ຫຍ້າໂຄຍງູ / Washerman’s plant.

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Achyranthes aspera L. / Amaranthaceae
ຊື່ພ້ອງ
Achyranthes aspera var. albissima Suess.
Achyranthes aspera f. annulosa Suess.
Achyranthes aspera var. argentea (Lam.) Boiss.
Achyranthes aspera var. argentea (Lam.) C.B. Clarke
Achyranthes aspera var. aspera
Achyranthes aspera var. australis (R.Br.) Domin
Achyranthes aspera var. borbonica (Willd. ex Schult.) C.C.Towns.
Achyranthes aspera var. canescens (R.Br.) Drake
Achyranthes aspera var. fruticosa (Lam.) Boerl.
Achyranthes aspera var. indica L.
Achyranthes aspera f. latifolia Suess.
Achyranthes aspera var. nigro-olivacea Suess.
Achyranthes aspera var. obtusifolia Suess.
Achyranthes aspera var. porphyristachya (Wall. ex Moq.) Hook.f.
Achyranthes aspera var. procera Fiori
Achyranthes aspera var. pubescens (Moq.) M.Gómez
Achyranthes aspera var. pubescens (Moq.) C.C. Towns.
Achyranthes aspera f. robustiformis Suess.
Achyranthes aspera f. rosea Suess.
Achyranthes aspera f. rubella Suess.
Achyranthes aspera var. rubrofusca (Wight) Hook.f.
Achyranthes aspera var. sicula L.
Achyranthes aspera var. simplex Millsp.
Achyranthes aspera f. subgrandifolia Suess.
Achyranthes aspera f. suffruticosa Fiori
Achyranthes aspera var. velutina (Hook. & Arn.) C.C.Towns.
Achyranthes aspera var. virgata Moq.) Boerl.
Achyranthes aspera var. viridescens Moq.
ຊື່ອື່ນ
ລາວ: ຫຍ້າໂຄຍງູ
ໄທ: ຫຍ້າພັນງູຂາວ, ຫຍ້າຕີນງູຂາວ
ຈີນ: ໂກຍສົ່ວຜີ, ຕໍ້ຄາເຊົ່າ, ເຕົ່າໂຄເສົ່າ, ຖູ່ໜິວຊີ, ໜິວເສີ່ຕ້າຫວງ, ໂຊມໍ້ງູ່ຕິ້ງ, ຕໍຄໍ້ເຊົ່າ.
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກຂະໜາດນ້ອຍທີ່ມີອາຍຸປະມານ 1–2 ປີ, ລຳຕົ້ນກົມຕັ້ງຊື່, ສູງປະມານ 25-125 ຊັງຕີແມັດ. ໃບດ່ຽວອອກລຽງສະຫຼັບ, ຮູບຂອບຂະໜານ, ປາຍໃບແຫຼມ ຫຼື ກົມ, ໂຄນໃບແຫຼມ ສ່ວນຂອບໃບລຽບບໍ່ເປັນຢັກແຕ່ມີຄື່ນເລັກນ້ອຍ, ໃບມີຂະໜາດກວ້າງປະມານ 1–5 ຊັງຕີແມັດ ແລະ ຍາວປະມານ 2–10 ຊັງຕີແມັດ, ແຜ່ນໃບມີຂົນປົກຄຸມຢູ່ທັງສອງດ້ານ ຫຼື ເກືອບກ້ຽງ, ກ້ານໃບຍາວປະມານ 0.5–1.5 ຊັງຕີແມັດ. ດອກ: ອອກດອກເປັນຊໍ່ຕັ້ງຊື່ຢູ່ບໍລິເວນປາຍກີ່ງອາດຈະຍາວໄດ້ເຖີງ 50 ຊັງຕີແມັດ, ໃບປະດັບແຫ້ງບາງ ແລະ ຕິດທົນລັກສະນະເປັນຮູບໄຂ່, ປາຍຮຽວແຫຼມຍາວປະມານ 2–3 ມີນລີແມັດ, ໃບປະດັບຍ່ອຍມີ 2 ອັນແນບຕິດກີບລວມຮຽວຍາວຄືໜາມຍາວປະມານ 3–4 ມີນລີແມັດ, ໂຄນມີເຍື່ອບາງໆຂະໜາດປະມານ 1.5–2 ມີນລີແມັດ, ກີບລວມມີ 4–5 ອັນ. ໝາກເປັນຮູບກົມຍາວ ແລະ ເປັນສີນ້ຳຕານອ່ອນ ສ່ວນເມັດເປັນຮູບຊົງກະບອກລຽບ.

ບັນຍາຍການນຳໃຊ້

ນ້ຳສະກັດ ແລະ ສານທີ່ສະກັດດ້ວຍແອກໍຮໍຈາກຮາກຫຍ້າໂຄຍງູມີຜົນໃນການຫຼຸດຄວາມດັນເລືອດໄດ້ຢ່າງວ່ອງໄວແຕ່ອອກລິດສັ້ນ ແລະ ບໍ່ມີຜົນຕໍ່ການຫາຍໃຈຫາກໃຊ້ຢານີ້ຫຼາຍຈະມີລິດໄປກົດການຫາຍໃຈເລັກນ້ອຍ ແລະ ໃນຮາກຈະມີສານອັນຄາລອຍ Achy rantine ຊື່ງມີລິດຫຼຸດຄວາມດັນໂລຫິດກົດຫົວໃຈ ແລະ ຂະຫຍາຍຫຼອດເລືອດ. ຊ່ວຍເພີ່ມຈັ່ງຫວະ ແລະ ຄວາມແຮງຂອງການຫາຍໃຈຂອງໝາທີ່ເຮັດໃຫ້ສະຫຼົບ. ນອກຈາກນີ້ຫຍ້າໂຄຍງູຍັງມີລິດຕ້ານອະນຸມູນອິດສະຫຼະເພີ່ມພູມຄຸ້ມກັນ, ຫຼຸດນ້ຳຕານໃນເລືອດ, ຫຼຸດຄໍເລສເຕີລໍ, ຫຼຸດຄວາມດັນໂລຫິດສູງ, ຢັບຢັ້ງຄໍເລສເຕີລໍສູງໃນເລືອດ, ຕ້ານໄຂ້ມາເລເຣຍ, ຕ້ານການອັກເສບ, ຕ້ານເຊື້ອຣາ, ຕ້ານແບັດທີເຣຍ, ມີລິດເໝືອນຮໍໂມນເອສໂຕຣເຈນ, ຢັບຢັ້ງປະລິມານຂອງ Oxalate ໃນປັດສະວະສູງທີ່ປົກກະຕິ ແລະ ຍັງມີລາຍການສຶກສາໃນຄົນທີ່ພົບວ່າຫຍ້າໂຄຍງູມີແນວໂນ້ມທີ່ເປັນປະໂຫຍດຕໍ່ຜູ້ປ່ວຍໂຣກຫອບຫືດ.

ການປະກອບສ່ວນ