ຜັກກະດອມ / Kha Dom

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Gymnopetalum chinensis (Lour.) Merr. / Cucurbitaceae
ຊື່ພ້ອງ
Gymnopetalum cochinchinense (Lour.) Kurz
ຊື່ອື່ນ
ລາວ: ຜັກກະດອມ (ໝາກຂີ້ໄກ່)
ໄທ: ໝາກຂີ້ໄກ່, ຂີ້ກາດົງ, ຜັກແຄບປ່າ, ຂີ້ກາລາຍ, ດອມ, ຂີ້ກາກຫລ່ຽມ
ບັນຍາຍລັກສະນະພືດສາດ

ເປັນພືດເຄືອມີລໍາຕົ້ນເປັນຮ່ອງ ແລະ ມີມືເກາະ, ມີຂົນ. ລໍາຕົ້ນມັກເປັນຫ້າຫຼ່ຽມ. ໃບດ່ຽວຈັບລຽງສະຫຼັບ, ໃບມີຫຼາຍຮູບແບບ ເຊັ່ນ ຮູບຫົວໃຈ, ຮູບສາມລ່ຽມ, ຮູຍສີ່ລ່ຽມ, ຫ້າລ່ຽມ ແລະ ເປັນແຊກໆ, ກົກໃບວໍ້າ, ແຜ່ນໃບສີຂຽວເຂັ້ມແກມສີຂຽວອ່ອນ, ຜິວໃບຊາ. ໃບມີຄວາມກ້ວາງປະມານ 3-10 ຊມ. ຍາວປະມານ 4-10 ຊມ. ດອກດ່ຽວແຍກເພດຢູ່ຕົ້ນດຽວກັນ, ມີໃບປະດັບຍາວປະມານ 1.5-2 ຊມ, ດອກຜູ້ອອກເປັນຊໍ່ ກາບດອກຕິດກັນເປັນຫຼອດຍາວ, ສ່ວນປາຍແຍກເປັນແຊກຮູບຫອກ 5 ແຊກ, ກີບດອກ 5 ກີບ, ມີສີຂາວ, ໂຄນຕິດກັນເລັກນ້ອຍ, ເກສອນຜູ້ແມ່ນມີ 3 ອັນ, ສ່ວນດອກເພດແມ່ຈະອອກດ່ຽວໆ ແລະ ກີບລ້ຽງດອກມີລັກສະນະຄືກັບດອກເພດຜູ້. ໝາກມີລັກສະນະໝາກຮູບຮີ ຫຼື ຮູບໄຂ່ເປັນຫຼ່ຽມສີຂຽວ, ເວລາສຸກເປັນສີເຫຼືອງ ແລະ ແດງ. ໝາກມີຄວາມຍາວປະມານ 6 ຊມ, ສີຂຽວເມື່ອຍັງອ່ອນ, ເມື່ອແກ່ຈະເປັນສີເຫຼືອງ ຫຼື ສີແດງ.

ບັນຍາຍການນຳໃຊ້

ຍອດ, ໃບອ່ອນ ແລະ ໝາກນໍາມາລວມກັບແຈ່ວ, ກັບປົ່ນ, ກັບລາບ ແລະ ນໍາໄປແກງໃສ່ຊີ້ນ ແລະ ໃສ່ເຫັດປວກ ມີລົດຊາດຂົມຫວານ. ຮາກນໍາມາບົດຜະສົມນໍ້າຮ້ອນ ທາບ່ອນທີ່ມີອາການເຈັບປວດ. ແກ່ນຕົ້ມນໍ້າດື່ມເປັນຢາບັນເທົາອາການໄຂ້ ແລະ ຊ່ວຍໃນການຍ່ອຍອາຫານ.

ການປະກອບສ່ວນ