ຜັກອີ່ຕູ່ / Lemon Basil
APA 6th ed. ຜັກອີ່ຕູ່ / Lemon Basil. (2019, April 3). Retrieved from https://www.phakhaolao.la/index.php/kb/0000396
MLA 8th ed. ຜັກອີ່ຕູ່ / Lemon Basil. Pha Khao Lao, 3 April 2019, https://www.phakhaolao.la/index.php/kb/0000396.
Chicago 17th ed. Pha Khao Lao. 2019. "ຜັກອີ່ຕູ່ / Lemon Basil." Published April 3, 2019. https://www.phakhaolao.la/index.php/kb/0000396.
Ocimum acrocephalum Blume
Ocimum acutum Thunb.
Ocimum adscendens Willd.
Ocimum adscendens Wight ex Hook.f.
Ocimum aegyptiacum Forssk.
Ocimum affine Hochst. ex Benth.
Ocimum affine var. bafingensis A.Chev.
Ocimum albostellatum (Verdc.) A.J.Paton
Ocimum album L.
Ocimum album Roxb.
Ocimum americanum L.
Ocimum americanum var. americanum
Ocimum americanum var. pilosum (Willd.) A.J.Paton
Ocimum amicorum A.J.Paton
Ocimum andongense Hiern
Ocimum angustifolium Benth.
Ocimum angustilanceolatum De Wild.
Ocimum anisatum Benth.
ໄທ: ຜັກແມງລັກ, ກ້ອມກໍໍ້ເຂົ້າ ( ພາກເໜືອ ), ມັງລັກ, ອີ່ຕູ່ ( ພາກຕາເວັນອອກສຽງເໜືອ ) ເປັນຕົ້ນ.
ເປັນພືດລົ້ມລຸກລະດູດຽວ, ລຳຕົ້ນຕັ້ງຊື່, ແຕກກີ່ງກ້ານຫຼາຍ, ມີກິ່ນຫອມສະເພາະຕົວ, ສູງ 0.3–1 ແມັດ. ລຳຕົ້ນ ແລະ ກີ່ງກ້ານເປັນສີ່ຫຼ່ຽມ, ສີຂຽວແກມເຫຼືອງ, ເມື່ອອາຍຸຍັງອ່ອນມີຂົນສີຂາວໜາແໜ້ນ. ໃບດ່ຽວຈັບລຽນກົງກັນຂ້າມກັນ, ຮູບຫອກກວ້າງປະມານ 1–2.5 ຊັງຕີແມັດ, ຍາວ 2.5–5 ຊັງຕີແມັດ. ໂຄນໃບເປັນຮູບລີ່ມ, ປາຍໃບແຫຼມ, ຂອບໃບລຽບ, ຜີວໃບລຽບ, ມັນຕ່ອມມັນທົ່ວໄປ, ກ້ານໃບຍາວປະມານ 2.5 ຊັງຕີແມັດ. ດອກອອກເປັນຊໍ່ຍາວປະມານ 15 ຊັງຕີແມັດ. ປະກອບດ້ວຍຊໍ່ດອກຍ່ອຍອອກເປັນຈຸກໆ ລະ 3 ດອກ, ຂໍ້ລະ 2 ຈຸກ. ໃບປະດັບເປັນຮູບມົນແກມໃບຫອກ ຍາວ 2–3 ມີນລີແມັດ, ມີຂົນຢູ່ກ້ານດອກຍ່ອຍຍາວປະມານ 4 ມີນລີແມັດ. ກາບດອກເຊື່ອມຕິດກັນປາຍແຍກເປັນ 2 ໂນນ. ໝາກເປັນໝາກແຫ້ງປະກອບດ້ວຍໝາກຍ່ອຍ 4 ໝາກ ມີກີບລ້ຽງຫຸ້ມຢູ່. ໝາກຍ່ອຍເປັນຮູບໄຂ່ສີດຳ, ກວ້າງປະມານ 1 ມີນລີແມັດ, ຍາວ 1,25 ມີນລີແມັດ.
ແກ່ນຜັກອີ່ຕູ່ມີສັບພະຄຸນຫຼຸດນ້ຳໜັກສຳລັບຜູ້ທີ່ຕ້ອງການຄວບຄຸມນ້ຳໜັກ ເນື່ອງຈາກແກ່ຜັກອີ່ຕູ່ບໍ່ກໍ່ໃຫ້ເກີດພະລັງງານ ແລະ ມັນ ສາມາດເພີ່ມໄດ້ຫຼາຍເຖີງ 45 ເທົ່າ. ເມື່ອນຳມາຮັບປະທານເປັນອາຫານ (ຄວນຮັບປະທານເປັນບາງມື້ ເພື່ອປ້ອງກັນພະຍາດຂາດສານອາຫານ). ຫຼື ຈະຮັບປະທານກ່ອນອາຫານເພື່ອເຮັດໃຫ້ກະເພາະບໍ່ຫວ່າງ ແລະ ຮູ້ສືກອີ່ມເປັນການຊ່ວຍຄວບຄຸມປະລິມານອາຫານທີ່ຮັບປະທານໄປດ້ວຍເປັນຢ່າງດີ. ສຳລັບວິທີຊົງເມັດຜັກອີ່ຕູ່ກໍ່ຄືໃຊ້ແກ່ນຜັກອີ່ຕູ່ປະມານ 2 ບ່ວງກາເຟນຳມາແຊ່ນ້ຳ 1 ຈອກໃຫຍ່ປະໄວ້ຈົນແກ່ນໂພງເຕັມທີ່ແລ້ວນຳມາປະສົມກັບນ້ຳຮ້ອນ 1 ຈອກນຳມາຮັບປະທານ ຫຼື ຈະປະສົມກັບນ້ຳເຜີ້ງ, ນ້ຳສະໝຸນໄພ ແລະ ນົມກໍ່ໄດ້. ແກ່ນຜັກອີ່ຕູ່ເປັນອາຫານທີ່ເໝາະສຳລັບຜູ້ປ່ວຍພະຍາດເບົາຫວານເພາະຊ່ວຍເຮັດໃຫ້ການດູດຊືມຂອງນ້ຳຕານຫຼຸດລົງເນື່ອງຈາກແກ່ນຜັກອີ່ຕູ່ເຮັດໃຫ້ຮ່າງກາຍດູດເຊືອມອາຫານໄດ້ຊ້າງລົງ. ໃບຊ່ວຍແກ້ອາການວິນຫົວ, ຊ່ວຍແກ້ອາການທ້ອງອືດດ້ວຍການໃຊ້ໃບສົດມາລ້າງໃຫ້ສະອາດແລ້ວຮັບປະທານ. ນອກນັ້ນໃບຜັກອີ່ຕູ່ຍັງຊ່ວຍຮັກສາຂີ້ກາກ, ເຮື້ອນໂດຍການໃຊ້ໃບສົດປະມານ 10 ໃບ ລ້າງນ້ຳໃຫ້ສະອາດແລ້ວນຳມາຕຳປະສົມເກືອເລັກນ້ອຍແລ້ວນຳມາທາບໍລິເວນທີ່ເປັນວັນລະ 1 ຄັ້ງ ປະມານ 1–2 ອາທິດອາການຈະດີຂື້ນ.