ກົກແຄຂາວ / Agasta

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Sesbania grandiflora (L.) Pers. / Fabaceae
ຊື່ພ້ອງ
Robinia grandiflora L.
Emerus grandiflorus (L.) Kuntze
Resupinaria grandiflora (L.) Raf.
ຊື່ອື່ນ
ລາວ: ດອກແຄຂາວ
ໄທ: ແຄນາ, ແຄພູຮໍ, ແຄຫຍຸບຮໍ, ແຄອາວ, ແຄເກັດຄວາ, ແຄຕຸ້ຍ, ແຄຝອຍ
ອັງກິດ: vegetable hummingbird, hummingbird tree
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນ, ມີລຳຕົ້ນຂະໜາດນ້ອຍເຖີງກາງ, ສູງ 3-10 ແມັດ. ແຕກກິ່ງກ້ານສາຂາຫຼາຍບໍ່ເປັນລະບຽບ, ເປືອກເປັນສີນໍ້າຕານເຂັ້ມ, ມີຮອຍບໍ່ລຽບ. ໃບປະສົມແບບຂົນນົກຮຽງສະລັບ, ໃບຍ່ອຍມີຂະໜາດນ້ອຍຮູບຂອບຂະໜານ, ຂອບໃບລຽບ, ປາຍໃບມົນກວ້າງ. ດອກຄ້າຍດອກໝາກຖົ່ວ, ອອກດອກແບບຊໍ່ຈາກຊອກໃບ, ຊໍ່ລະ 2-4 ດອກ, ດອກລະ 5 ກີບ, ກາບດອກເປັນກາບຍາວປະມານ 4-5 ຊມ, ດອກມີລັກສະນະນຸ່ມນຽນ, ເມື່ອດອກບານຈະເຫັນເກສອນຈັດເຈນ, ກາບດອກທີ່ຫຸ້ມກົກດອກເປັນຮູບລະມັງ, ດອກເປັນສີຂາວ. ໝາກມີລັກສະນະເປັນຝັກກົມຍາວປະມານ 20-40 ຊມ, ສີຂຽວອ່ອນ. ແກ່ນມີສີດຳເປັນຮູບສີ່ຫລຽມຍາວປະມານ 2.2-2.8 ຊມ.

ບັນຍາຍການນຳໃຊ້

ເປືອກຕົ້ນທັງສົດ ແລະ ແຫ້ງ ມີລົດຂົມຝາດ, ມີສັບພະຄຸນແກ້ອາການທ້ອງລ່ວງ, ທ້ອງເດີນ. ນຳເປືອກມາຂ່າງໄຟ 1 ສ່ວນ ຕົ້ມກັບນໍ້າປູນໃສ 10 ສ່ວນ ກິນຄັ້ງລະ 1-2 ບ່ວງແກງ. ຍອດອ່ອນ, ໃບອ່ອນ ມີລົດຫວານ ສັບພະຄຸນຊ່ວຍດັບຜິດຮ້ອນ, ຖອນຜິດໄຂ້ວິທີໃຊ້ ໃບຕົ້ມກັບນໍ້າກິນລົດໄຂ້. ດອກແຄມີລົດຫວານອອກຂົມ ແກ້ໄຂ້ຫົວລົມ. ນໍ້າຈາກຮາກນຳມາປະສົມກັບນໍ້າເຜິ້ງ ເປັນຢາຂັບເສມຫະ. ຍອດອ່ອນ ແລະ ດອກນຳມາກິນກັບລາບ, ປົ່ນ, ແຈ່ວ, ກ້ອຍ, ໝາກອ່ອນນຳໄປຕຳແທນໝາກຮຸ່ງກໍ່ໄດ້.

ການປະກອບສ່ວນ