ຜັກຂີ້ຄວາຍ / Water Primrose
APA 6th ed. ຜັກຂີ້ຄວາຍ / Water Primrose. (2022, August 1). Retrieved from https://www.phakhaolao.la/index.php/kb/0000426
MLA 8th ed. ຜັກຂີ້ຄວາຍ / Water Primrose. Pha Khao Lao, 1 August 2022, https://www.phakhaolao.la/index.php/kb/0000426.
Chicago 17th ed. Pha Khao Lao. 2022. "ຜັກຂີ້ຄວາຍ / Water Primrose." Published August 1, 2022. https://www.phakhaolao.la/index.php/kb/0000426.
Ludwigia adscendens subsp. diffusa (Forssk.) P.H.Raven
Ludwigia adscendens var. diffusa (Forssk.) H.Hara
Ludwigia adscendens var. glabrescens (Kuntze) H. Hara
Ludwigia adscendens var. montevidensis (Spreng.) H. Hara
Ludwigia adscendens var. peploides (Kunth) H. Hara
Ludwigia adscendens var. stipulacea (Ohwi) H. Hara
ໄທ: ຜັກແພງພວຍ, ຜັກແພງພວຍນໍ້າ, ພັງພວຍ, ຜັກປອດນໍ້າ
ເປັນພືດລົ້ມລຸກ, ລໍາຕົ້ນເລືອຕາມຜິວນໍ້າ ຫຼື ຕາມໝ້າດິນ, ສູງ 30-60 ຊມ. ລໍາຕົ້ນກ້ຽງ, ສີຂຽວອົມສີແດງເລັກນ້ອຍ. ໃບດ່ຽວອອກລຽງສະລັບ, ໃບເປັນຮູບໄຂ່, ປາຍໃບມົນ ຫຼື ກົມມົນ, ຖານໃບຮູບຫີ້ມ, ຂອບໃບລຽບ, ກ້ວາງ 0.5-2.5 ຊມຝ, ຍາວ 1.5-5 ຊມ, ຜິວໃບລຽບ, ມີຂົນທັງສອງດ້ານຂອງແຜ່ນໃບ. ດອກດ່ຽວ ໂດຍຈະອອກຕາມງ່າມໃບ, ກ້ານດອກຍາວ 2-3 ຊມ. ດອກສີຂາວ ໃຈກາງຂອງດອກສີເຫຼືອງອ່ອນ, ດອກມີກີບດອກ 5 ກີບ, ແຕກອອກເປັນແສກ 5 ແສກ, ກີບດອກເປັນຮູບໄຂ່ ຍາວ 12 ມມ. ກາບດອກ 5 ກີບ, ຫໍ່ຫຸົ້ມຢູ່ ມີເກສອນເພດຜູ້ 10 ອັນ, ເພດແມ່ 1 ອັນ, ມີເຕົ້າໄຂ່ 5 ຫ້ອງ, ຢູ່ສ່ວນລຸ່ມຂອງເກສອນ. ໝາກເປັນຮູບກົມຍາວແບບທົງກະບອກ ຫຼື ຮູບຫຼອດ ຍາວ 2-3 ຊມ, ມີເສັ້ນຜ່າສູນກາງປະມານ 3 ມມ, ພາຍໃນໝາກມີແກ່ນຈໍານວນຫຼາຍ ແກ່ນເປັນສີດໍາ ຫຼື ສີນໍ້າຕານ.
ຍອດອ່ອນ ໃບອ່ອນ ແລະ ລໍາຕົ້ນອ່ອນຂອງຜັກຂີ້ຄວາຍ ນໍາໃຊ້ລວກໃຫ້ສຸກ ແລ້ວນໍາມາກິນກັບແຈ່ວ ຫຼື ປຸງແຕ່ງເປັນອາຫານ ເຊັ່ນ: ແກງ ມີຄຸນຄ່າທາງໂພສະນາການຂອງສ່ວນທີ່ກິນໄດ້ ຕໍ່ 100 ກະກຼາມ. ປະກອບໄປດ້ວຍພະລັງງານ 38 ແຄລີ, ນໍ້າ 87%, ໂປຕີນ 3.3 ກະກຼາມ, ໄຂມັນ 4.8 ກະກຼາມ, ທາດອາຫານເສັ້ນໄຍ 3.3 ກະກຼາມ. ຂີ້ເທົາ 1 ກະກຼາມ, ວິຕາມິນເອ 9,875 mg, ວິຕາມິນບີ 20.01 mg, ວິຕາມິນບີ 32.8 mg, ວິຕາມິນຊີ 3 mg, ແຄຊຽມ 57 mg, ຟົດສະຟໍ 300 mg, ທາດເຫຼັກ 1.3 mg.