ຕົ້ນດອກເຂັມແດງ / Glossy Ixora
APA 6th ed. ຕົ້ນດອກເຂັມແດງ / Glossy Ixora. (2019, April 3). Retrieved from https://www.phakhaolao.la/index.php/kb/0000398
MLA 8th ed. ຕົ້ນດອກເຂັມແດງ / Glossy Ixora. Pha Khao Lao, 3 April 2019, https://www.phakhaolao.la/index.php/kb/0000398.
Chicago 17th ed. Pha Khao Lao. 2019. "ຕົ້ນດອກເຂັມແດງ / Glossy Ixora." Published April 3, 2019. https://www.phakhaolao.la/index.php/kb/0000398.
Ixora lobbii var. lobbii
Ixora lobbii var. stenophylla (Ridl.) Corner
ໄທ: ເຂັມຍີ່ປຸ່ນ, ເຂັັມແດງເຂັມພວງແດງ
ວຽດນາມ: Doon dor
ອັງກິດ: Glossy Ixora
ຍີປຸຸ່ນ: kam ron ted
ຕົ້ນດອກເຂັມແດງເປັນຕົ້ນໄມ້ນ້ອຍ ສູງປະມານ 0.6-1.0 ແມັດ, ໃບດ່ຽວ, ຈັບກົງກັນ, ກ້ານໃບສັ້ນ, ແຜ່ນໃບຮູບໄຂ່, ປາຍແຫຼມ, ຍາວ 5-10 ຊມ, ກວ້າງ 3-5 ຊມ, ໂຄນໃບມົນ, ຂອບໃບລຽບ, ດ້ານເທິງເປັນສີຂຽວເຫຼື້ອມ. ດອກເປັນຫຼອດຮຽວຍາວ, ເປັນສີແດງ, ເກີດເປັນຊໍ່ແບບກະຈຸກ (Cyme), ກີບດອກເຊື່ອຕິດກັນ, ປາຍແຍກເປັນ 4 ແສກ, ສີແດງ, ເຕົ້າໄຂ່ຈັບລຸ່ມວົງກີບ, ບໍ່ມີກິ່ນ. ໝາກເສັ້ນຜ່າກາງ 6-7 ມມ, ແຕ່ລະໜາກມີ 1 ແກ່ນເປັນຮູບໝາກໄຂ່ຫຼັງ, ສີຂອງໝາກຖ້າເປັນໝາກອ່ອນຈະມີສີຂຽວ ແລະ ຖ້າເປັນໝາກແກ່ໝາກແກ່ຈະມີສີມ່ວງ, ຮູບຮ່າງໝາກກົມ, ສີຂອງແກ່ນຈະເປັນສີນໍ້າຕານອ່ອນ, ຮູບຮ່າງແກ່ນກົມ.
ຮາກດອກເຂັັມ ເປັນຢາພື້ນເມືອງ, ຊາວບ້ານໃຊ້ເປັນຢາຖ່າຍສະດວກ, ໃຊ້ໃນກໍລະນີ້ນໍ້າຍ່ຽວຂຸ່ນ. ນອກຈາກນັ້ນຍັງເປັນຢາແກ້ໄຂ້ຮ້ອນ, ຮັກສາຕາພິການ, ບັນເທົາອາການບວມ. ປະລິມານ ແລະ ວິທີໃຊ້: ມື້ໜຶ່ງກິນ 10-15 ກຼາມ ໃນຮູບຢາຕົ້ມ ຫຼື ບອງເຫຼົ້າ. ສຳລັບດອກ, ອາດໃຊ້ພາຍໃຕ້ຮູບຢາຊົງແບບຊົງຊາ, ໃບໃຊ້ເປັນຢາຂ້າພະຍາດ. ດອກໃຊ້ແກ້ພະຍາດຕາແດງ. ໝາກໃຊ້ແກ້ພະຍາດລິດສະດວງໃນດັງ.