ຕົ້ນໝາກນາວ / Lime

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Citrus aurantiifolia (Christm.) Swingle / Rutaceae
ຊື່ພ້ອງ
Citrus × aurantiifolia var. latifolia Yu.Tanaka
Citrus × aurantiifolia subsp. latifolia (Yu.Tanaka) S.Ríos, D.Rivera & Obón
Citrus × aurantiifolia subsp. murgetana García Lidón & al.
Citrus aurantiifolia subsp. murgetana García Lidón, D. Rivera, S. Ríos & Obón
ຊື່ອື່ນ
ລາວ: ຕົ້ນໝາກນາວ
ໄທ: ຕົ້ນມະນາວ
ບັນຍາຍລັກສະນະພືດສາດ

ເປັນໄມ້ຟຸ່ມ ສູງ 2–4 ແມັດ, ກີ່ງອ່ອນມີໜາມແຫຼມ, ເປືອກຕົ້ນລຽບສີນ້ຳຕານປົນເທົາ, ໃບເປັນໃບປະສົມອອກສະຫຼັບ, ມີໃບຍ່ອຍໃບດຽວເປັນຮູບໄຂ່ ຫຼື ຮູບຂອບຂະໜານ, ກວ້າງ 3–5 ຊັງຕີແມັດ, ຍາວ 4–8 ຊັງຕີແມັດ, ປາຍໃບແຫຼມ, ປາຍໃບມົນມີປີກແຄບໆ, ຂອບໃບແຂ້ວເລື້ອຍຖີ່, ແຜ່ນໃບມີຕ່ອມນ້ຳມັນກະຈາຍຢູ່ຕາມຜີວໃບ. ດອກອອກເປັນຊໍ່ສັ້ນ 5–7 ດອກ ຫຼື ອອກດອກດ່ຽວຕາມຊອກໃບຢູ່ປາຍກີ່ງ, ດອກສີຂາວ, ກາບດອກມີ 4–5 ກາບ, ຫຼົ່ນງ່າຍ. ໝາກເປັນຮູບກົມ, ຜີວລຽບກ້ຽງ, ໝາກອ່ອນສີຂຽວເຂັ້ມ. ເມື່ອແກ່ເປັນສີເຫຼືອງ. ຂ້າງໃນແບ່ງເປັນຫ້ອງສົມມະມາດລັດສະໝີ, ມີຣົດສົ້ມ, ແກ່ນກົມຮຽວ, ສີຂາວ ມີ 10–15 ແກ່ນ.

ບັນຍາຍການນຳໃຊ້

ແກ້ໄອ ແລະ ຂັບຂີ້ກະເທີ່ ໂດຍການນຳໝາກສົດຄັ້ນເອົານ້ຳໃສ່ເກືອເລັກນ້ອຍ ຫຼື ຄັ້ນເອົານນ້ຳປະສົມນ້ຳເຜີ້ງ 1 ຕໍ່ 3 ສ່ວນ ຈິບເບົາໆ ຫຼື ຝານບາງໆຈ້ຳເກືອ, ແກ້ໄອນຳໃບໝາກນາວປາດເປັນຕ່ອນນ້ອຍໆແຊ່ນ້ຳຮ້ອນດື່ມແບບນ້ຳຊາ ຊ່ວຍຫຼຸດໄຂ້ ແລະ ໃຊ້ກົ້ວຄໍຂ້າເຊື້ອພະຍາດໄດ້ດີ. ເປັນຢາຂັບຂີ້ກະເທີ່ຮັກສາອາການໄອ, ຄັນຄໍຈາກຂີ້ກະເທີ່ ບັນເທົາອາການເຈັບຄໍໂດຍໃຊ້ນ້ຳໝາກນາວຈາກໜ່ວຍທີ່ໃຫຍ່ເຕັມທີ່ມີຣົດສົ້ມຕື່ມເກືອເລັກນ້ອຍ ຫຼື ຈະເຮັດນ້ຳໝາກນາວຕື່ມເກືອນ ແລະ ນ້ຳຕານເລັກນ້ອຍ, ແກ້ປວດຝີ, ແກ້ພິດອັກເສບໃຊ້ຮາກຝົນກັບເຫຼົ້າທາບໍລິເວນທີ່ເປັນ.

ຄຸນຄ່າດ້ານໂພຊະນາການຂອງໝາກນາວຕໍ່ 100 ກຼາມ:

  • kcal 31
  • Water 92.2 (g)
  • Protein 0.6 (g)
  • Fat 0.3 (g)
  • Carb 6.5 (g)
  • ASH 0.4 (mg)
  • Ca 21 (mg)
  • P 6 (mg)
  • Na 17 (mg)
  • K 175 (mg)
  • Fe 0.3 (mg)
  • Vitamin B1 0.05 (mg)
  • Vitamin B2 0.03 (mg)
  • Vitamin B3 0.20 (mg)
  • Vitamin C 32 (mg)
  • MicronutSc 0.54
ການປະກອບສ່ວນ