ຕົ້ນໝາກຫວດ / Mak Huad

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Lepisanthes rubiginosa (Roxb.) Leenh. / Sapindaceae
ຊື່ພ້ອງ
Sapindus rubiginosus Roxb.
ຊື່ອື່ນ
ລາວ: ຕົ້ນໝາກຫວດ.
ໄທ: ມະຫວດ, ຫວດຂ່າ, ຫວດຄ່າ
ບັນຍາຍລັກສະນະພືດສາດ

ເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ, ສູງ 5–10 ເມັດ, ຊົງຟຸ່ມກົມ ຫຼື ເປັນຮູບໄຂ່, ເປືອກລຳຕົ້ນເປັນສີນ້ຳຕານແຕກເປັນຮ່ອງຕາມທາງຍາວ, ກີ່ງຂະແໜງເປັນຮູບກະບອກເປັນຮ່ອງຢູ່ກີ່ງກ້ານມີຂົນລະອຽດ. ໃບປະສົມແບບຂົນນົກປາຍຄູ່ລຽນວຽນສະຫຼັບ, ກ້ານໃບປະສົມຍາວ 10–30 ຊັງຕີແມັດ, ໃບຍ່ອຍປະມານ 3–6 ຄູ່, ຮູບໄຂ່, ປາຍໃບແຫຼມ, ໃບກວ້າງ 2–11 ຊັງຕີແມັດ ແລະ ຍາວ 3–30 ຊັງຕີແມັດ. ແຜ່ນໃບເປັນສີຂຽວເຂັ້ມ, ຜີວໃບດ້ານລຸ່ມມີສີອ່ອນກວ່າ, ຜີວໃບມີຂົນນຸ່ມປົກຄຸມຢູ່ທັງສອງດ້ານ, ແຜ່ນໃບບາງແຕ່ຂ້ອນຂ້າງໜຽວ. ສ່ວນໃບອ່ອນມີສີນ້ຳຕານອົມຂຽວ. ດອກສີຂາວປົນສສີເຫຼືອງອ່ອນໆ, ອອກເປັນຊໍ່ແບບແຕກແໜງຕັ້ງຈາກປາຍຍອດ ຫຼື ຊອກໃບໃກ້ປາຍຍອດ ມີຄວາມຍາວເຖີງ 50 ຊັງຕີແມັດ, ດອກຍ່ອຍເປັນສີຂາວມີຂະໜາດນ້ອຍ ແລະ ມີກິ່ນຫອມອ່ອນໆ. ດອກເປັນແບບແຍກເພດ, ກີບດອກ 4–5 ກີບ, ກ້ຽງ ຫຼື ມີຂົນ, ກີບດອກເປັນສີຂາວ, ໂຄນກີບແຄບ ມີຂົນ ແລະ ມີເກັດນ້ອຍ 1 ເກັດ ທີ່ມີສັນໂນນ 2 ເສັ້ນ. ດອກມີເກສອນເພດຜູ້ 8 ອັນ, ກ້ານເກສອນມີຂົນສີນ້ຳຕານອ່ອນໆ, ສ່ວນກ້ານເກສອນເພດແມ່ຍາວ ແລະ ບໍ່ມີຂົນ. ກາບດອກມີ 5 ກີບ, ຮູບເຄີ່ງວົງກົມ, ກີບນອກ 2 ກີບຈະນ້ອຍກວ່າກີບໃນ ແລະ ມີຂົນຢູ່ດ້ານນອກ. ໝາກສົດແບບມີເນື້ອ ລັກສະນະຂອງໝາກເປັນຮູບຮີ, ຜີວໝາກກ້ຽງ ໝາກມີຂະໜາດກວ້າງປະມານ 0.5–1 ຊັງຕີແມັດ ແລະ ຍາວປະມານ 1.5–2 ຊັງຕີແມັດ, ໝາກອ່ອນເປັນສີຂຽວ ເມື່ອສຸກແລ້ວຈະປ່ຽນເປັນສີເຫຼືອງແດງ ແລະ ຈະປ່ຽນເປັນສີມ່ວງດຳເມື່ອແກ່ເຕັມທີ່.

ບັນຍາຍການນຳໃຊ້

ຮາກ ແລະ ໃບໝາກຫວດໃຊ້ປະສົມກັບສະໝຸນໄພອຶ່ນຕົ້ມກັບນ້ຳດື່ມເປັນຢາແກ້ຊາງ ( ພະຍາດໃນເດັກນ້ອຍທີ່ມີອາການເບື່ອອາຫານ, ຊືມ, ລີ້ນເປັນຝ້າ, ມີເມັດຂື້ນໃນປາກ ແລະ ຄໍ). ແກ່ນນຳມາຕົ້ມກັບນ້ຳໃຫ້ເດັກນ້ອຍຮັບປະທານເປັນຢາແກ້ຊາງ, ແກ້ໄອໂກນ, ແກ້ໄອຫອບໃນເດັກ, ໄອຊ້ຳເຮື້ອ. ຮາກໃຊ້ຕຳໂພະໃສ່ຫົວແກ້ອາການເຈັບຫົວ ຫຼື ໃຊ້ຮາກຝົນກັບເຫຼົ້າຂາວແລ້ວນຳມາໂພະກໍ່ໄດ້. ນອກນັ້ນໃບອ່ອນໝາກຫວດຍັງໃຊ້ຮັບປະທານເປັນຜັກສົດໄດ້ໂດຍການລວກ, ຕົ້ມ ກິນກັບແຈ່ວ, ປົ່ນ ຫຼື ໃຊ້ໃນສ່ວນແກງຜັກລວມໃສ່ປາແຫ້ງ ແລະ ຊາວບ້ານຍັງນຳມາໃຊ້ຮອງພື້ນຄຸມເຂົ້າທີ່ຈະໃຊ້ເຮັດເຂົ້າໜົມເພື່ອຊ່ວຍກັນບູດໄດ້ອີກດ້ວຍ.

ການປະກອບສ່ວນ