ພວງພີ່ຂາວ / East Indian Glory Bower
APA 6th ed. ພວງພີ່ຂາວ / East Indian Glory Bower. (2019, April 3). Retrieved from https://www.phakhaolao.la/index.php/kb/0000411
MLA 8th ed. ພວງພີ່ຂາວ / East Indian Glory Bower. Pha Khao Lao, 3 April 2019, https://www.phakhaolao.la/index.php/kb/0000411.
Chicago 17th ed. Pha Khao Lao. 2019. "ພວງພີ່ຂາວ / East Indian Glory Bower." Published April 3, 2019. https://www.phakhaolao.la/index.php/kb/0000411.
Clerodendrum colebrookianum var. denticulatum C.B.Clarke
Clerodendrum colebrookianum var. henryanum Moldenke
Clerodendrum ixoriflorum Hassk.
ໄທ: ນົມສະຫວັນຂາວ, ພວງພີ່ຂາວ, ຈາດຟ້າຂາວ, ສາວສະຫວັນຂາວ, ດອກປິ້ງຂາວ
ຈີນ: 腺茉莉
ພວງພີ່ຂາວ ເປັນພືດປະເພດຕົ້ນໄມ້ເປັນຟຸ່ມນ້ອຍ ຫຼື ເກີດເອງຢ່າງໂດດດ່ຽວ, ສູງໄດ້ປະມານ 1.5 ແມັດ, ແຜ່ນເປັນຮູບໄຂ່ ຍາວ 10-20 ຊມ, ກວ້າງ 6-16 ຊມ, ປາຍໃບແຫຼມ, ສ່ວນກົກເປັນຮູບຫົວໃຈ, ຂອບໃບສ້ອຍ, ແຂ້ວເລື່ອຍຫ່າງ ແລະ ບໍ່ຄົມ, ເບື້ອງເທິງຂອງປ່ຽງໃບເປັນສີຂຽວຊໍ້າ, ດ້ານລຸ່ມເປັນສີຈາງກວ່າ, ກ້ຽງ, ຢູ່ຕາມເສັ້ນໃບຈະມີຂົນອ່ອນ, ເມື່ອຍ່ອງໃບ ຫຼື ຕົ້ນມາດົມກໍ່ຈະມີກິ່ນສະເພາະຂອງພວງພີ່, ຂວັ້ນໃບພວງພີ່ຍາວ, ອາດຈະເຖິງ 10 ຊມ. ດອກເປັນສີມ່ວງຈາງໆ ຫຼື ຂາວ, ມີກິ່ນຫອມ, ດອກເກີດເປັນຊໍ່ແບບແຕກແໜງ, ຊຶງມີຫຼາຍດອກ, ມີເສັ້ນຜ່ານກາງປະມານ 10 ຊມ. ກາບດອກເປັນຮູບສ້ວຍ, ດ້ານເທິງແບ່ງເປັນ 5 ແຜ່ນເປັນຮູບ 3 ແຈ. ເກສອນຜູ້ ມີ 4 ອັນ, ກ້ານເກສອນຕິດກັບສ່ວນເທິງຂອງກີບດອກ, ເກສອນແມ່ພົ້ນອອກຈາກກິບດອກ, ທໍ່ເກສອນແມ່ສັ້ນກວ່າເກສອນຜູ້, ໝາກແຂງ, ເປັນໜ່ວຍກົມ, ຍົງຄົງຮັກສາກາບດອກໄວ້ນຳໝາກຕະຫຼອດໄປ.
ສ່ວນທີ່ໃຊ້ເປັນຢາ: ຮາກ ແລະ ໃບ. ໃບ ແລະ ຮາກພວງພີ່ຂາວເປັນຢາປົວລົງຂາວ, ມື້ໜຶ່ງກິນ 15-20 ກຼາມ. ໃບແຫ້ງປະສົມກັບໜາດສ້ວຍ, ຫຍ່າຂີວ, ຫົວຫຍ້າແຫ້ວໝູ, ຮາກພວງພີ່ຂາວ, ແດງ ເປັນຢາປົວໜັງເຫຼືອງ, ຕາເຫຼືອງ ມື້ໜຶ່ງກິນ 20 ກຼາມ ຕົ້ມກັບນໍ້າ 400 ມລ, ຈະເຮັດເປັນຢາລູກກອນເອົາ 600 ກຼາມ. ຮາກແຫ້ງຕົ້ມກັບນໍ້າ 5 ລິດ, ຕອງແລ້ວຂ້ຽວນໍ້າ ຕອງໃຫ້ຍັງເຫຼືອ 90 ກຼາມ. ຕື່ມທາດປະສົມສຳຮອງ ເຮັດເປັນຢາລູກກອນ. 4 ເມັດ, ມື້ໜຶ່ງ 2 ຄັ້ງ.