ຕົ້ນໝາກເດືອຍ / Job’s Tears

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Coix lacryma-jobi L. / Poaceae
ຊື່ພ້ອງ
Coix lacryma-jobi f. aquatica (Roxb.) Backer
Coix lacryma-jobi var. formosana Ohwi
Coix lacryma-jobi var. frumentacea Makino
Coix lacryma-jobi var. gigantea (J.Koenig) Stapf
Coix lacryma-jobi var. lacryma-jobi
Coix lacryma-jobi subsp. ma-yuen (Rom.Caill.) T.Koyama
Coix lacryma-jobi var. ma-yuen (Rom.Caill.) Stapf
Coix lacryma-jobi var. maxima Makino
Coix lacryma-jobi var. novoguineensis Pilg.
Coix lacryma-jobi var. puellarum (Balansa) A.Camus
Coix lacryma-jobi var. stenocarpa Oliv.
Coix lacryma-jobi var. stenocarpa (Oliv.) Stapf
Coix lacryma-jobi var. tubulosa (Hack.) K.Schum.
ຊື່ອື່ນ
ລາວ: ຕົ້ນໝາກເດືອຍ.
ໄທ: ຕົ້ນເດືອຍ, ລູກເດືອຍ.
ບັນຍາຍລັກສະນະພືດສາດ

ເປັນພືດໃບລ້ຽງດ່ຽວທີ່ມີລັກສະນະເໝືອນກັບຕົ້ນທີ່ມີລຳຫຍ້າທົ່ວໄປ, ມີລຳຕົ້ນກົມ ແລະ ຕັ້ງຊື່, ລຳຕົ້ນເປັນໄມ້ເນື້ອນອ່ອນ ສູງປະມານ 1–3.5 ແມັດ. ໃບ: ມີລັກສະນະເປັນແຜ່ນຮຽວຍາວສີຂຽວສົດ, ແຜນໃບດ້ານລຸ່ມມີສີຈາງກວ່າ ປະກອບດ້ວຍກາບໃບທີ່ຫຸ້ມລຳຕົ້ນ, ຖັດມາເປັນໂຄນໃບທີ່ເປັນຢັກ ແລະ ຕໍ່ມາເປັນໃບຂະໜາດປະມານ 2.5-5 ຊັງຕີແມັດ, ຍາວປະມານ 20–45 ຊັງຕີແມັດ, ປາຍໃບແຫຼມ, ແຜ່ນໃບມີເສັ້ນກາງໃບຊັດເຈນ, ຂອບໃບລຽບ ແລະ ມີຄວາມຄົມ ບາດມືໄດ້ງ່າຍ. ດອກ: ອອກເປັນຊໍ່ຢູ່ປາຍຍອດຂອງລຳຕົນຄ້າຍກັບດອກຫຍ້າທົ່ວໄປ ມີຊໍ່ດອກຍາວ 3–8 ຊັງຕີແມັດ ດອກແບ່ງເພດກັນຢູ່ຄົນລະດອກແຕ່ຢູ່ເທີງຊໍ່ດອກດຽວກັນ ຈຳນວນດອກປະມານ 10–20 ດອກ ຫຼື ຫຼາຍກວ່ານັ້ນ. ດອກເພດແມ່ຈະມີກ້ານດອກສີແດງກ່ຳ 2 ອັນ. ຊື່ງຈະຢື່ນອອກມາໃຫ້ເຫັນຈາກສ່ວນປາຍສຳລັບຮັບການປະສົມລະອອງເກສອນຜູ້. ສ່ວນດອກຜູ້ແຕ່ລະຊໍ່ຈະມີປະມານ 10 ດອກ. ຊື່ງຈະມີຮູບຮ່າງ 4 ຫຼ່ຽມແຕ່ຈະຂ້ອນຂ້າງຮຽວຍາວ, ຂະໜາດ 7–8 ຊັງຕີແມັດ. ດອກປະກອບດ້ວຍກ້ານດອກຊັນນອກ 2 ອັນ ຖັດມາພາຍໃນຈະເປັນກີບດອກ 1 ອັນ ແລະ ອັບເກສອນ 3 ອັນ. ໝາກ ແລະ ເມັດ: ຈະເອີ້ນວ່າໝາກປອມເພາະມີສະເພາະເມັດທີ່ຢູ່ດ້ານໃນຊື່ງຈະປະກອບດ້ວຍເປືອກຫຸ້ມຂ້ອນຂ້າງບາງແຕ່ແຂງຕິດກັບເມັດຕໍ່ມາດ້ານໃນສຸດຈະເປັນເມັດທີ່ມີລັກສະນະຮູບຫົວໃຈຊື່ງຈະມີຮ່ອງວ້ຳຢູ່ທາງກາງຂອງເມັດ ຂະໜາດກວ້າງ ແລະ ຍາວປະມານ 8–12 ມີນລີແມັດ.

ບັນຍາຍການນຳໃຊ້

ໝາກເດືອຍຈັດເປັນພືດທີ່ມີຄຸນຄ່າທາງອາຫານສູງເພາະອຸດົມໄປດ້ວຍວິຕາມີນ ແລະ ແຮ່ທາດທີ່ຈຳເປັນສຳລັບຮ່າງກາຍເຊັ່ນ: ວິຕາມີນເອ, ວິຕາມີນບີ1, ວິຕາມີນບີ2, ທາດແຄລຊຽມ, ຟົດສະຟໍຣັດ ໂດຍສະເພາະວິຕາມີນບີ1 ທີ່ມີປະລິມານສູງ. ນອກຈາກນີ້ຍັງກົດອະມິໂນຫຼາຍຊະນິດທີ່ສູງກວ່າຄວາມຕ້ອງການມາດຖານຂອງອົງການອານາໄມໂລກເຊັ່ນ: ກົດກລູຕາມິກ, ລີວຊີນ, ອະລານີນ, ໂປຣລີນ, ວາລີນ, ຟີນິນອະລານິນ, ອາຈີນິນ ເປັນຕົ້ນ. ນອກນັ້ນຮາກຂອງຕົ້ນໝາກເດືອຍນຳມາເຮັດເປັນຢາຊົງຮັບປະທານຂັບໄລ່ພະຍາດໃນເດັກ, ຕໍ່ຕ້ານແບັກທີເຣຍ ແລະ ເຊື້ອຣາ,ໝາກເດືອຍເປັນອາຫານບຳລຸງຮ່າງກາຍ, ບຳລຸງກຳລັງ ເໝາະກັບຜູ້ປ່ວຍໃນຊ່ວງພັກຟື້ນເດັກ ແລະ ຜູ້ສູງໄວ, ໃຊ້ເປັນຢາອາຍຸວັດທະນະ, ບຳລຸງສະໝອງ, ແກ້ອາການນອນບໍ່ຫຼັບ, ຊ່ວຍຢັບຢັ້ງສານກໍ່ມະເຮັງ, ຫຼຸດຄວາມສ່ຽງຈາກການເກີດໂຣກມາເຮັງ ແລະ ຊ່ວຍເສີມສ້າງພູມຄຸ້ມກັນໃຫ້ກັບຮ່າງກາຍອີກດ້ວຍ.

ການປະກອບສ່ວນ