ຕົ້ນຜັກກະໂດນນໍ້າ / Freshwater Mangrove

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Barringtonia acutangula (L.) Gaertn. / Lecythidaceae
ຊື່ພ້ອງ
Barringtonia acutangula (L.) Gaertn.
Barringtonia acutangula subsp. acutangula
Barringtonia acutangula subsp. spicata (Blume) Payens
ຊື່ອື່ນ
ລາວ: ຕົ້ນຜັກກະໂດນນໍ້າ
ໄທ: ກະໂດນນໍ້າ, ກະໂດນທຸ່ງ, ຈິກນາ, ຈິກນໍ້າ
Eng: freshwater mangrove, itchytree, mango-pine
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນ ປະເພດປ່ຽນໃບ, ສູງ 5-15 ມ. ເຮືອນຍອດເປັນພຸ່ມ ຫຼື ແຜ່ກ້ວາງ, ມີລໍາຕົ້ນກົມ ເປືອກສີນໍ້າຕານແຕກເປັນຮ່ອງ ແລະ ສັນແຫຼມຕາມຍາວ, ກິ່ງກ້ານມັກຄົດງໍ ປາຍກິ່ງກົ່ງລົງ.  ໃບດ່ຽວຈັບແບບລຽງສະຫຼັບຢູ່ປາຍກິ່ງ, ແຜ່ນໃບເປັນຮູບໄຂ່ປິ້ນ ຫຼື ຮູບຫອກປິ້ນ, ຍາວ 6-16 ຊມ, ກ້ວາງ 3-8 ຊມ, ກົກໃບຮູບຫຼີ້ມ, ຂອບໃບລຽບ, ປາຍໃບແຫຼມ, ຜິວໃບເຫຼືອມມັນເປັນສີຂຽວ, ໃບອ່ອນສີແດງ ຫຼື ສີນໍ້າຕານເຂັ້ມ ແລະ ມີຂົນໃບ. ເມື່ອເວລາມີດອກມັນຈະລົ້ມໃບ ຫຼື ພຽງແຕ່ໃບອ່ອນສີແດງ. ດອກອອກເປັັນຊໍ່ຮວງຮ້ອຍລົງອອກຢູ່ປາຍກິ່ງ ຍາວ 30-40 ຊມ. ດອກມີກາບດອກ 4 ກີບ, ກີບດອກສັ້ນ ປາຍແຍກເປັນ 4 ກີບ ມີສີແດງ ຫຼື ສີບົວ, ຈະຫຼົ່ນໄດ້ງ່າຍ ເມື່ອບານເຕັມທີ່ຈະມີເສັ້ນຜ່າສູນກາງປະມານ 2 ຊມ, ມີເກສອນຜູ້ຢູ່ເປັນຝອຍໆ, ສີບົວ ຫຼື ສີແດງຈໍານວນຫຼາຍ. ໝາກກົມ ມີສັນເປັນຫຼ່ຽມ 4 ສັນ, ລຽງຕາມລວງຍາວຂອງໝາກໆມີແກ່ນຢູ່ 1 ແກ່ນ, ຮູບໄຂ່.

ບັນຍາຍການນຳໃຊ້

ດອກ ແລະ ຍອດອ່ອນມີລົດຊາດຝາດ ສາມາດກິນເປັນຜັກສົດ ກິນກັບແຈ່ວ, ກັບລາບ, ກັບປົ່ນ ແລະ ພັນປາ. ໃບແກ້ທ້ອງເສຍ, ເປືອກເປັນຢາລົດໄຂ້ ແລະ ຮັກສາໄຂ້ມາລາເຣຍ, ໝາກແກ້ໄອ, ແກ້ຫວັດ. ແກ່ນແກ້ຈຸກສຽດ. ນໍ້າຄັ້ນຈາກແກ່ນເປັນຢາຍອດຕາ. ຮາກເປັນຢາລະບາຍອ່ອນໆ.

ການປະກອບສ່ວນ