ຕົ້ນຄັດເຄົ້າ / Siamese Randia

ການນຳໃຊ້
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Oxyceros horridus Lour. / Rubiaceae
ຊື່ພ້ອງ
Gardenia horrida (Lour.) Spreng.
Griffithia siamensis Miq.
Randia horrida (Lour.) Schult.
Randia longiflora var. horrida (Lour.) Pierre ex Pit.
Randia pauciflora var. minor Craib
Randia siamensis (Miq.) Craib
Randia uncata Ridl.
Solena horrida (Lour.) D.Dietr.
Webera siamensis (Miq.) Kurz
ຊື່ອື່ນ
ລາວ: ຕົ້ນຄັດເຄົ້າ.
ໄທ: ຕົ້ນຄັດເຄົ້າ
ບັນຍາຍລັກສະນະພືດສາດ

ເປັນໄມ້ເຄືອເນື້ອໜຽວແຂງ ຫຼື ໄມ້ຟຸ່ມ, ຄວາມສູງ 3–6 ແມັດ, ເປືອກລຳຕົ້ນລຽບ ແລະ ເປັນສີນ້ຳຕານ. ໃບດ່ຽວຈັບກົງກັນຂ້າມກັນ, ແຜ່ນໃບເປັນຮູບຮີ, ປາຍໃບແຫຼມ, ຂອບໃບລຽບ, ກວ້າງ 4–5 ຊັງຕີແມັດ ແລະ ຍາວ 6–12 ຊັງຕີແມັດ, ຫຼັງໃບລຽບເປັນສີຂຽວເຂັ້ມ ແລະ ເປັນມັນ, ພື້ນໃບລຽບມື່ນ ແລະ ມີສີອ່ອນກວ່າ, ເນື້ອໃບໜຽວໜາແຂງ ແລະ ມີຫູໃບຂະໜາດນ້ອຍລັກສະນະເປັນຮູບສາມຫຼ່ຽມຢູ່ລະຫວ່າງກ້ານໃບ. ດອກເປັນຊໍ່ແບບກະຈຸກຕາມຊອກໃບໃກ້ປາຍກີ່ງ, ດອກເປັນຊໍ່ໃຫຍ່ ແຕ່ລະຊໍ່ດອກມີຂະໜາດ 4–10 ຊັງຕີແມັດ, ໃນແຕ່ລະຊໍ່ຈະມີດອກ 10–25 ດອກ. ດອກສີຂາວ ແລະ ມີກີ່ນຫອມ, ດອກມີເສັ້ນຜ່າສູນກາງປະມານ 1.5–2 ຊັງຕີແມັດ, ລັກສະນະຄ້າຍດອກເຂັມ ມີກິີບດອກ 5 ກີບ. ເມື່ອດອກບານເຕັມທີ່ກີບດອກຈະບິດຢູ່ໂຄນກີບດອກເຊື່ອມຕິດກັນເປັນຫຼອດສັ້ນ. ແຕ່ລະດອກຈະມີເກສອນເພດຜູ້ 5 ກ້ານຍື່ນຍາວພົ້ນກີບດອກ. ສ່ວນເກສອນເພດແມ່ເປັນຮູບກະສວຍສີຂາວ ຫຼື ເປັນຮູບແຖບເສັ້ນຢູ່ລະຫວ່າງກີບດອກ 6 ແຖບ, ກາບດອກເປັນສີຂາວອົມສີຂຽວໂຄນເຊື່ອມຕິດກັນເປັນຫຼອດ, ປາຍແຍກເປັນແສກແຫຼມ, ດອກຈະບານພ້ອມກັນທັງຊໍ່. ເມື່ອດອກທີ່ເລີ່ມບານຈະເປັນສີຂາວນວນແລ້ວຈະປ່ຽນເປັນສີເຫຼືອງນວນໃນວັນຕໍ່ມາ. ໝາກເປັນຮູບຊົງກົມ, ຜີວໝາກລຽບ ແລະ ເປັນມັນ. ໝາກມີຂະໜາດເສັ້ນຜ່າສູນກາງປະມານ 1–15 ຊັງຕີແມັດ, ສີຂຽວເຂັ້ມ ເມື່ອໝາກສຸກເຕັມທີ່ຈະປ່ຽນເປັນສີດຳ. 

ບັນຍາຍການນຳໃຊ້

ຕົ້ນຄັດເຄົ້າສາມາດໃຊ້ປູກເປັນໄມ້ປະດັບເພາະເວລາອອກດອກຈະສວຍງາມຫຼາຍ ແລະ ດອກຍັງມີກິ່ນຫອມແຮງ, ອອກດອກພ້ອມກັນໝົດຕົ້ນ. ນອກນັ້ນຕົ້ນຄັດເຄົ້າຍັງມີສັບພະຄຸນທາງຢາເຊັ່ນ: ຍອດນຳມາຍ່ອງ ຫຼື ຕຳໃຊ້ຮັກສາຝີໃຫ້ເຊົາໄວຂື້ນ ແລະ ນອກຈາກຈະໃຊ້ເປັນຢາພາຍນອກແລ້ວຍັງມີການໃຊ້ຕົ້ນຄັດເຄົ້າທັງ 5 ສ່ວນ ນຳມາຕົ້ມເປັນຢາຮັບປະທານເພື່ອໃຊ້ຮັກສາຝີທັງພາຍນອກ ແລະ ພາຍໃນອີກດ້ວຍ. ຮາກໃຊ້ຝົນກັບນ້ຳມ່າເຂົ້າຊ່ວຍຮັກສາຝີ  ແລະ ແຜທົ່ວໄປ, ໝາກໃຊ້ເປັນຢາຟອກໂລຫິດປະຈຳເດືອນຂອງແມ່ຍີງໂດຍໃຊ້ໝາກປະມານ 1 ກຳມື ນຳມາຕົ້ມກັບນ້ຳ 1 ຖ້ວຍແກ້ວ ໃຊ້ຮັບປະທານວັນລະ 2 ຄັ້ງ ເຊົ້າ ແລະ ແລງ.

ການປະກອບສ່ວນ