ກົກງ່ຽງປາດຸກ / Emetic Nut Tree

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Randia dumetorum (Retz.) Lam. / Rubiaceae
ຊື່ພ້ອງ
ຊື່ອື່ນ
ລາວ: ກົກງ່ຽງປາດຸກ
ຈີນ: 對面花
ວຽດນາມ: Gangtuhus
ອັງກິດ: Emetic nut tree
ບັນຍາຍລັກສະນະພືດສາດ

ເປັນພືດຢືນຕົ້ນນ້ອຍ, ມີງ່າຫຼາຍ, ງ່າມີໜາມຫຼາຍອີກ, ໜາມຍາວປະມານ 5-15 ມມ, ໜາມຊ່ອງຂື້ນໜ້ອຍແຕ່ຊ່ອງລົງ ຫຼື ສາກກັບງ່າຫຼາຍກວ່າ. ປ່ຽງໃບເປັນຮູບໄຂ່ບໍ່ສະເໝີ ຍາວ 2-7 ຊມ, ກວ້າງແຕ່ 1.5-3 ຊມ. ດອກເປັນສີເຫຼືອງອ່ອນ, ອອກດອກໂດດດ່ຽວຢູ່ຫວ່າງໃບ,ດອກບໍ່ມີຂວັ້ນ. ໝາກເປັນນໍ້າ (bocca) ເປັນສີເຫຼືອງອ່ອນ, ກົມ ຫຼື ເປັນຮູບໜ່ວຍໄຂ່, ເສັ້ນຜ່າກາງຂອງໜ່ວຍມີປະມານ 2.5-5 ຊມ, ເປືອກນອກກ້ຽງ, ປາຍດອກມີກາບດອກທີ່ເຫຼືອຄ້າງຢູ່, ໝາກມີແກ່ນຫຼາຍ, ແກ່ນມີສີດຳ. ຕົ້ນງ່ຽງປາດຸກເປັນດອກຍາມເດືອນ 3-9, ເປັນໝາກຍາມເດືອນ 11 ເຖີງ ເດືອນ 3 ປີຕໍ່ມາ.

ບັນຍາຍການນຳໃຊ້

ຊາວອິນເດຍໃຊ້ໝາກແກ່ເປັນຢາແກ້ເບື່ອເຮັດໃຫ້ຮາກອອກ, ຖ້າໃຊ້ຢາດີບແມ່ນໃຊ້ເທື່ອລະ 2.5 ກຼາມ, ຖ້າໝາກງ່ຽງປາດຸກແຫ້ງຕ້ອງກິນແຕ່ 1-2 ກຼາມເທົ່ານັ້ນ. ເປືອກລຳຕົ້ນງ່ຽງປາດຸກຍັງເປັນຢາປົວຖອກທ້ອງ, ທ້ອງບິດ. ໝາກງ່ຽງປາດຸກຍັງເປັນຢາປົວຝີ, ຕຸ່ມແຜເປື່ອຍ. ເອົາໝາກງ່ຽງປາດຸກມາຕັດເຄິ່ງ, ຄັວດເອົາໃນອອກ, ເອົາປູນດີບແທນໃສ່, ເອົາດິນດາກໂອບ, ເຜົາໄຟໃຫ້ເປັນຖ່ານແລ້ວປອກເອົາສ່ວນດິນດາກອອກ, ບົດສ່ວນທາງໃນໃຫ້ເປັນຝຸ່ນ, ໃຊ້ຝຸ່ນນີ້ໂຮຍແຜເປື່ອຍ.

ການປະກອບສ່ວນ