ໋ນກັບຊີ້ນງົວໃຫ້ຮັບປະທານ. ບຳລຸງໝາກໄຂ່ຫຼັງ, ໂດຍໃຊ້ແກ່ນຫຼືໝາກສົດ ຕົ້ມນໍ້າປະສົມເກືອເລັກຫນ້ອຍຮັບປະທານທຸກວັນ. ຮັກສາອາການຕົກຂາວຂອງແມ່ຍິງ ໃຊ້ແກ່ນຖົ່ວຝັກຍາວ ແລະ ຜັກບົ້ງມາຕຸ໋ນກັບຊີ້ນຮັບປະທານ. ຮັກສາພະຍາດໜອງໃນ ແລະ ປັດສະວະເປັນໜອງ ໂດຍໃຊ້ໃບສົດ ຫຼື ຮາກສົດປະມານ 60-100 ກຼາມ ນຳມາຕົ້ມໃນນໍ້າຮ້ອນ 15 ນາທີ ຕອງເອົານໍ້າມາດື່ມມື້ລະ 3 ເທື່ອ.